ທ່ານຮອງລັດຖະມົນຕີ ຖວທ ທ່ຽວຊົມງານຕະຫຼາດນັດຍ້ອນຍຸກ

    ໃນວັນທີ 2 ຕຸລາ 2020 ທີ່ສູນການຄ້າວຽງຈັນເຊັນເຕີ ນະຄອນຫຼວງວຽງຈັນ ທ່ານນາງ ວິໄລວອນ ຈັນທະລາຕີ ຫົວໜ້າພະແນກຖະແຫຼງຂ່າວ ວັດທະນະທຳ ແລະ ທ່ອງທ່ຽວ (ຖວທ ນວ) ທ່ານ ອໍລະໄທ ສັນຕິຄົງຄາ ປະທານບໍລິສັດ ກຣິດຕະພົງ ກຣຸບ ໄດ້ຕ້ອນຮັບການມາທ່ຽວຊົມງານຕະຫຼາດນັດຍ້ອນຍຸກ ແລະ ໄຫຼເຮືອໄຟ ປະຈໍາປີ 2020 ຂອງທ່ານ ອຸ່ນທວງ ຂາວພັນ ຮອງລັດຖະມົນກະຊວງຖະແຫຼງຂ່າວ ວັດທະນະທໍາ ແລະ ທ່ອງທ່ຽວ ພ້ອມດ້ວຍຄອບຄົວ ມີພະນັກງານວິຊາການ ແລະ ບັນດາຜູ້ປະກອບການທຸລະກິດກ່ຽວຂ້ອງເຂົ້າ.

       ໃນການທ່ຽວຊົມງານຕະຫຼາດນັດຍ້ອນຍຸກຄັ້ງນີ້ ທ່ານຫົວໜ້າພະແນກ ຖວທ ນວ ແລະ ທ່ານປະທານບໍລິສັດ ກຣິດຕະພົງ ກຣຸບ ໄດ້ນໍາພາທ່ານຮອງລັດຖະມົນຕີ ຖວທ ແລະ ຄອບຄົວ ທ່ຽວຮ້ານວາງຂາຍສິນຄ້າພາຍໃນງານ ເປັນຕົ້ນ: ຮ້ານຂາຍເຄື່ອງປັ້ນດິນເຜົາ ເຄື່ອງຫັດຖະກໍາ ອາຫານ ແລະ ເຄື່ອງດື່ມ ຈາກນັ້ນແມ່ນຮັບຊົມການສະແດງສິລະປະວັນນະຄະດີ ຈາກກອງສິລະປະແສງຈໍາປາ ແລະ ຮ່ວມກັນລອຍກະໂທງອີກດ້ວຍ.

error: Content is protected !!