ເປີດໂຕລົດຮຸ່ນໃໝ່ ກະບະ All-New Isusu D-Max 2020

    ດ້ວຍຮູບຊົງງາມໂດດເດັ່ນ ມາພ້ອມຫຼາຍອ໋ອບຊັ່ນໃໝ່ ເໝາະສົມກັບທຸກສະພາບການໃຊ້ງານ ທັງສາມາດລຸຍໃນສະພາບເສັ້ນທາງທີ່ຫຍຸ້ງຍາກ ແບບຂຶ້ນພູ ລົງຫ້ວຍ ທາງຮາບພຽງ ໄດ້ຢ່າງສະບາຍ.

    ບໍລິສັດ ອິຊຸຊຸ ລາວ ບໍລິການ ຈຳກັດຜູ້ດຽວ ໄດ້ຈັດພິທີເປີດໂຕລົດລຸ້ນໃໝ່ ກະບະ ອໍນີວ ອີຊຸຊຸ ດີແມັກ 2020 ( All-New Isusu D-Max 2020 ) ຜູ້ນຳແຫ່ງໂລກກະບະຕົວຈິງຂຶ້ນໃນວັນທີ 26 ກັນຍາ 2020 ຜ່ານມາ ທີ່ບ້ານນາເລົ່າ ເມືອງສີໂຄດຕະບອງ ນະຄອນຫຼວງວຽງຈັນ ໂດຍການເປັນປະທານ ຂອງທ່ານ ວິຣະໄຊຄຳ ພິລະພັນເດຊ ປະທານ ແລະ ອຳນວຍການບໍລີສັດ ອີຊຸຊຸ ລາວບໍລິການ ຈໍາກັດ ຜູ້ດຽວ ພ້ອມດ້ວຍຄະນະຜູ້ບໍລິຫານ ແລະ ແຂກທີ່ຖືກເຊີນທີ່ເຂົ້າມາຮ່ວມ.

    ໂອກາດນີ້ ທ່ານ ວິຣະໄຊຄຳ ພິລະພັນເດຊ ໄດ້ກ່າວວ່າ: ໃນນາມຂອງ ອີຊູຊູ ລາວ ບໍລິການ ແລະ ພະນັກງານທຸກຄົນ ຂອບໃຈແຂກທຸກທ່ານທີ່ສະຫຼະເວລາມາຮ່ວມງານເປີດໂຕລົດກະບະຮຸ່ນໃໝ່ ອໍນີວ ອີຊຸຊຸ ດີແມັກ 2020 ຜູ້ນຳແຫ່ງໂລກກະບະຕົວຈິງ ແລະ ເຊື່ອໝັ້ນວ່າທຸກທ່ານອາດຈະຖືກໃຈລົດກະບະ ຮຸ່ນໃໝ່ນີ້ບໍ່ຫຼາຍກໍໜ້ອຍ ທັງຮູບແບບພາຍໃນ ພາຍນອກ ລວມເຖິງຄວາມຫຼູຫຼາ ທີ່ມາພ້ອມກັບສຸດຍອດ ເຕັກໂນໂລຊີ ອ໋ອບຊັ່ນຕ່າງໆ ທີ່ອີຊູຊູຈັດເຕັມມາໃຫ້ ເຮົາຈຶ່ງເອີ້ນກະບະຮຸ່ນນີ້ວ່າ ຜູ້ນຳແຫ່ງໂລກກະບະຕົວຈິງ.

    ພາຍໃນງານຄັ້ງນີ້ ມີບັນດາລູກຄ້າທີ່ໄດ້ຈັບຈອງເອົາລົດກະບະ ອໍນີວ ອີຊຸຊຸ ດີແມັກ 2020 ໄປໄວ້ຄອບ ຄອງຫຼາຍຄັນ ນອກນີ້ ພາຍໃນງານຍັງມີກິດຈະກຳຈັບສະຫຼາກລາງວັນ ແລະ ຮັບເຄື່ອງທີ່ລະນຶກຈາກ ອີຊຸຊຸ ລາວ ບໍລິການ ຈຳກັດຜູ້ດຽວ ແລະ ທ່ານໃດສົນໃຈ ສາມາດເຂົ້າຊົມ ແລະ ສັ່ງຈອງໄດ້ແຕ່ ວັນນີ້ເປັນ ຕົ້ນໄປ ທຸກສາຂາຂອງອີຊຸຊຸ ລາວ ບໍລິການ ຈຳກັດຜູ້ດຽວ ມີຫຼາຍສີ ຫຼາຍແບບ ໃຫ້ທ່ານສາມາດເລືອກ ເປັນເຈົ້າຂອງ ພ້ອມກັບການລຸ້ນຮັບລາງວັນອີກຫຼາຍລາຍການທີ່ທ່ານຈະປະທັບໃຈ.

# ຂ່າວ & ພາບ: ບຸນມີ ສີວິໄລ

error: Content is protected !!