ເພື່ອຕອບສະໜອງກັບຄວາມຮຽກຕ້ອງການ ແລະ ສືບຕໍ່ຊີ້ນຳ-ນຳພາວຽກງານສະຫະພັນແມ່ຍິງນະຄອນຫຼວງວຽງຈັນ (ນວ) ໃຫ້ມີຜົນສຳເລັດໃນຕໍ່ໜ້າ ດັ່ງນັ້ນ ວັນທີ 23 ກັນຍາ 2020 ສະຫະພັນແມ່ຍິງ ນວ ໄດ້ຈັດພີທີມອບ-ຮັບໜ້າທີ່ລະຫວ່າງປະທານສະຫະພັນແມ່ຍິງ ນວ ຜູ້ເກົ່າ ແລະ ຜູ້ໃໝ່ ທີ່ຫ້ອງວ່າການປົກຄອງ ນວ ມີທ່ານ ບຸນທອງ ພົມມະຈັນ ຫົວໜ້າຄະນະຈັດຕັ້ງ ນວ ພ້ອມດ້ວຍປະທານສະຫະພັນແມ່ຍິງ ນວ ຜູ້ເກົ່າ ແລະ ຜູ້ໃໝ່ ບັນດາປະທານສະຫະພັນແມ່ຍິງພະແນກການ ແລະ ເມືອງເຂົ້າຮ່ວມ.

ໃນພິທີ ທ່ານນາງ ວິໄລພອນ ແກ້ວໂພໄຊ ຄະນະບໍລິຫານງານ ຮອງປະທານສະຫະພັນແມ່ຍິງ ນວ ໄດ້ຜ່ານຄຳສັ່ງຄະນະປະຈຳພັກ ນວ ວ່າດ້ວຍການຍົກຍ້າຍພະນັກງານ ອີງຕາມມະຕິຂອງກົມການເມືອງສູນກາງພັກ ວ່າດ້ວຍວຽກງານຄຸ້ມຄອງພະນັກງານ ອີງຕາມການຕົກລົງເຫັນດີເປັນເອກະພາບຂອງກອງປະຊຸມຄະນະປະຈຳພັກ ນວ ອີງຕາມໜັງສືແຈ້ງຕອບຂອງສູນກາງສະຫະພັນແມ່ຍິງລາວ ຕາມໜັງສືສະເໜີຂອງຄະນະຈັດຕັ້ງ ນວ ສະນັ້ນ ຄະນະພັກ ນວ ໄດ້ອອກຄຳສັ່ງຍົກຍ້າຍທ່ານນາງ ບົວລອນ ວົງດາລາແສນ ປະທານສະຫະພັນແມ່ຍິງ ນວ ຜູ້ເກົ່າ ໄປປະຈຳການຢູ່ສະຖາບັນຄົ້ນຄວ້າການພັດທະນາເສດຖະກິດ-ສັງຄົມ ເພື່ອລໍຖ້າຮັບອູດໜູນບຳນານງວດທີ I ປີ 2021 ແລະ ແຕ່ງຕັ້ງທ່ານນາງ ຫຼຽນຄຳ ວິລະພັນ ຮອງປະທານສະຫະພັນແມ່ຍິງ ນວ ມາເປັນປະທານສະຫະພັນແມ່ຍິງ ນວ ຜູ້ໃໝ່.

ນອກຈາກນີ້ ໃນພິທີກໍໄດ້ຮັບຟັງການຜ່ານມະຕິຕົກລົງຂອງຄະນະປະຈຳພັກ ນວ ວ່າດ້ວຍການຮັບຮອງເອົາຄະນະບໍລິຫານງານສະຫະພັນແມ່ຍິງ ນວ ສະໄໝທີ VIII ມີທັງໝົດ 39 ທ່ານ ແລະ ຮັບຟັງການໂອ້ລົມຈາກຂັ້ນເທິງອີກດ້ວຍ.
