ສໍາເລັດສ້າງບຸກຄະລາກອນເປັນນັກໂຄສະນາ-ປາຖະກະຖາ

    ພິທີປິດຊຸດອົບຮົມ ຄວາມຮູ້ພື້ນຖານໃນການເປັນນັກໂຄສະນາ-ປາຖະກະຖາ ໃຫ້ແກ່ຄະນະໜ່ວຍພັກ ຄະນະພັກຮາກຖານ ແລະ ຄະນະສາມອົງການຈັດຕັ້ງມະຫາຊົນ ຂອງກະຊວງສາທາລະນະສຸກ ຊຸດທີ 2 ປະຈໍາປີ 2020 ຈັດຂຶ້ນໃນວັນທີ 25 ກັນຍາ 2020 ທີ່ກະຊວງສາທາລະນະສຸກ ໃຫ້ກຽດເປັນປະທານຮ່ວມຂອງທ່ານນາງ ແສງນ້ອຍ ປັນຍາວົງ ຄະນະປະຈໍາພັກ ຫົວໜ້າກົມຈັດຕັ້ງ ແລະ ພະນັກງານ ກະຊວງສາທາລະນະສຸກ ແລະ ທ່ານ ນາງ ບົວລີ ບັນຊາລິດ ຄະນະພັກ ຫົວໜ້າກົມໂຄສະນາອົບຮົມສູນກາງພັກ ມີພະນັກງານ ຄູ-ອາຈານ ແລະ ນັກສໍາມະນາກອນເຂົ້າຮ່ວມ. 

     ຊຸດອົບຮົມດັ່ງກ່າວ ໄດ້ດໍາເນີນເປັນເວລາ 5 ວັນ ເລີ່ມແຕ່ວັນທີ 21-25/9/2020 ແມ່ນສໍາເລັດລົງ ເຊິ່ງໃນຊຸດອົບຮົມຄັ້ງນີ້ ນັກສໍາມະນາກອນທັງໝົດ 48 ສະຫາຍ ໄດ້ຄົ້ນຄ້ວາຮໍ່າຮຽນ ເພີ່ມທັກສະກ່ຽວກັບຄວາມຮູ້ພື້ນຖານວຽກງານໂຄສະນາ ຄວາມຮູ້ຄວາມສາມາດໃນການຂີດຂຽນເອກະສານທາງການ ເຂົ້າໃຈກ່ຽວກັບຄຸນລັກສະນະ ແລະ ສິນລະປະໃນການປາກເວົ້າ ແລະ ໄດ້ຈັດແບ່ງເປັນ 7 ກຸ່ມ ເພື່ອຈັດການທົດລອງປາຖະກະຖາຕົວຈິງ ມີ 7 ຫົວຂໍ້ຄື: ວັນສ້າງຕັ້ງກອງທັບປະຊາຊົນລາວ ມະຕິກອງປະຊຸມຄົບຄະນະບໍລິຫານງານສູນກາງພັກຄັ້ງທີ 10 ສະໄໝທີ X ວັນສ້າງຕັ້ງພັກປະຊາຊົນປະຕິວັດລາວ ວັນແພດລາວ ວັນມະຫັດສະຈັນແຫກຄຸກຂອງບັນດາທ່ານຜູ້ນໍາລາວ ວັນເກີດປະທານໄກສອນ ພົມວິຫານ ວັນສ້າງຕັ້ງກໍາລັງປ້ອງກັນຄວາມສະຫງົບ. 

    ສະຫຼຸບແລ້ວ ຜົນຂອງການເຝິກອົບຮົມໃນຄັ້ງນີ້ ສາມາດສ້າງໄດ້ນັກໂຄສະນາ-ປາຖະກະຖາທີ່ມີມາດຖານດີສົມຄວນ ທີ່ສາມາດຂຽນບົດປາຖະກະຖາ ແລະ ສາມາດໂຄສະນາ ປາຖະກະຖາໄດ້ຢ່າງໜ້າເພິ່ງພໍໃຈ.

​  # ຂ່າວ & ພາບ: ວຽງມາ

error: Content is protected !!