ນາຊາຍທອງ ບັນລຸ 5 ຄາດໝາຍຂອງການພັດທະນາຂະແໜງການສຶກສາ

    ທ່ານ ສຸວັນນີ ເພັງມຸງຄຸນ ຮອງຫົວໜ້າຫ້ອງການສຶກສາທິການ ແລະ ກີລາ ເມືອງນາຊາຍທອງ ນະຄອນຫຼວງວຽງຈັນ ໄດ້ລາຍງານຕໍ່ກອງປະຊຸມຜູ້ບໍລິຫານການສຶກສາທົ່ວເມືອງນາຊາຍທອງ ປະຈໍາປີ 2020 ເຊິ່ງຈັດຂຶ້ນວັນທີ 29-30 ກັນຍາ 2020 ຢູ່ສະໂມສອນເມືອງດັ່ງກ່າວວ່າ: ການຈັດຕັ້ງປະຕິບັດແຜນພັດທະນາຂະແໜງການສຶກສາ ແລະ ກີລາ ຂອງເມືອງນາຊາຍທອງ ປະຈໍາສົກຮຽນ 2019-2020 ໂດຍສະເພາະ ການສຸມໃສ່ຈັດຕັ້ງປະຕິບັດ 15 ຄາດໝາຍຫຼັກຂອງການພັດທະນາຂະແໜງການສຶກສາທີ່ກະຊວງສືກສາທິການ ແລະ ກີລາວາງອອກໄລຍະຜ່ານມາ ໃນນັ້ນ ເມືອງນາຊາຍທອງສາມາດຈັດຕັ້ງປະຕິບັດບັນລຸໄດ້ 5 ຄາດໝາຍການພັດທະນາຂະແໜງການສຶກສາຄື: ອັດຕາຂອງເດັກ 5 ປີ ເພີີ່ມຂຶ້ນຈາກ 90% ມາເປັນ 95,6% ອັດຕາເຂົ້າຮຽນໃໝ່ສຸດທິຊັ້ນປະຖົມ ປະຕິບັດໄດ້ 100% ອັດຕາປະລະຊັ້ນປະຖົມເພີ່ມຂຶ້ນຈາກ 0,2% ມາເປັນ 1,7% ຈໍານວນອັດຕາເຂົ້າຮຽນໃໝ່ລວມຮອດ ປ5 ປະຕິບັດໄດ້ 96% ແລະ ອັດຕາເຂົ້າຮຽນລວມໃໝ່ຂັ້ນ ມ4 ຂອງນັກຮຽນຍິງ ສູງກວ່າ 75%.

    ສໍາລັບຄາດໝາຍທີ່ໃກ້ຈະບັນລຸມີ 3 ຄາດໝາຍຄື: ອັດຕາປະລະຊັ້ນປະຖົມຂັ້ນ ປ1 ເພີ່ມຂຶ້ນຈາກ 1,9% ມາເປັນ 2,9% ອັດຕາຄ້າງຫ້ອງຊັ້ນປະຖົມ ຫຼຸດລົງ 5,6% ມາເປັນ 5% ອັດຕາປະລະຊັ້ນມັດທະຍົມຕອນປາຍ ຫຼຸດລົງ 8,08% ມາເປັນ 5,60% ສ່ວນຄາດໝາຍທີ່ບໍ່ທັນບັນລຸມີ 7 ຄາດໝາຍຄື: ອັດຕາການຄ້າງຫ້ອງຊັ້ນປະຖົມຂັ້ນ ປ1 ຫຼຸດລົງຈາກ 8,7% ມາເປັນ 8,6% (ຄາດໝາຍ4%) ອັດຕາຄ້າງຫ້ອງຊັ້ນປະຖົມຫຼຸດລົງ 5,6% ມາເປັນ 5% (ຄາດໝາຍ 2,5%) ອັດຕາປະລະຊັ້ນປະຖົມ ປ1 ເພີ່ມຂຶ້ນຈາກ 1,9% ມາເປັນ 2,9% (ຄາດໝາຍ3%) ອັດຕາປະລະຊັນມັດທະຍົມຕອນຕົ້ນ ເພີ່ມຂຶ້ນຈາກ 6,10% ມາເປັນ 6,60% (ຄາດໝາຍ 3%) ອັດຕາປະລະຊັ້ນມັດທະຍົມຕອນປາຍ ຫຼຸດລົງ 8,08% ມາເປັນ 5,60% (ຄາດໝາຍ3%) ອັດຕາເຂົ້າຮຽນລວມຊັ້ນ ມປາຍ ເພີ່ມຈາກ 67,7% ມາເປັນ 70% (ຄາດໝາຍ 83%) ແລະ ອັດຕາເຂົ້າຮຽນລວມຊັ້ນມຕົ້ນ ຫຼຸດລົງ 93,2% ມາເປັນ 93% (ຄາດໝາຍ 98%).

    ການຈັ້ງປະຕິບັດວຽກງານຂອງແຕ່ລະຂະແໜງການຍ່ອຍ ໂດຍສະເພາະການສຶກສາກ່ອນໄວຮຽນ ອັດຕາເຂົ້າຮຽນຂອງເດັກເກນອາຍຸ 3-5 ປີ ປະຕິບັດໄດ້ 79,9% ທຽບໃສ່ປີຜ່ານມາ ເພີ່ມຂຶ້ນ 3% ອັດຕາເຂົ້າຮຽນຂອງເດັກເກນອາຍຸ 5 ປີ ປະຕິບັດໄດ້ 95,6% ແລະ ທຽບໃສ່ປີຜ່ານມາເພີີ່ມຂຶ້ນ 5,6%.

   # ຂ່າວ & ພາບ: ລັດເວລາ

error: Content is protected !!