ທະນາຄານບີໄອຊີລາວ ແລະ ລາວໂມບາຍມັນນີ ຮ່ວມມືເຊື່ອມຕໍ່ລະບົບຊຳລະ

     ພິທີເຊັນບົດບັນທຶກຄວາມເຂົ້າໃຈ ວ່າດ້ວຍການຮ່ວມມືເຊື່ອມຕໍ່ລະບົບການຊຳລະລະຫວ່າງທະນາຄານບີໄອຊີລາວ ຈຳກັດ ແລະ ບໍລິສັດລາວໂມບາຍມັນນີ ຈຳກັດ ຜູ້ດຽວ ຈັດຂຶ້ນວັນທີ 24 ກັນຍາ2020 ທີ່ສຳນັກງານໃຫຍ່ບໍລິສັດລາວໂທລະຄົມມະນາຄົມມະຫາຊົນ ຮ່ວມລົງນາມລະຫວ່າງທ່ານ Lim Waihoong ຜູ້ອຳນວຍການໃຫຍ່ທະນາຄານບບີໄອຊີລາວຈຳກັດ ແລະ ທ່ານ ທັນສະໄໝ ຊາມຸນຕີ ຜູ້ອຳນວຍການ

ບໍລິສັດລາວໂມບາຍມັນນີຈຳກັດ ຜູ້ດຽວ ມີທ່ານ ນາງ ລຳມອນ ສິມມະໄລວົງ ຮອງຫົວໜ້າກົມຄຸ້ມຄອງລະບົບຊຳລະສະສາງ ທະນາຄານແຫ່ງ ສປປ ລາວ ທ່ານ ສຸພົນ ຈັນທະວີໄຊ ຜູ້ອຳນວຍການໃຫຍ່ບໍລິສັດລາວໂທລະຄົມມະນາຄົມມະຫາຊົນ ທ່ານ ນາງ ກິ່ງໂພເງິນ ພູມມະສັກ ຜູ້ອຳນວຍການໃຫຍ່ກຸ່ມບໍລິສັດເອໄອເອັຟ ປະທານສະພາບໍລິຫານທະນາຄານບີໄອຊີລາວຈຳກັດ ແລະ ແຂກຖືກເຊີນເຂົ້າຮ່ວມ.

    ການຮ່ວມມືກັນຄັ້ງນີ້ ເພື່ອເປັນການເປີດຕົວຢ່າງເປັນທາງການ ໃຫ້ບໍລິການການເງິນດີຈີຕອນເທິງມືຖືຜ່ານທະນາຄານບີໄອຊີລາວ ເຊັ່ນ ການຊຳລະເງິນສົດເຂົ້າກະເປົາ M Money ການຖອນເງິນສົດຈາກກະເປົ I’m Money ຜ່ານປ່ອງບໍລິການຂອງທະນາຄານ ຕູ້ຖອນເງິນອັດຕະໂນມັດ ATM ໂອນເງິນຈາກບັນຊີທະນາຄານຫາກະເປົາ M Money ຫຼື ຈາກກະເປົາM Money ຫາບັນຊີທະນາຄານ ແລະ ການຮ່ວມມືກັນໃນການໃຫ້ການບໍລິການລູກຄ້າທີ່ໃຊ້ M Money ສາມາດຊຳລະຄ່ານໍ້າປະປາ ໄຟຟ້າ ພາສີອາກອນ ສາທາລະນຸປະໂພກ ແລະໃບບິນຕ່າງໆ ຫຼືຊຳລະຄ່າສິນຄ້າ ແລະ ຄ່າບໍລິການໂດຍລະບົບQR code ຜ່ານຮ້ານຄ້າຄູ່ຮ່ວມທຸລະກິດ ເພື່ອແນໃສ່ຕອບສະໜອງຄວາມຕ້ອງການຂອງລູກຄ້າ ແລະ ຮ້ານຄ້າຄູ່ຮ່ວມທຸລະກິດໃຫ້ທົ່ວເຖິງ ແລະ ຄວບຄຸມການບໍລິການດ້ານການເງິນດີຈິຕອນເທິງມືຖືໄດ້.

                # ຂ່າວ & ພາບ: ສົມສະຫວັນ

error: Content is protected !!