ໄຂກອງປະຊຸມຄົບຄະນະບໍລິຫານງານພັກເມືອງໄຊເຊດຖາສະໄໝສາມັນຄັ້ງທີ 2 ສະໄໝທີ VII

    ກອງປະຊຸມຄົບຄະນະບໍລິຫານງານພັກເມືອງໄຊເຊດຖາ ສະໄໝສາມັນ ຄັ້ງທີ 2 ສະໄໝທີ VII ຈັດຂຶ້ນວັນທີ 30 ກັນຍາ 2020 ທີ່ສະໂມສອນເມືອງດັ່ງກ່າວ ໂດຍການປະທານຂອງສະຫາຍ ໂພຄໍາ ໄຊຍະສອນ ກໍາມະການພັກນະຄອນຫຼວງວຽງຈັນ ເລຂາພັກເມືອງ ເຈົ້າເມືອງໄຂເຊດຖາ ເຊິ່ງໃຫ້ກຽດເຂົ້າຮ່ວມຂອງທ່ານ ພູຂົງ ບັນນະວົງ ຮອງເຈົ້າຄອງ ນວ ພ້ອມບັນດາຄະນະປະຈໍາພັກ ກໍາມະການພັກເມືອງ ເລຂາໜ່ວຍພັກຮາກຖານ ຕະຫຼອດຮອດເລຂາພັກບ້ານ-ນາຍບ້ານທົ່ວເມືອງເຂົ້າຮ່ວມຢ່າງພ້ອມພຽງ. 

    ກອງປະຊຸມໄດ້ຜ່ານຮ່າງບົດສະຫຼຸບ 9 ເດືອນ ແລະ ແຜນການ 3 ເດືອນທ້າຍປີ 2020 ຮ່າງເນື້ອໃນເອກະສານເຊື່ອມຊຶມຜັນຂະຫຍາຍມະຕິກອງປະຊຸມໃຫຍ່ຄັ້ງທີ VII ຂອງພັກ ຮ່າງແຜນດໍາເນີນງານຂອງຄະນະບໍລິຫານງານພັກສະໄໝທີ VII ຜ່ານຂໍ້ຕົກລົງຂອງທ່ານເຈົ້າເມືອງ ວ່າດ້ວຍການສ້າງຕັ້ງສະພາການຄ້າຂັ້ນເມືອງ ຮ່າງຂໍ້ຕົກລົງຂອງທ່ານເຈົ້າເມືອງ ວ່າດ້ວຍການສ້າງຕັ້ງກຸ່ມການຜະລິດຈັກສານໄມ້ປ່ອງຢູ່ບ້ານນາໂນ ແລະ ບ້ານຈອມສີ ຮັບຟັງລາຍງານການໄກ່ເກ່ຍປະຊາຊົນຜູ້ທີ່ຖືກຜົນກະທົບຈາກໂຄງການລົດໄຟລາວ-ຈີນ ຮັບຟັງການລາຍງານການເກັບກໍາຂໍ້ມູນກ່ຽວກັບການຂາຍເຄື່ອງຊະຊາຍຕາມສະຖານທີ່ສາທາລະນະ ແລະ ຕາມສູນການຄ້າ ພ້ອມນັ້ນ ຍັງໄດ້ຮັບຟັງການໂອ້ລົມຈາກທ່ານ ພູຂົງ ບັນນະວົງ ຮອງເຈົ້າຄອງນະຄອນຫຼວງວຽງຈັນຕື່ມອີກ.

​  # ຂ່າວ & ພາບ: ຂັນທະວີ

error: Content is protected !!