ເຊີນທ່ຽວຊົມງານຕະຫຼາດນັດຢ້ອນຍຸກ

    ພະແນກຖະແຫຼງຂ່າວ ວັດທະນະທໍາ ແລະ ທ່ອງທ່ຽວ ນະຄອນຫຼວງວຽງຈັນ (ຖວທ ນວ) ຮ່ວມກັບ ບໍລິສັດ ກຣິດຕິພົງ ເອັນເຕີເທນເມັນ ອີເວັນ ແລະ ອໍກະໄນເຊີ ພ້ອມສູນການຄ້າວຽງຈັນ ເຊັນເຕີ ຈັດງານເປີດຕະຫຼາດນັດຢ້ອນຍຸກ ແລະ ໄຫຼເຮືອໄຟ ປະຈໍາປີ 2020 ຂຶ້ນໃນວັນທີ 28 ກັນຍາ 2020 ທີ່ສູນການຄ້າວຽງຈັນ ເຊັນເຕີ ນວ ເປັນປະທານຮ່ວມຂອງທ່ານນາງ ວິໄລວອນ ຈັນທະລາຕີ ຫົວໜ້າພະແນກ ຖວທ ນວ ທ່ານ ອໍລະໄທ ສັນຕີຄົງຄາ ປະທານບໍລິສັດ ກຣິດຕິພົງ ກຣຸບ ມີທ່ານນາງ ນາລີ ສີສຸລິດ ພັນລະຍາການນໍາຂັ້ນສູງ ທ່ານ ເດດສົງຄາມ ທໍາມະວົງ ເຈົ້າເມືອງສີສັດຕະນາກ ພ້ອມດ້ວຍພະນັກງານວິຊາການ ແລະ ບັນດາຜູ້ປະກອບການທຸລະກິດ ບໍລິສັດ ຫ້າງຮ້ານເຂົ້າຮ່ວມ.

    ການເປີດງານຕະຫຼາດນັດຢ້ອນຍຸກຄັ້ງນີ້ ເພື່ອສົ່ງເສີມຮີດຄອງປະເພນີອັນດີງາມຂອງລາວ ແລະ ສືບສານປະເພນີການໄຫຼເຮືອໄຟ ພ້ອມທັງເປັນການສົ່ງເສີມການທ່ອງທ່ຽວພາຍໃນ ເພື່ອກະຕຸ້ນໃຫ້ເສດຖະກິດມີຄວາມຄຶກຄື້ນ ແລະ ເປັນການຮັກສາສີມືແຮງງານລາວ ພ້ອມທັງເພື່ອສະທ້ອນໃຫ້ເຫັນເຖີງວິຖີການດໍາລົງຊີວິດ ແລະ ການນຸ່ງຖືຂອງຄົນໃນສະໄໝກ່ອນ ທັງເປັນການສ້າງບ່ອນຮອງຮັບກຸ່ມຄົນທີ່ສົນໃຈໃນວິຖີວິຊິດຄົນສະໄໝກ່ອນ ແລະ ເຜີຍແຜ່ວັດທະນະທໍາດັ່ງເດີມສູ່ຄົນຮຸ່ນໃໝ່ ເປັນການຈັດງານເພື່ອສົ່ງເສີມວັດທະນະທໍາ ແລະ ປະເພນີອັນດີງາມຂອງຊາດ ສົ່ງເສີມສິນຄ້າອຸປະໂພກ ແລະ ບໍລິໂພກຈາກສີມືແຮງງານລາວ ສົ່ງເສີມ ແລະ ຮັກສາອາຫານພື້ນເມືອງລາວ ເພື່ອໃຫ້ຄົນຮຸ່ນໃໝ່ໄດ້ສືບທອດ ການສະແດງສີລະປະທີ່ຄຽງຄູ່ກັບວັດທະນະທໍາຂອງລາວ ແລະ ການເດີນແບບຈາກສາວງາມນະຄອນຫຼວງ.

    ໃນງານຕະຫຼາດນັດຢ້ອນຍຸກ ໄດ້ມີຜູ້ປະກອບການເຂົ້າຮ່ວມ 50 ຮ້ານຄ້າ ໃນນັ້ນ ລວມມີຮ້ານຂາຍຂອງຫວານ ແລະ ນໍ້າສະໝຸນໄພ 15 ຮ້ານ ຂາຍເຄື່ອງຫັດຖະກໍາ ຜ້າໄໝ ຜ້າຝ້າຍ ຜະລິດຕະພັນຕ່າງໆ ແລະ ສິນຄ້າ ODOP ຈໍານວນ 20 ຮ້ານ ແລະ ຮ້ານຂາຍອາຫານພື້ນເມືອງ ຫຼື ອາຫານທົ່ວໄປ 15 ຮ້ານ ເຊິ່ງງານດັ່ງກ່າວຈະດໍາເນີນເປັນເວລາ 5 ວັນ ແຕ່ວັນທີ 28 ກັນຍາ – 2 ຕຸລາ 2020 ນີ້.

   # ຂ່າວ & ພາບ: ວຽງມາ

error: Content is protected !!