ໄຂນຳໃຊ້ສະຖານີວິທະຍຸເພື່ອການພັດທະນາເມືອງນາກາຍ

    ພິທີໄຂນຳໃຊ້ສະຖານີວິທະຍຸເພື່ອການພັດທະນາເມືອງນາກາຍ ແຂວງຄຳມ່ວນ ໄດ້ຈັດຂຶ້ນວັນທີ 25 ກັນຍາ 2020 ທີ່ເມືອງດັ່ງກ່າວເປັນກຽດເຂົ້າຮ່ວມຂອງທ່ານ ໂອໄດ ສຸດາພອນ ເຈົ້າແຂວງແຂວງຄຳມ່ວນ ທ່ານ ສະຫວັນຄອນ ຣາຊມຸນຕີ ຮອງລັດຖະມົນຕີກະຊວງ ຖະແຫຼງຂ່າວ ວັດທະນະທຳ ແລະ ທ່ອງທ່ຽວ ທ່ານ ນາງ ຈິນຮາ ຄິມ ຕາງໜ້າຈາກອົງການສະຫະປະຊາຊາດເພື່ອການພັດທະນາປະຈຳລາວ ແລະ ທ່ານ ສະເຕຟານ ເລມາຊອນ ຜູ້ອຳນວຍການຝ່າຍເຕັກນິກ ແລະ ການຜະລິດ ບໍລິສັດໄຟຟ້ານໍ້າເທີນ 2 ພ້ອມດ້ວຍພາກສ່ວນກ່ຽວຂ້ອງຈາກສູນກາງ ແລະ ທ້ອງຖິ່ນ ຄູ່ຮ່ວມພັດທະນາ ອາສາສະໝັກວິທະຍຸຊຸມຊົນ ແລະ ບັນດາອົງການຈັດຕັ້ງທ້ອງຖີ່ນ. 

    ສະຖານີວິທະຍຸດັ່ງກ່າວນີ້ ໄດ້ຮັບການປັບປຸງ ແລະ ຍົກລະດັບກຳລັງສົ່ງຂື້ນເປັນ 1 ກິໂລວັດ ເຊິ່ງແມ່ນການຮ່ວມມືລະຫ່ວາງອົງການ ສະຫະປະຊາຊາດປະຈຳລາວ (ສປຊ) ແລະ ກະຊວງຖະແຫຼງຂ່າວ ວັດທະນະທຳ ແລະ ທ່ອງທ່ຽວ (ຖວທ) ຊຶ່ງແມ່ນໂຄງການສົ່ງເສີມການມີສ່ວນຮ່ວມຂອງປະຊາຊົນຜ່ານວິທະຍຸຊຸມຊົນ (ສສປວ) ເປັນຜູ້ຈັດຕັ້ງປະຕິບັດ ແລະ ພາຍໃຕ້ການຊີ້ນຳກວດກາຈາກກົມສື່ມວນຊົນ ກະຊວງ ຖວທ ສະຖານີວິທະຍຸເພື່ອການພັດທະນາເມືອງນາກາຍ ໄດ້ຮັບທຶນສະໝັບສະໝູນຈາກອົງການ ສປຊ ແລະ ບໍລິສັດໄຟຟ້ານໍ້າເທີນ 2 ມູນຄ່າລວມທັງໝົດ 200.000 ໂດລາສະຫະລັດ ປະມານ 1,8 ຕື້ກວ່າກີບ ໂດຍການປະກອບສ່ວນຂອງບໍລິສັດໄຟຟ້ານໍ້າເທີນ 2 ຈຳກັດ 60% ແລະ ອົງການ ສປຊ 40% ໂຄງການດັ່ງກ່າວແມ່ນມີໄລຍະເວລາ 3 ປີ ເລີ່ມຕັ້ງແຕ່ເດືອນກັນຍາ ປີ 2019 ຫາເດືອນ ສິງຫາ ປີ 2022. 

    ການຈັດຕັ້ງປະຕິບັດໂຄງການດັ່ງກ່າວຂຶ້ນ ເພື່ອຮັບປະກັນໃຫ້ປະຊາຊົນຢູ່ເຂດຫ່າງໄກສອກຫຼີກ ໄດ້ເຂົ້າເຖິງຂໍ້ມູນຂ່າວສານເພີ່ມຂຶ້ນໃນດ້ານຕ່າງໆ ພ້ອມດຽວກັນນັ້ນ ຊຸມຊົນຈະສາມາດມີສ່ວນຮ່ວມໃນການຕັດສິນໃຈເພື່ອພັດທະນາຊຸມຊົນ ກໍຄືຊ່ວຍປັບປຸງຄຸນນະພາບຊີວິດຂອງພວກເຂົາໃຫ້ດີຂຶ້ນ.

# ຂ່າວ & ພາບ: ເພັດສະໝອນ

error: Content is protected !!