ຮ່ວມກັນປະກອບສ່ວນອະນາໄມສະຖານທີ່ທ່ອງທ່ຽວໃຫ້ສະພາບແວດລ້ອມດີ

      ວັນທີ 30 ກັນຍາ 2020 ຊຸດເຝິກອົບຮົມພະນັກງານນຳທ່ຽວລະດັບຊາດ ຄັ້ງທີ 27 ພ້ອມດ້ວຍສຳມະນາກອນຈຳນວນ 54 ທ່ານ ໄດ້ລົງທັດສະນະສຶກສາ ແລະ ຮ່ວມເຮັດກິດຈະກໍາຮັກສາສິ່ງແວດລ້ອມຢູ່ພາຍໃນເມືອງວັງວຽງ ທັງນີ້ກໍເພື່ອແນໃສ່ເຮັດໃຫ້ເມືອງວັງວຽງມີຄວາມສະອາດ ຈົບງາມ ສິ່ງແວດລ້ອມດີ ແລະ ຍືນຍົງ ເຊິ່ງເປັນເມືອງໜຶ່ງທີ່ມີສະຖານທີ່ທ່ອງທ່ຽວທີ່ໄດ້ຄວາມຍິຍົມທີ່ສຸດໃນປະເທດລາວ ເມື່ອສະຖານທີ່ມີຄວາມສະອາດ ປອດໄພ ສະພາບແວດລ້ອມດີ ກໍຈະສາມາດດຶງດູດນັກທ່ອງທ່ຽວທັງພາຍໃນ ແແລະ ຕ່າງປະເທດເຂົ້າມາທ່ຽວຊົມນັບມື້ຫຼາຍຂຶ້ນ.

ຮ່ວມກັນປະກອບສ່ວນອະນາໄມສະຖານທີ່ທ່ອງທ່ຽວໃຫ້ສະພາບແວດລ້ອມດີ
error: Content is protected !!