ໃນວັນທີ 23 ກັນຍາ 2020 ທີ່ໂຮງແຮມລາວພລາຊາ ນະຄອນຫຼວງວຽງຈັນ ກົມແຜນການ ກະຊວງແຜນການ ແລະ ການລົງທຶນ ໄດ້ຈັດກອງປະຊຸມປຶກສາຫາລືກ່ຽວກັບຄູ່ມືການສ້າງແຜນພັດທະນາແບບມີສ່ວນຮ່ວມຂັ້ນບ້ານ ໂດຍການເປັນປະທານຂອງທ່ານ ອຸລາ ສົມຈັນມະວົງ ຮອງຫົວໜ້າກົມແຜນການ ກະຊວງແຜນການ ແລະ ການລົງທຶນ ມີຜູ້ຕາງໜ້າຈາກບັນດາກະຊວງ ຂະແໜງການອ້ອມຂ້າງສູນກາງເຂົ້າຮ່ວມ.

ກອງປະຊຸມໃນຄັ້ງນີ້ ຈັດຂຶ້ນເພື່ອປຶກສາຫາລື ແລະ ແລກປ່ຽນຄຳຄິດຄຳເຫັນ ເພື່ອມາປັບປຸງປື້ມຄູ່ມື ການວາງແຜນພັດທະນາເສດຖະກິດ-ສັງຄົມຂັ້ນບ້ານ ໃຫ້ມີເນື້ອໃນຄົບຖ້ວນສົມບູນກວ່າເກົ່າ ແທດເໝາະກັບສະພາບຕົວຈິງ ຮັບປະກັນໄດ້ຄຸນລັກສະນະການພັດທະນາໃຫ້ມີຄຸນນະພາບ ມີຈຸດສຸມ ຍືນຍົງ ແລະ ສີຂຽວ ແລະ ສອດຄ່ອງກັບແຜນພັດທະນາເສດຖະກິດສັງຄົມ 5 ປີ ຄັ້ງທີ XI (2021-2025) ທີ່ກົມແຜນການກຳລັງກະກຽມໃນປັດຈຸບັນ.

ໃນກອງປະຊຸມຄັ້ງນີ້ ທຸກພາກສ່ວນໄດ້ຮ່ວມກັນລົງເລິກຄົ້ນຄວ້າ ວິເຄະຢ່າງລະອຽດ ຕໍ່ກັບເນື້ອໃນຂອງຄູ່ມືການສ້າງແຜນພັດທະນາແບບມີສ່ວນຮ່ວມຂັ້ນບ້ານສະບັບປີ 2012 ເບື້ອງຕົ້ນ ສາມາດສະຫຼຸບໄດ້ວ່າ ຄູ່ມືດັ່ງກ່າວແມ່ນມີຄວາມຈຳເປັນທີ່ຕ້ອງໄດ້ປັບປຸງ ເພື່ອໃຫ້ແທດເໝາະ ກັບສະພາບການພັດທະນາເສດຖະກິດ-ສັງຄົມໃນປັດຈຸບັນ ແລະ ກອງປະຊຸມຄັ້ງນີ້ ໄດ້ຮັບການສະໜັບສະໜູນຈາກແຜນງານພັດທະນາທ້ອງຖີ່ນສຳລັບ 4 ແຂວງຄື: ແຂວງບໍ່ແກ້ວ ວຽງຈັນ ບໍລິຄຳໄຊ ແລະ ແຂວງຄຳມ່ວນ ຫຼື ລາວ/030 ລັດຖະບານລຸກຊຳບວກ.
