ສອວ ສະຫຼອງວັນຜູ້ອາຍຸສູງສາກົນ ຄົບຮອບ 30 ປີ

    ສະມາຄົມຜູ້ອາຍຸສູງ ນະຄອນຫຼວງວຽງຈັນ (ສອວ) ຈັດພິທີສະເຫຼີມສະຫຼອງວັນຜູ້ອາຍຸສູງສາກົນ (1 ຕຸລາ) ຄົບຮອບ 30 ປີ ຂຶ້ນໃນວັນທີ 25 ກັນຍາ 2020 ຢູ່ພັດຕະຄານແມ່ຂອງ ຫຼັກ 4 ໂດຍມີທ່ານ ສອນໄຊ ສີພັນດອນ ຮອງນາຍົກລັດຖະມົນຕີ ລັດຖະມົນຕີກະຊວງແຜນການ ແລະ ການລົງທຶນ ມີບັນດາການນໍາພັກ-ລັດ ບັນດາຜູ້ຕາງໜ້າອົງການຈັດຕັ້ງສາກົນປະຈໍາ ສປປ ລາວ ມີນັກທຸລະກິດທັງພາກລັດ ແລະ ເອກະຊົນ ບັນດາສມາຊິກ ສອວ ແລະ ແຂກຖືກເຊີນເຂົ້າຮ່ວມ. 

    ທ່ານ ສົມພົງ ມົງຄົນວິໄລ ປະທານ ສອວ ກ່າວວ່າ: ພັກ-ລັດຖະບານ ຍາມໃດກໍເປັນຫ່ວງເປັນໄຍຕໍ່ການພັດທະນາຜູ້ອາຍຸສູງ ແນໃສ່ເສີມສ້າງໃຫ້ຜູ້ອາຍຸສູງໄດ້ມີສ່ວນຮ່ວມຢ່າງເຕັມສ່ວນໃນສັງຄົມ ສ້າງໃຫ້ຜູ້ອາຍຸສູງໄດ້ຮັບການພັດທະນາໄປຄຽງຄູ່ກັບການຂະຫຍາຍຕົວຂອງເສດຖະກິດ-ສັງຄົມຂອງຊາດ ການປ່ຽນແປງຂອງປະຊາກອນ ແລະ ໄປຕາມເປົ້າໝາຍການພັດທະນາແບບຍືນຍົງ (SDGs) ທີ່ວ່າບໍ່ມີໃຜຖືກຖີ້ມໄວ້ເບື້ອງຫຼັງ ເພື່ອເຮັດແນວໃດໃຫ້ຜູ້ອາຍຸສູງບໍ່ໃຫ້ຖືກຖີ້ມໄວ້ເບື້່ອງຫຼັງ ແລະ ມີສ່ວນຮ່ວມເຂົ້າໃນການປົກປັກຮັກສາ ແລະ ສ້າງສາພັດທະນາປະເທດຊາດ ລັດຖະບານໄດ້ເຂົ້າຮ່ວມໃນແຜນດໍາເນີນງານສາກົນມາດຣິດ ປີ 2002 ຂອງອົງການສະຫະປະຊາຊາດ ຖະແຫຼງການກົວລາລໍາເປີ ວ່າດ້ວຍຜູ້ອາຍຸສູງອາຊຽນ ໄດ້ອອກນະໂຍບາຍແຫ່ງຊາດ ວ່າດ້ວຍຜູ້ອາຍຸສູງ ໃນປີ 2004 ໄດ້ອອກດໍາລັດວ່າດ້ວຍການຈັດຕັ້ງ ແລະ ການເຄື່ອນໄຫວຂອງຄະນະກໍາມະການແຫ່ງຊາດເພື່ອຄົນພິການ ແລະ ຜູ້ອາຍຸສູງ ສະບັບເລກທີ 232/ນຍ ລົງວັນທີ 6 ກັນຍາ 2013 ປັດຈຸບັນ ລັດຖະບານ ກໍຄືກະຊວງແຮງງານ ແລະ ສະຫວັດດີການສັງຄົມ ກໍາລັງສ້າງຮ່າງດໍາລັດວ່າດ້ວຍຜູ້ອາຍຸສູງ ແລະ ຄາດວ່າຈະໄດ້ສະເໜີຜ່ານກອງປະຊຸມລັດຖະບານ ໃນທ້າຍປີ 2020 ນີ້. 

    ຄຽງຄູ່ກັບການຈັດຕັ້ງປະຕິບັດນະໂຍບາຍສະຫວັດດີການຕໍ່ສະມາຊິກ ສອວ ພວກເຮົາແລ້ວ ສອວ ພວກເຮົາຍັງໄດ້ປະກອບສ່ວນຊ່ວຍເຫຼືອສັງຄົມພາຍນອກ ເຊັ່ນ: ໄດ້ຊ່ວຍບັນເທົາທຸກແກ່ປະຊາຊົນທີ່ໄດ້ຮັບຜົນກະທົບຈາກໄພນໍ້າຖ້ວມຢູ່ແຂວງພາກເໜືອ ບາງແຂວງພາກກາງ ແລະ ພາກໃຕ້ ໂດຍສະເພາະ ໄພພິບັດຈາກເຂື່ອນເຊນໍ້າປຽນ-ເຊນໍ້ານ້ອຍ ຢູ່ແຂວງອັດຕະປື ໄດ້ໃຫ້ການຊ່ວຍເຫຼືອປະຊາຊົນທຸກຍາກໃນເຂດຫ່າງໄກສອກຫຼີກຂອງນະຄອນຫຼວງວຽງຈັນ ແລະ ບາງແຂວງ ໄດ້ປະກອບສ່ວນຊ່ວຍປົວແປງໂຮງຮຽນທີ່ຖືກລົມພະຍຸພັດຖະຫຼົ່ມໃນນະຄອນຫຼວງວຽງຈັນ ຫຼ້າສຸດ ກໍໄດ້ປະກອບສ່ວນນໍາພັກ-ລັດ ທາງດ້ານທຶນຮອນຈໍານວນໜຶ່ງ ເພື່ອຊ່ວຍເຫຼືອປະຊາຊົນທີ່ໄດ້ຮັບຜົນກະທົບຈາການແຜ່ລະບາດຂອງພະຍາດໂຄວິດ-19 ອີກດ້ວຍ. 

    ປັດຈຸບັນ ສອວ ພວກເຮົາກໍາລັງສືບຕໍ່ສຶກສາຄົ້ນຄວ້າຄວາມເປັນໄປໄດ້ ໃນການສ້າງຕັ້ງກອງທຶນຊ່ວຍເຫຼືອເຊິ່ງກັນແລະກັນ ທາງດ້ານສະຫວັດດີການ ເພື່ອເພີ່ມເຕີມມູນຄ່ານະໂຍບາຍທາງດ້ານສະຫວັດດີການ ກໍຄືປະກອບສ່ວນເຮັດໃຫ້ການດໍາລົງຊີວິດຂອງສະມາຊິກ ສອວ ພວກເຮົານັບມື້ດີຂຶ້ນ.

   # ຂ່າວ & ພາບ: ສີພອນ

error: Content is protected !!