ເພື່ອເປັນການປະກອບສ່ວນສະເຫຼີມສະຫຼອງວັນຜູ້ສູງອາຍຸ ລາວອິນເຕີຄລີນິກ ແມຊົງກາເຟ ແລະ ກະຕ່າຍບິວຕີຊາລອນ ໄດ້ຈັດກິດຈະກຳກວດສຸຂະພາບໂດຍບໍ່ເສຍຄ່າໃຫ້ບຸກຄົນທົ່ວໄປ ໂດຍສະເພາະຜູ້ສູງອາຍຸ.

ສຳລັບກິດຈະກຳ ຈະໄດ້ຈັດຂຶ້ນວັນທີ 28-30 ກັນຍາ 2020 ແຕ່ເວລາ 9-16:00 ໂມງແລງ ຢູ່ຫ້ອງກວດພະຍາດລາວອິນເຕີຄລີນິກ ຕຶກທຳມະລັງສີ 2014 ຕັ້ງຢູ່ຖະໜົນມິດຕະພາບລາວ-ໄທ ບ້ານສະພານທອງເໜືອ ເມືອງສີສັດຕະນາກ ນະຄອນຫຼວງວຽງຈັນ.
ນອກຈາກນີ້ ຍັງມີກິດຈະກຳຈຳໜ່າຍສິນຄ້າເຂົ້າໜົມ ບົວລອຍ ສົ້ມໝູ ກາເຟ ແລະ ກາລະເປົາ ຈັດຢູ່ຮ້ານອາຫານແມ່ຂອງໃນວັນທີ 25 ກັນຍາ 2020 ຕື່ມອີກ.