ອົງຄະນະພັກນະຄອນຫຼວງ ສາມາດບັນລຸຜົນສຳເລັດຫຼາຍດ້ານ

ການ­ຈັດ­ຕັ້ງ​ປະ­ຕິ­ບັດ​ຄາດ­ໝາຍ​ສູ້​ຊົນ​ຂອງ​ມະ­ຕິ​ກອງ​ປະ­ຊຸມ​ໃຫຍ່​ຄັ້ງ​ທີ VI ຂອງ​ອົງ­ຄະ​ນະ​ພັກ​ນະ­ຄອນ­ຫຼວງ​ວຽງ​ຈັນ (ນວ) ໃນ 5 ປີ­ຜ່ານ­ມາ​ສາ­ມາດ​ບັນ­ລຸ​ໄດ້​ຜົນ­ສຳ­ເລັດ​ຫຼາຍ​ດ້ານ ໂດຍ​ສະ­ເພາະ ການ​ຮັບ­ປະ­ກັນ​ໃຫ້ ນວ ມີ​ສະ­ຖຽນ​ລະ​ພາບ​ທາງ​ດ້ານ​ການ­ເມືອງ ມີ​ຄວາມ​ສະ­ຫງົບ​ປອດ​ໄພ ແລະ ເປັນ​ລະ­ບຽບ​ຮຽບ​ຮ້ອຍ​ທາງ​ສັງ­ຄົມ​ຢ່າງ​ໜັກ​ແໜ້ນ ໄດ້​ຮັບ​ການ­ຈັດ­ຕັ້ງ​ຜັນ​ຂະ­ຫຍາຍ ແລະ ບັນ­ລຸ​ຜົນ­ສຳ­ເລັດ​ໂດຍ​ພື້ນ­ຖານ.

ສະ­ຫາຍ ສິນ​ລະ​ວົງ ຄຸດ​ໄພ­ທູນ ກຳ­ມະ­ການ​ກົມ​ການ­ເມືອງ​ສູນ​ກາງ​ພັກ ເລ­ຂາ​ຄະ­ນະ​ພັກ ເຈົ້າ​ຄອງ ນວ ໃຫ້​ສຳ­ພາດ​ຕໍ່​ສື່​ມວນ​ຊົນ​ວັນ​ທີ 22 ກັນ­ຍາ 2020 ວ່າ: ຄື​ທີ່​ພວກ​ເຮົາ​ຮູ້​ນຳ​ກັນ​ໃນ​ກອງ​ປະ­ຊຸມ​ໃຫຍ່​ຄັ້ງ​ທີ VI ຂອງ​ອົງ­ຄະ​ນະ​ພັກ ນວ ເດືອນ​ສິງ­ຫາ 2015 ຜູ້​ແທນ​ໄດ້​ຮັບ­ຮອງ​ເອົາ​ມະ­ຕິ​ສຳ­ຄັນ​ໃນ​ການ​ພັດ­ທະ­ນາ ນວ ຢ່າງ­ຮອບ­ດ້ານ ໃນ​ນັ້ນ ໄດ້​ເນັ້ນ​ໜັກ 6 ວິ­ໄສ​ທັດ​ຮອດ​ປີ 2030 ເນັ້ນ 6 ຍຸດ​ທະ​ສາດ​ຮອດ​ປີ 2025 ເນັ້ນ 6 ໂຄງ­ການ​ບຸກ​ທະ­ລຸ 22 ໂຄງ­ການ​ໃຫຍ່​ລະ­ດັບ​ຊາດ 18 ຄາດ­ໝາຍ​ໃຫຍ່ 8 ໜ້າ­ທີ່​ພື້ນ­ຖານ​ຮອດ​ປີ 2020 ແລະ ບັນ­ຫາ​ສຳ­ຄັນ​ອື່ນໆ​ຈຳ­ນວນ​ໜຶ່ງ.

