ພິທີຖະແຫຼງຂ່າວ ການຈັດງານສະເຫຼີມສະຫຼອງບຸນອອກພັນສາ ປະວໍລະນາ ປະຈຳປີ 2020 ທີ່ທ່າວັດຈັນ ເມືອງຈັນທະບູລີ ຈັດຂຶ້ນວັນທີ 22 ກັນຍາ 2020 ຢູ່ປົກຄອງເມືອງຈັນທະບູລີ ໂດຍມີທ່ານ ບຸນໜາ ຜາທຸມມະວົງ ເຈົ້າເມືອງຈັນທະບູລີ ປະທານຈັດງານບຸນອອກພັນສາ ປະວໍລະນາ ປະຈຳປີ 2020 ທີ່ທ່າວັດຈັນ ມີບັນດາຄະນະຮັບຜິດຊອບຈັດງານດັ່ງກ່າວ ຜູ້ຕາງໜ້າບໍລິສັດ ຫ້າງຮ້ານ ຫົວໜ່ວຍທຸລະກິດ ແລະ ແຂກຖືກເຊີນ ເຂົ້າຮ່ວມ.

ໂອກາດນີ້ ທ່ານ ບຸນໜາ ຜາທຸມມະວົງ ກ່າວວ່າ: ງານບຸນອອກພັນສາປະວໍລະນາປີນີ້ ຈະຈັດຂຶ້ນລະຫວ່າງວັນທີ 1-3 ຕຸລາ 2020 ຈຸດປະສົງຂອງການຈັດງານຄັ້ງນີ້ ເພື່ອເປັນການຮັກສາ ແລະ ເສີມຂະຫຍາຍງານບຸນປະເພນີທີ່ເຄີຍສືບທອດກັນມາແຕ່ບູຮານນະການ ໃຫ້ດຳລົງຄົງຢູ່ນຳຊາວລາວຕະຫຼອດໄປ ທັງເປັນການສົ່ງເສີມໂຄສະນາ ວາງສະແດງ ຈຳໜ່າຍສິນຄ້າ ເພື່ອເຮັດໃຫ້ຜະລິດຕະພັນສິນຄ້າພາຍໃນ ໃຫ້ນັບມື້ເຕີບໃຫຍ່ຂະຫຍາຍຕົວຢ່າງກວ້າງຂວາງ ແລະ ມີໂອກາດເສີມຂະຫຍາຍທ່າແຮງບົ່ມຊ້ອນຂອງສິນຄ້າດັ່ງກ່າວ ເພື່ອໃຫ້ປະຊາຊົນລາວບັນດາເຜົ່າທີ່ມາທ່ຽວງານບຸນໄດ້ຊື້ ໄດ້ຂາຍ ໄດ້ແລກປ່ຽນຜະລິດຕະພັນພາຍໃນ ແລະ ທັງເປັນການສົ່ງເສີມການທ່ອງທ່ຽວພາຍໃນ ຫຼື ລາວທ່ຽວລາວ.
ງານບຸນອອກພັນສາປະວໍລະນາປີນີ້ ພວກເຮົາບໍ່ໄດ້ຈັດໃຫຍ່ຄືປີຜ່ານມາ ເນື່ອງຈາກວ່າມີສະພາບການແຜ່ລະບາດຂອງພະຍາດໂຄວິດ 19 ສະນັ້ນ ພື້ນທີ່ຈັດງານບຸນ ການຂາຍຜະລິດຕະພັນຕ່າງໆ ແມ່ນກຳນົດໃຫ້ຂາຍພາຍໃນຂອບເຂດສວນເຈົ້າອະນຸວົງ ແລະ ຂອບເຂດນອກຈຳນວນໜຶ່ງ ເຊິ່ງພາຍໃນງານບຸນ ພວກເຮົາໄດ້ຈັດໃຫ້ມີການວາງສະແດງ ແລະ ຂາຍສິນຄ້າເຄື່ອງທົ່ວໄປ ທັງພາຍໃນ ແລະ ຕ່າງປະເທດ ໃນນີ້ ໄດ້ເນັ້ນການສົ່ງເສີມຜະລິດຕະພັນ ສິນຄ້າທີ່ພົ້ນເດັ່ນຂອງທ້ອງຖິ່ນ ຂອງບ້ານ ຂອງເມືອງ ຂອງຄອບຄົວຕົວແບບ ຄອບຄົວຜະລິດຕະພັນສິນຄ້າໂອດ໋ອບ ເພື່ອເປັນການສົ່ງເສີມຫົວໜ່ວຍທຸລະກິດຕ່າງໆ ສຳລັບກິດຈະກຳການແຂ່ງຂັນກີລາຊ່ວງເຮືອ ແມ່ນຈັດຢູ່ທີ່ທ່າວັດຈັນ ເມືອງຈັນທະບູລີ (ຈຸດປ່ອຍເຮືອແມ່ນເຂດບ້ານສີຖານເໜືອ ເມືອງສີໂຄດຕະບອງ ລົງໄປຫາຜາມໄຊ ໜ້າວັດຈັນ) ເຊິ່ງມີພຽງແຕ່ຊ່ວງເຮືອປະເພດ 12 ສີພາຍ ໂດຍຈະມີເຮືອເຂົ້າຮ່ວມປະມານ 10 ລຳ ເພື່ອຊ່ວງບູຊາໜ້ານ້ຳຕາມຮີດຄອງ.

ໂອກາດນີ້ ຂ້າພະເຈົ້າ ນາມປະທານຈັດງານ ຮຽກຮ້ອງມາຍັງບັນດາທ່ານທຸກພາກສ່ວນ ຕະຫຼອດຮອດພະນັກງານ ທະຫານ ຕຳຫຼວດ ປະຊາຊົນບັນດາເຜົ່າທົ່ວນະຄອນຫຼວງວຽງຈັນ ຈົ່ງພ້ອມກັນຮ່ວມແຮງຮ່ວມໃຈ ເປັນເຈົ້າການປະກອບສ່ວນ ແລະ ເຂົ້າຮ່ວມງານບຸນອອກພັນສາ ປະວໍລະນາ ປະຈຳປີ 2020 ທີ່ທ່າວັດຈັນ ເມືອງຈັນທະບູລີ ນະຄອນຫຼວງວຽງຈັນ ດ້ວຍບັນຍາກາດເບີກບານມ່ວນຊື່ນ ມີສະຕິລະວັງຕົວ ເປັນເຈົ້າການໃນການປ້ອງກັນຄວາມສະຫງົບ ຄວາມເປັນລະບຽບຮຽບຮ້ອຍ ຮັກສາອະນາໄມ ຄວາມສະອາດ ແລະ ມີສະຕິໃນການປ້ອງກັນ ຄວບຄຸມການແຜ່ລະບາດຂອງພະຍາດ ໂຄວິດ -19 ຢ່າງເຂັ້ມງວດ.
ໃນພິທີ ບັນດາບໍລິສັດ ຫ້າງຮ້ານ ແລະ ຫົວໜ່ວຍທຸລະກິດ ໃຫ້ໄດ້ໃຫ້ການປະກອບສ່ວນຊຸກຍູ້ວັດຖຸ ແລະ ເງິນຈຳນວນໜຶ່ງ ເພື່ອເຮັດໃຫ້ງານດັ່ງກ່າວສຳເລັດຕາມລະດັບຄາດໝາຍຢ່າງຈົບງາມ.