ທ່ານເຈົ້າຄອງ ລົງຊຸກຍູ້ວຽກງານການພັດທະນາຢູ່ເມືອງສີສັດຕະນາກ

    ທ່ານ ສິນລະວົງ ຄຸດໄພທຸນ ເຈົ້າຄອງນະຄອນຫຼວງວຽງຈັນ ພ້ອມດ້ວຍຄະນະ ລົງຊຸກຍູ້ວຽກງານການພັດທະນາຢູ່ເມືອງສີສັດຕະນາກ ໃນວັນທີ 2 ຕຸລາ 2020 ໂດຍການຕ້ອນຮັບຂອງທ່ານ ເດດສົງຄາມ ທຳມະວົງ ເຈົ້າເມືອງສີສັດຕະນາກ ແລະ ຄະນະນຳຂອງເມືອງ ພະສົງ-ສາມະເນນ ອຳນາດການປົກຄອງ ແລະ ພໍ່ແມ່ປະຊາຊົນໃຫ້ການຕ້ອນຮັບ.

       ໂອກາດລົງຢ້ຽມຢາມຄັ້ງນີ້ ທ່ານເຈົ້າຄອງ ໄດ້ພົບປະກັບພະນັກງານຫຼັກແຫຼ່ງຂອງເມືອງ ເພື່ອຮັບຝັງການລາຍງານໂດຍຫຍໍ້ ກ່ຽວກັບການເຄື່ອນໄຫວວຽກງານການພັດທະນາຂອງເມືອງ ລາຍງານໂດຍທ່ານເຈົ້າເມືອງ ພ້ອມທັງເປີດໂອກາດໃຫ້ບັນດາຜູ້ເຂົ້າຮ່ວມ ປະກອບຄຳຄິດຄຳເຫັນຢ່າງກົງໄປກົງມາ ຕໍ່ກັບບັນຫາການພັດທະນາ ພາຍໃນເມືອງ ເຊິ່ງມີຫຼາຍບັນຫາ ແລະ ຫຼາຍໂຄງການທີ່ທາງເມືອງໄດ້ນຳສະເໜີ ແລະ ຂໍຄຳເຫັນຈາກທ່ານເຈົ້າຄອງເປັນຕົ້ນ ແຫຼ່ງທ່ອງທ່ຽວປະຫວັດສາດດ້ານວັດທະນະທຳ ແລະ ອີກຫຼາຍບັນຫາທີ່ໄດ້ຍົກຂຶ້ນມາປຶກສາຫາລື.

      ພ້ອມດຽວກັນ ທ່ານເຈົ້າຄອງ ຍັງໄດ້ລົງຢ້ຽມຢາມວັດນາກໃຫຍ່ ເຊິ່ງເປັນອີກໜຶ່ງໂຄງການທີ່ທາງເມືອງໄດ້ມີ ແຜນການຈະສ້າງເປັນແຫຼ່ງທ່ອງທ່ຽວວັດທະນະທຳ ໂດຍມີທ່ານ ວິໄລກອນ ສູນດາລາ ປະທານແນວລາວສ້າງຊາດເມືອງ ເປັນຜູ້ລາຍງານກ່ຽວກັບປະຫວັດຄວາມເປັນມາໂດຍຫຍໍ້ ຂອງພະທາດມິ່ງບ້ານ-ມິ່ງເມືອງ ແລະ ທາດເຈົ້າໂສວັດ ທີ່ຢູ່ໃນຂອບເຂດຂອງວັດນາກໃຫຍ່.

error: Content is protected !!