ຜ່ານ​ການ­ຈັດ­ຕັ້ງ​ປະ­ຕິ­ບັດ​ຕົວ​ຈິງ​ຈາກ​ມະ­ຕິ​ຄື​ດັ່ງ­ກ່າວ ຄະ­ນະ​ພັກ-ອົງ­ການ​ປົກ­ຄອງ ນວ ລວມ​ທັງ​ສະ­ພາ​ປະ­ຊາ­ຊົນ ແລະ ພະ­ນັກ­ງານ ສະ­ມາ­ຊິກ​ພັກ ຕະ­ຫຼອດ​ຮອດ​ປະ­ຊາ­ຊົນ​ຊາວ ນວ ໄດ້​ພ້ອມ​ກັນ​ເອົາ­ໃຈ­ໃສ່​ຈັດ​ຕັ້ງ​ຜັນ​ຂະ­ຫຍາຍ​ຢ່າງ​ຕັ້ງ­ໜ້າ ແລະ ເອົາ​ການ​ເອົາ​ງານ ມາ​ຮອດ​ປັດ­ຈຸ­ບັນ ເຫັນ​ວ່າ​ທຸກ​ນະ­ໂຍ­ບາຍ ແຜນ​ງານ ໂຄງ­ການ ແລະ ຄາດ­ໝາຍ ລ້ວນ​ແຕ່​ໄດ້​ຮັບ​ການ­ຈັດ­ຕັ້ງ​ປະ­ຕິ­ບັດ ແລະ ບັນ­ລຸ​ຜົນ­ສຳ­ເລັດ​ໂດຍ​ພື້ນ­ຖານ ເວົ້າ​ສະ­ເພາະ​ຄາດ­ໝາຍ​ຮັບ­ປະ­ກັນ​ໃຫ້ ນວ ມີ​ສະ­ຖຽນ​ລະ​ພາບ​ທາງ​ດ້ານ​ການ­ເມືອງ ມີ​ຄວາມ​ສະ­ຫງົບ​ປອດ​ໄພ ແລະ ມີ​ຄວາມ​ເປັນ​ລະ­ບຽບ​ຮຽບ​ຮ້ອຍ​ທາງ​ດ້ານ​ສັງ­ຄົມ​ຢ່າງ​ໜັກ​ແໜ້ນ​ນັ້ນ ຄະ­ນະ​ພັກ-ອົງ­ການ​ປົກ­ຄອງ​ໄດ້​ຍືດ​ຖື​ເປັນ​ວຽກ​ງານ​ບູ​ລິ​ມະ​ສິດ ແລະ ນຳ­ພາ​ຈັດ​ຕັ້ງ​ປະ­ຕິ­ບັດ​ຢ່າງ​ເປັນ​ປະ­ຈຳ​ວັນ ແລະ ລົງ​ຮອດ​ຮາກ​ຖານ ໂດຍ​ໄດ້​ປະ­ຕິ­ບັດ​ຢ່າງ​ເຂັ້ມ​ງວດ​ພໍ​ສົມ­ຄວນ ຕາມ​ແຜນ​ນະ­ໂຍ­ບາຍ ກົດ­ໝາຍ​ປ້ອງ​ກັນ​ຊາດ-ປ້ອງ​ກັນ​ຄວາມ​ສະ­ຫງົບ ທັງ​ໄດ້​ເພີ່ມ​ເຕີມ​ນິ­ຕິ​ກຳ​ຂັ້ນ​ທ້ອງ­ຖິ່ນ​ເຊັ່ນ: ຂໍ້​ຕົກ­ລົງ​ວ່າ​ດ້ວຍ​ເປົ້າ​ໝາຍ​ສ້າງ ນວ ສະ­ຫງົບ​ສຸກ​ໃນ​ໄລ­ຍະ​ໃໝ່ ມີ 5 ເປົ້າ​ໝາຍ 24 ຕົວ​ຊີ້​ວັດ ຂໍ້​ຕົກ­ລົງ​ວ່າ​ດ້ວຍ​ມາດ​ຕະ­ການ​ຫຼຸດ­ຜ່ອນ​ອຸ­ບັດ­ເຫດ ແລະ ການ​ຮັກ­ສາ​ຄວາມ​ປອດ​ໄພ​ຕາມ​ທ້ອງ​ຖະ­ໜົນ​ທົ່ວ ນວ ມີ 6 ເປົ້າ​ໝາຍ ແລະ 5 ມາດ​ຕະ­ການ ຄຳ​ສັ່ງ​ວ່າ​ດ້ວຍ​ການ​ເປີດ​ຂະ​ບວນ​ການ​ແຂ່ງ­ຂັນ​ຮັກ​ຊາດ ແລະ ພັດ­ທະ­ນາ ຕິດ​ພັນ​ກັບ​ຮັກ ແລະ ຮ່ວມ​ໃຈ​ກັນ​ພັດ­ທະ­ນາ ນວ ເປັນ­ຕົ້ນ ຂະ​ບວນ 3 ຫຼຸດ 3 ເພີ່ມ ມະ­ຕິ​ວ່າ​ດ້ວຍ​ການ​ຫັນ​ສະ­ມາ­ຊິກ​ພັກ ພະ­ນັກ­ງານ-ລັດ­ຖະ­ກອນ ລົງ​ຮາກ​ຖານ​ກັບ​ທີ່­ຢູ່​ບ້ານ​ຂອງ​ຕົນ ເພື່ອ​ຊ່ວຍ​ໜູນ ແລະ ເພີ່ມ​ຄວາມ​ເຂັ້ມ­ແຂງ​ໃຫ້​ໜ່ວຍ​ພັກ ແລະ ອົງ­ການ​ປົກ­ຄອງ​ບ້ານ ໃນ​ການ​ສ້າງ­ສາ​ພັດ­ທະ­ນາ​ບ້ານ​ຕາມ 4 ເນື້ອ​ໃນ 4 ຄາດ­ໝາຍ ຕາມ​ມະ­ຕິ​ຂອງ​ກົມ​ການ­ເມືອງ​ສູນ​ກາງ​ພັກ​ກຳ­ນົດ​ໄວ້​ໃນ​ພາກ​ປະ​ບັດ​ຕົວ​ຈິງ ນວ ໄດ້​ຈັດ​ຕັ້ງ​ກຳ­ລັງ​ສະ­ກັດ​ກັ້ນ ແລະ ແກ້​ໄຂ​ປາ­ກົດ­ການ​ຫຍໍ້­ທໍ້​ໃນ​ສັງ­ຄົມ​ໃນ​ແຕ່​ລະ 6 ເດືອນ ແລະ ໄຕ​ມາດ​ຕາມ​ດຳ­ລັດ​ດັ່ງ­ກ່າວ ໃນ​ນັ້ນ ສຸມ​ໃສ່​ແກ້​ໄຂ​ບັນ­ຫາ​ຢາ​ເສບ​ຕິດ ອາ​ຊະ​ຍາ​ກຳ ແລະ ຂໍ້​ຂັດ​ແຍ່ງ​ຄະ­ດີ​ຄວາມ​ຕ່າງໆ​ໃນ​ສັງ­ຄົມ ການ​ປຸ້ນ​ຈີ້​ຊີງ​ຊັບ ລັກ​ຊັບ ໄພ​ສັງ­ຄົມ ຈັດ​ສັນ​ຄວາມ​ເປັນ​ລະ­ບຽບ​ຮຽບ​ຮ້ອຍ ການ​ລະ­ບາຍ​ຄວາມ​ແອ​ອັດ-ລົດ​ຕິດ​ໃນ​ພາກ​ເຊົ້າ-ແລງ ເອົາ­ໃຈ­ໃສ່​ຈັດ​ຕັ້ງ​ເວນ­ຍາມ​ສຳ­ນັກ­ງານ ອົງ­ການ ບ້ານ ປະ­ຕິ­ບັດ​ປ້ອງ​ກັນ​ງານ​ບຸນ​ໃຫຍ່ ກອງ​ປະ­ຊຸມ​ສຳ­ຄັນ ປ້ອງ​ກັນ​ຄວາມ​ສະ­ຫງົບ​ໃນ​ສະ­ພາບ​ໂລກ­ລະ­ບາດ​ໂຄ​ວິດ-19 ຢ່າງ​ເຂັ້ມ­ແຂງ ແລະ ມີ​ປະ​ສິດ­ທິ​ຜົນ​ສົມ­ຄວນ ໄປ​ພ້ອມໆ​ກັບ​ການ­ເຄື່ອນ­ໄຫວ​ຕົວ​ຈິງ ນວ ໄດ້​ເອົາ­ໃຈ­ໃສ່​ຕໍ່​ການ​ກໍ່­ສ້າງ​ຈັດ​ວາງ ນຳ​ໃຊ້ ບັນ­ຊາ ກວດ­ກາ​ກຳ​ລົງ​ປະ­ກອບ​ອາ­ວຸດ​ປະ­ຊາ­ຊົນ ແລະ ກຳ­ລັງ​ປ້ອງ​ກັນ​ຕົວ​ເອງ​ຢ່າງ​ເປັນ​ລະ­ບົບ ທັງ​ໄດ້​ເຝີກ​ອົບ­ຮົມ ຍົກ​ລະ­ດັບ​ຄວາມ​ສາ­ມາດ​ປ້ອງ​ກັນ​ພື້ນ​ທີ່​ຂອງ​ຕົນ ຈາກ​ການ­ເຄື່ອນ­ໄຫວ ໄດ້​ເຮັດ​ໃຫ້​ພື້ນ​ທີ່ ນວ ມີ​ສະ­ຖຽນ​ລະ​ພາບ​ທາງ​ການ­ເມືອງ​ໜັກ​ແໜ້ນ ມີ​ຄວມ​ສະ­ຫງົບ​ປອດ​ໄພ ແລະ ມີ​ຄວາມ​ເປັນ​ລະ­ບຽບ​ຮຽບ​ຮ້ອຍ​ໃນ​ສັງ­ຄົມ ປະ­ຊາ­ຊົນ​ມີ​ຄວາມ​ຢູ່​ເຢັນ​ເປັນ​ສຸກ ທັງ​ເປັນ​ການ​ອຳ­ນວຍ​ສະ­ດວກ​ໃຫ້​ແກ່​ການ​ສ້າງ­ສາ​ພັດ­ທະ­ນາ​ປະ­ເທດ​ຊາດ​ໄດ້​ຢ່າງ​ເຂັ້ມ­ແຂງ.

