ພະແນກອຸດສາຫະກໍາ ແລະການຄ້ານະຄອນຫຼວງວຽງຈັນໄດ້ທໍາລາຍສິນຄ້າທີ່ປຸງແຕ່ງໂດຍບໍ່ຖືກຕ້ອງຕາມລະບຽບກົດໝາຍ ປະເພດປາໝຶກແຊ່ໂຊດາໄຟ ແລະ ສານຟໍມາລີນປົນເປື້ອນ ຈໍານວນ 560 ກິໂລກຣາມ ມູນຄ່າ 6.900.000 ກີບ.

ການທໍາລາຍດັ່ງກ່າວ ຈັດຂຶ້ນວັນທີ 2 ຕຸລາ 2020 ທີ່ສະໜາມບໍາບັດຂີ້ເຫຍື້ອຫຼັກ 32ບ້ານນາຜາສຸກ ເມືອງໄຊທານີ ນະຄອນຫຼວງວຽງຈັນ ໃຫ້ກຽດເຂົ້າຮ່ວມຂອງທ່ານ ນັນຕາສານຸວົງ ຮອງຫົວໜ້າພະແນກອຸດສາຫະກຳ ແລະ ການຄ້ານະຄອນຫຼວງວຽງຈັນ ພ້ອມພາກສ່ວນກ່ຽວຂ້ອງ.

