ປະເມີນການຈັດຕັ້ງປະຕິບັດວຽກງານເຝົ້າລະວັງໄຂ້ຫວັດ

    ກອງປະຊຸມສະຫຼຸບການຈັດຕັ້ງປະຕິບັດວຽກງານເຝົ້າລະວັງໄຂ້ຫວັດ ຂອງ ໂຮງໝໍເຄືອຂ່າຍ ປະຈໍາສົກປີ 2019-2020 ຈັດຂຶ້ນໃນວັນທີ 24-25 ກັນຍາ 2020 ທີ່ຫ້ອງປະຊຸມເຂື່ອນໄຟຟ້ານໍ້າງື່ມ ແຂວງວຽງຈັນ ພາຍໃຕ້ການເປັນປະທານຂອງທ່ານ ພູທອນ ເມືອງປາກ ຮອງລັດຖະມົນຕີກະຊວງສາທາລະນະສຸກ ມີຜູ້ຕາງໜ້າຈາກສະຖານທູດສະຫະລັດອາເມຣິກາປະຈຳລາວ ອົງການອະນາໄມໂລກປະຈຳລາວ ກົມ ພະແນກສາທາລະນະສຸກແຂວງ ຄະນະອຳນວຍການໂຮງໝໍ ສູນກາງ ແຂວງ ທີ່ເປັນເຄືອຄ່າຍການເຝົ້າລະວັງ ພ້ອມດ້ວຍວິຊາການຈາກ 6 ແຂວງ ແລະ ໂຮງໝໍສູນກາງເຂົ້າຮ່ວມ. 

    ທ່ານ ພູທອນ ເມືອງປາກ ກ່າວວ່າ: ການຈັດຕັ້ງປະຕິບັດວຽກງານເຝົ້າລະວັງພະຍາດໄຂ້ຫວັດທີ່ດໍາເນີນການເຝົ້າລະວັງຢ່າງຕໍ່ເນື່ອງ ມາເປັນເວລາເກືອບ 14 ປີ ເຕັມ ເຊິ່ງເລີ່ມຈັດຕັ້ງປະຕິບັດນັບຕັ້ງແຕ່ ປີ 2006 ເປັນຕົ້ນມາ ໝາກຜົນຂອງການເຝົ້າລະວັງດັ່ງກ່າວ ໄດ້ເຮັດໃຫ້ສູນວິເຄາະ ແລະ ລະບາດວິທະຍາ ໄດ້ຖືກຮັບຮອງຈາກອົງການອະນາໄມໂລກ ເປັນສູນວິເຄາະ ໄຂ້ຫວັດແຫ່ງຊາດ ໃນເດືອນສິງຫາ ປີ 2010 ການສ້າງຄວາມສາມາດໃນການເຝົ້າລະວັງ ແລະ ການບົ່ງມະຕິທາງດ້ານວິເຄາະ ເຊື້ອພະຍາດໄຂ້ຫວັດນີ້ ແມ່ນການສ້າງຄວາມສາມາດອັນພື້ນຖານຢ່າງແຂງແກ່ນ ໃຫ້ແກ່ໃນການກະກຽມຄວາມພ້ອມຕໍ່ການຮັບມືຕໍ່ການລະບາດຂອງໝວດອາການອັກເສບລະບົບຫັນໃຈ ທີ່ສືບຕໍ່ເປັນໄພຄຸມຄາມໃຫ້ແກ່ບັນດາປະເທດພາກພື້ນ ກໍຄືທົ່ວໂລກ. 

    ດັ່ງທີ່ທ່ານເຄີຍຮັບຮູ້ຜ່ານມາ ການລະບາດຂະໜາດໃຫຍ່ແບບແຜ່ລາມຂອງພະຍາດໄຂ້ຫວັດ ເຊັ່ນ: ໃນ ປີ 1918 ໄດ້ມີການລະບາດຂະໜາດໃຫຍ່ ເນື່ອງຈາກໄຂ້ຫວັດ ເຊິ່ງສາຍພັນທີ່ກໍ່ໃຫ້ເກີດລະບາດແມ່ນ H1N1 ຄາດຄະເນມີຜູ້ຕິດເຊື້ອ 500 ລ້ານຄົນ ແລະ ເສຍຊີວິດ ປະມານ 20-50 ລ້ານຄົນ ແລະ ຊຸມ ປີ 1956-1958 ມີການລະບາດຂະໜາດໃຫຍ່ຄັ້ງທີສອງ ເຊິ່ງເອີ້ນວ່າ Asian Flu ມີລາຍງານຜູ້ເສຍຊີວິດເຖີງ 2 ລ້ານຄົນ ແລະ ສາຍພັນທີ່ກໍ່ໃຫ້ເກີດລະບາດແມ່ນ H2N2 ຕໍ່ມາ ໃນປີ 1968 ກໍປະເຊີນກັບການລະບາດຂະາດໃຫຍ່ອີກຄັ້ງໜຶ່ງ ເຊິ່ງຮ້ອງວ່າ Hongkong Flu ມີຜູ້ເສຍຊີວິດເຖີງ 1 ລ້ານຄົນ. ໃນປີ 2003 ປະຊາຄົມໂລກ ກໍໄດ້ປະເຊີນກັບການລະບາດຂອງ SARS ເຮັດໃຫ້ສູນເສຍທາງດ້ານເສດຖະກິດໃນທົ່ວໂລກ ຫຼາຍກວ່າ 60 ຕື້ໂດລາສະຫະລັດ ຕົກມາ ໃນປີ 2009 ປະຊາຄົມໂລກກໍປະເຊີນກັບການລະບາດຂອງພະຍາດໄຂ້ຫວັດໝູ ເຊິ່ງສາຍພັນ H1N1 (pdm/H1N1) ດັ່ງກ່າວ ໄດ້ກາຍເປັນໄຂ້ຫວັດຕາມລະດູການ ນອກຈາກນີ້ ຍັງມີການລະບາດຂອງ MERS-CoV 2012. ມາຮອດທ້າຍປີ 2019 ທາງອົງການອະນາໄມໂລກ ໄດ້ລາຍງານການເກີດເປັນຈຸ້ມ ຂອງໝວດອາການອັກເສບປອດທີ່ບໍ່ຮູ້ສາຍເຫດໃນເບື້ອງຕົ້ນ ໃນ ສປ ຈີນ ແລະ ຕໍ່ມາໃນເດືອນກຸມພາ ປີ 2020 ຄົ້ນພົບວ່າ ການລະບາດອັກເສບປອດໃນ ສປ ຈີນ ແມ່ນມີສາເຫດມາຈາກເຊື້ອຈຸລະໂລກ SARS-CORONA (SARS-CoV-2) ຫຼືຊື່ທີ່ເອີ້ນກັນທົ່ວໄປວ່າ COVID-19 ເຊິ່ງເຊື້ອຈຸລະໂລກໄຂ້ຫວັດ ຍັງສືບຕໍ່ເປັນໄພຂົ່ມຂູ່ຕໍ່ຊີວິດ ແລະ ຊັບສິນເສດຖະກິດລະດັບຊາດພາກພື້ນ ແລະ ໂລກ.

# ຂ່າວ & ພາບ: ວຽງມາ

error: Content is protected !!