ສຳ­ລັບ​ການ­ຈັດ­ຕັ້ງ​ປະ­ຕິ­ບັດ​ຄາດ­ໝາຍ​ສູ້​ຊົນ ເຮັດ​ໃຫ້​ຍອດ​ຜະ­ລິດ​ຕະ​ພັນ​ພາຍ​ໃນ (GDP) ເພີ່ມ​ຂຶ້ນ​ສະ­ເລ່ຍ 11% ຕໍ່​ປີ ໂຄງ​ປະ­ກອບ​ເສດ­ຖະ­ກິດ​ຫັນ­ປ່ຽນ​ຕາມ​ກົນ​ໄກ​ເສດ­ຖະ­ກິດ​ຕະ­ຫຼາດ ແລະ ໃຫ້​ບັນ­ລຸ​ຄາດ­ໝາຍ​ກົນ​ໄກ​ເສດ­ຖະ­ກິດ​ຕະ­ຫຼາດ ແລະ ໃຫ້​ບັນ­ລຸ​ຄາດ­ໝາຍ​ດ້ານ​ກະ­ສິ­ກຳ​ເພີ່ມ​ຂຶ້ນ 7% ກວມ​ເອົາ 14% ຂອງ GDP ອຸດ­ສາ­ຫະ­ກຳ ເພີ່ມ​ຂຶ້ນ 16% ກວມ​ເອົາ 49% ຂອງ GDP ແລະ ດ້ານ​ການ​ບໍ­ລິ­ການ​ເພີ່ມ​ຂຶ້ນ 11% ກວມ​ເອົາ 37% ຂອງ GDP ຕໍ່​ຄາດ­ໝາຍ​ນີ້ ການ​ປະ­ຕິ­ບັດ​ເຫັນ​ວ່າ​ໃນ 2 ປີ​ທຳ​ອິດ ສາ­ມາດ​ບັນ­ລຸ​ໄດ້ ແຕ່​ໄລ­ຍະ 3 ປີ​ສຸດ​ທ້າຍ​ຍັງ​ບໍ່​ສາ­ມາດ​ບັນ­ລຸ​ໄດ້​ແຜນ­ການ ອັນ​ເນື່ອງ​ມາ​ຈາກ​ໄດ້​ຮັບ​ຜົນ​ກະ­ທົບ​ຂອງ​ສະ­ພາບ​ເສດ­ຖະ­ກິດ​ໂລກ​ຖົດ​ຖອຍ ແລະ ພາຍ​ໃນ​ປະ­ເທດ​ຫຍຸ້ງ­ຍາກ ເກີດ​ມີ​ໄພ​ນ້ຳ​ຖ້ວມ​ປີ 2018 ແລະ ປີ 2020 ເກີດ​ພະ­ຍາດ​ໂຄ​ວິດ-19 ເຮັດ​ໃຫ້​ຈັງ­ຫວະ​ການ​ເຕີບ​ໂຕ​ຂອງ​ເສດ­ຖະ­ກິດ ນວ ກໍ​ຄື​ປະ­ເທດ​ເຮົາ​ຫຼຸດ​ລົງ​ຫຼາຍ​ເທົ່າ​ຕົວ ເຊິ່ງ​ລວມ​ຍອດ​ຜະ­ລິດ​ຕະ​ພັນ​ພາຍ​ໃນ​ຂອງ ນວ ປີ 2020 ບັນ­ລຸ​ໄດ້ 52.509,67 ຕື້​ກີບ ເທົ່າ​ກັບ 6,32% ຂອງ GDP ສະ­ເລ່ຍ​ລາຍ​ຮັບ​ຕໍ່​ຫົວ​ຄົນ 54 ລ້ານ​ກີບ​ຕໍ່​ປີ.

