ໂຄງການທາງລົດໄຟລາວ-ຈີນ ແລະ ທາງດ່ວນ ມີຜົນປະໂຫຍດຕໍ່ການພັດທະນາເສດຖະກິດ ນວ

    ທ່ານ ສິນລະວົງ ຄຸດໄພທູນ ເຈົ້າຄອງນະຄອນຫຼວງວຽງຈັນ ກ່າວວ່າ: ໂຄງການກໍ່ສ້າງທາງລົດໄຟລາວ-ຈີນ ແມ່ນສັນຍະລັກໜຶ່ງຂອງການຮ່ວມມືລາວ-ຈີນ ເປັນໂຄງການຕົວຈິງໃນການປະຕິບັດນະໂຍບາຍ ໜຶ່ງແລວທາງ ໜຶ່ງເສັ້ນທາງ ໂຄງການນີ້ ຖ້າຈັດຕັ້ງປະຕິບັດສໍາເລັດ ແລະ ເປີດນໍາໃຊ້ຢ່າງເປັນທາງການ ຈະນໍາເອົາຜົນປະໂຫຍດອັນໃຫຍ່ຫຼວງຕໍ່ການພັດທະນາເສດຖະກິດ-ສັງຄົມຂອງຊາດ ກໍຄືນະຄອນຫຼວງວຽງຈັນ (ນວ) ຂອງພວກເຮົາ ຈະຫັນປ່ຽນປະເທດເຮົາທີ່ບໍ່ມີທາງອອກສູ່ທະເລ ເປັນປະເທດເຊື່ອມຈອດ

ກັບພາກພື້ນ ແລະ ສາກົນ ເປັນຫົວຈັກແກ່ດຶງການພັດທະນາເສດຖະກິດ-ສັງຄົມ ການທ່ອງທ່ຽວ ການລົງທຶນຕ່າງປະເທດ ເປັນເງື່ອນໄຂສໍາຄັນທີ່ສຸດຂອງພາລະກິດລືບລ້າງຄວາມທຸກຍາກຂອງປະຊາຊົນ ແລະ ຄວາມດ້ອຍພັດທະນາໃນປະເທດເຮົາ ທັງເປັນໂອກາດດີທີ່ສໍາລັບບັນດາຫົວໜ່ວຍທຸລະກິດຂະໜາດໃຫຍ່ຂອງ ສປ ຈີນ ແລະ ຕ່າງປະເທດທີ່ໄດ້ມາລົງທຶນຢູ່ພື້ນທີ່ ນວ ຫຼາຍຂຶ້ນ ປະກອບສ່ວນຢ່າງໃຫຍ່ຫຼວງ ໃຫ້ການຊູກຍູ້ການເຕີບໂຕຂອງເສດຖະກິດປະເທດ ກໍຄື ນວ ໃຫ້ຂະຫຍາຍຕົວດີຂຶ້ນເລື້ອຍໆ ເຊິ່ງໄລຍະ 2-3 ປີຜ່ານມານີ້ GDP ຂອງ ນວ ເພີ່ມສູງຂຶ້ນຢ່າງຕໍ່ເນື່ອງ ສາມາດດຶງດູດນັກລົງທຶນ ນັກທ່ອງທ່ຽວໄດ້ເພີ່ມຂຶ້ນ ແລະ ເຮັດໃຫ້ການຂະຫຍາຍເທສະບານເມືອງກວ້າງອອກ ການຈ້າງງານເພີ່ມຂຶ້ນ ແລະ ອື່ນໆ. 

    ສໍາລັບໂຄງການກໍ່ສ້າງທາງດ່ວນ ນະຄອນຫຼວງ-ວັງວຽງ ເຊິ່ງມີເສັ້ນທາງຜ່ານເມືອງນາຊາຍທອງ ມີຄວາມຍາວ 31 ກວ່າກີໂລແມັດ ໄດ້ເລີ່ມລົງມືກໍ່ສ້າງໃນກາງເດືອນພະຈິກ 2018 ມາຮອດປັດຈຸບັນ ແມ່ນສໍາເລັດຫຼາຍກວ່າ 90% ໂຄງການດັ່ງກ່າວ ບໍ່ພຽງແຕ່ເປັນອີກສັນຍະລັກໜຶ່ງໃນການຮ່ວມມືຂອງສອງປະເທດ ແຕ່ຖ້າຫາກໂຄງການດັ່ງກ່າວສໍາເລັດ ຍັງຈະເປັນການປະຢັດເວລາໃນການໄປ-ມາຫາສູ່ເຊິ່ງກັນແລະ ກັນ ຈາກແຕ່ກ່ອນໃຊ້ເວລາປະມານ 3-4 ຊົ່ວໂມງ ຈະຫຼຸດມາເປັນ 1 ຊົ່ວໂມງ ເປັນການຊ່ວຍຫຼຸດຜ່ອນຄ່າໃຊ້ຈ່າຍ ແລະ ການຂົນສົ່ງສິນຄ້າ ກໍໄດ້ໃນປະລິມານທີ່ຫຼາຍຂຶ້ນກວ່າເກົ່າ ພ້ອມນັ້ນ ຍັງເປັນການສົ່ງເສີມການທ່ອງທ່ຽວພາຍໃນ ແລະ ຕ່າງປະເທດ ໃຫ້ມີຄວາມສະດວກສະບາຍ ແລະ ອັນສໍາຄັນອີກຢ່າງໜຶ່ງ ຍັງເປັນຕົວແບບ ແລະ ມາດຕະຖານໃໝ່ ໃຫ້ແກ່ໂຄງການກໍ່ສ້າງທາງດ່ວນອື່ນໆທີ່ຈະເກີດຂຶ້ນຢູ່ປະເທດເຮົາໃນຕໍ່ໜ້ານີ້ຕື່ມອີກ.

# ຂ່າວ & ພາບ: ລັດເວລາ

error: Content is protected !!