ພະແນການຕ່າງປະເທດ ນະຄອນຫຼວງວຽງຈັນ (ນວ) ໄດ້ຈັດອົບຮົມວຽກງານການຕ່າງປະເທດໃຫ້ການນຳເມືອງຫາດຊາຍຟອງ ໃນວັນທີ 29 ກັນຍາ 2020 ທີ່ສະໂມສອນປົກຄອງເມືອງ ເປັນປະທານຂອງທ່ານ ດວງຕາ ສຸລິວົງ ຫົວໜ້າພະແນກການຕ່າງປະເທດ ນວ ແລະ ທ່ານ ບຸນເພັງ ສີນະວົງພອນ ເຈົ້າເມືອງຫາດຊາຍຟອງ.

ສຳລັບເອກະສານທີ່ນຳມາຖ່າຍທອດໃຫ້ຄັ້ງນີ້ ປະກອບມີສະພາບແວດລ້ອມທີ່ພົ້ນເດັ່ນຢູ່ໃນພາກພື້ນ ກໍຄືສາກົນ ແລະການປະຕິບັດແນວທາງການຕ່າງປະເທດຂອງພັກໃນໄລຍະ 5 ປີຂອງ ນວ ການຄຸ້ມຄອງ ແລະ ເຄື່ອນໄຫວຂອງອົງການຈັດຕັ້ງສາກົນທີ່ບໍ່ສັງກັດລັດຖະບານ ແລະ ບັນຫາສິ່ງທ້າທາຍ ຂັ້ນຕອນການຂໍອະນຸມັດຕ້ອນຮັບແຂກ ແລະ ການຂໍອະນຸມັດເດີນທາງໄປຕ່າງປະເທດ ວຽກງານພິທີການ ແລະ ມາລະຍາດສາກົນ ບາງບັນຫາພື້ນຖານດ້ານພິທີການທູດໃນພິທີການຕ່າງໆ ຮູບແບບພິທີຕ້ອນຮັບແຂກຂັ້ນສູງຂອງຕ່າງປະເທດ ຮູບແບບພິທີເຂົ້າຢ້ຽມຄຳນັບ ຢ້ຽມພົບປະຢູ່ພາຍໃນແລະ ຕ່າງປະເທດ ຮຸບແບບຈັດພິທີພົບປະສອງຝ່າຍ ແລະ ອື່ນໆ ທັງນີ້ກໍເພື່ອໃຫ້ຜູ້ເຂົ້າຮ່ວມເຂົ້າໃຈຫຼາຍຂຶ້ນ ຕໍ່ກັບວຽກງານການຕ່າງປະເທດ.

ໂອກາດນີ້ພະແນກການຕ່າງປະເທດ ນວ ຍັງໄດ້ມອບເຄື່ອງພິມເອກະສານ 1 ເຄື່ອງໃຫ້ເມືອງຫາດຊາຍຟອງຕື່ມອີກ.

# ຂ່າວ & ພາບ: ສົມສະຫວັນ