ການ​ປະ­ຕິ­ບັດ​ຄາດ­ໝາຍ​ແກ້​ໄຂ​ຄວາມ­ທຸກ​ຍາກ ໂດຍ​ສະ­ເພາະ​ການ​ລືບ​ລ້າງ​ຄວາມ­ທຸກ​ຍາກ​ຂັ້ນ​ຄອບ­ຄົວ​ຂອງ​ປະ­ຊາ­ຊົນ​ຢູ່ ນວ ໄດ້​ສຳ­ເລັດ​ໂດຍ​ພື້ນ­ຖານ​ມາ​ແຕ່​ປີ 2015 ປັດ­ຈຸ­ບັນ​ໄດ້​ມີ​ການ​ປະ​ເມີນ​ຜົນ​ຄວາມ­ທຸກ​ຍາກ​ຄືນ­ໃໝ່ ຕາມ​ດຳ­ລັດ 384/ນຍ ເຫັນ​ວ່າ​ຍັງ​ມີ​ຄວາມ­ທຸກ​ຍາກ​ຢູ່​ເລັກ​ນ້ອຍ ໂດຍ​ສະ­ເພາະ​ຄວາມ­ທຸກ​ຍາກ​ສ່ວນ​ບຸກ­ຄົນ ເປັນ­ຕົ້ນ​ຜູ້​ມີ​ລາຍ​ຮັບ​ບໍ່​ເຖິງ 20 ໂດ​ລາ​ຕໍ່​ຄົນ​ຕໍ່​ວັນ ດ້ານ​ການ​ປະ­ຕິ­ບັດ​ເປົ້າ​ໝາຍ​ຍຸດ​ທະ​ສາດ​ຫຼຸດ​ພົ້ນ​ອອກ​ຈາກ​ນະ­ຄອນ​ດ້ອຍ​ພັດ­ທະ­ນາ ໂດຍ​ສະ­ເພາະ ຕົວ​ຊີ້​ວັດ​ທາງ​ດ້ານ​ພື້ນ­ຖານ​ໂຄງ​ລ່າງ ເສັ້ນ­ທາງ ມີ​ຄວາມ​ຫຍຸ້ງ­ຍາກ ປັດ­ຈຸ­ບັນ ບັນ­ລຸ​ໄດ້​ພຽງ​ແຕ່ 50% ຫຼື ປະ­ມານ 300 ບ້ານ ເຊິ່ງ​ບັນ­ຫາ​ອັນ​ໜັກ­ໜ່ວງ​ໃນ​ເວ­ລາ​ນີ້ ຍັງ​ມີ​ສະ­ພາບ​ໜີ້​ສາ­ທາ­ລະ­ນະ​ອັນ​ເກີດ​ຈາກ​ຄວາມ​ຕ້ອງ­ການ​ເພື່ອ​ກໍ່­ສ້າງ ຂະ­ຫຍາຍ​ທາງ​ໃນ​ຕົວ​ເມືອງ ແລະ ຊານ­ເມືອງ​ແບບ​ລົງ­ທຶນ​ກ່ອນ ປັດ­ຈຸ­ບັນ ສາ­ມາດ​ບັນ­ລຸ​ຄາດ­ໝາຍ​ຂອງ​ການ​ວາງ​ແຜນ​ແກ້​ໄຂ​ໄດ້​ແລ້ວ 40% ສະ­ຫັດ​ສະ​ວັດ​ດ້ານ​ການ​ພັດ­ທະ­ນາ ສາ­ມາດ​ບັນ­ລຸ​ເປົ້າ​ໝາຍ​ໂດຍ​ພື້ນ­ຖານ ຍັງ­ພຽງ​ແຕ່ 4 ຕົວ​ຊີ້​ວັດ​ຍ່ອຍ​ຂອງ​ຂະ­ແໜງ­ການ​ສາ­ທາ­ລະ­ນະ​ສຸກ ແລະ ສຶກ​ສາ ທີ່​ກຳ­ລັງ​ສຸມ​ໃສ່​ຈັດ​ຕັ້ງ​ປະ­ຕິ­ບັດ​ໃຫ້​ບັນ­ລຸ​ຕາມ​ແຜນ­ການ​ທີ່​ວາງ​ໄວ້.

error: Content is protected !!