8 ເດືອນ ຈັນທະບູລີເກັບລາຍຮັບບໍ່ບັນລຸແຜນການ ເນື່ອງຈາກໄດ້ຮັບຜົນກະທົບຈາກໂຄວິດ-19

ທ່ານ ນາງ ໄຊ​ສົມ­ບັດ ວົງ​ພັກ­ດີ ຫົວ­ໜ້າ​ຫ້ອງ­ການ​ການ​ເງິນ​ເມືອງ​ຈັນ­ທະ​ບູ​ລີ ນະ­ຄອນ­ຫຼວງ​ວຽງ​ຈັນ ໄດ້​ຂຶ້ນ​ຜ່ານ​ບົດ​ສະ­ຫຼຸບ​ການ­ເຄື່ອນ­ໄຫວ​ວຽກ​ງານ​ຂອງ​ຫ້ອງ­ການ​ການ​ເງິນ​ເມືອງ​ຈັນ­ທະ​ບູ​ລີ ປະ­ຈຳ 8 ເດືອນ ແລະ ທິດ​ທາງ 4 ເດືອນ ປີ 2020 ໃນ​ກອງ​ປະ­ຊຸມ​ເປີດ​ກວ້າງ​ຄົບ​ຄະ­ນະ​ບໍ­ລິ­ຫານ​ງານ​ພັກ​ເມືອງ​ຈັນ­ທະ​ບູ​ລີ ທີ່​ຈັດ​ຂຶ້ນ​ໃນ​ອາ­ທິດ​ຜ່ານ​ມາ​ວ່າ:  ໃນ 8 ເດືອນ​ຜ່ານ​ມາ  ມີ​ຈຳ­ນວນ​ພື້ນ­ຖານ​ທຸ­ລະ​ກິດ​ທັງ​ໝົດ​ພາຍ​ໃນ​ເມືອງ​ຈັນ­ທະ​ບູ​ລີ 7.888 ພື້ນ­ຖານ ໃນ​ນັ້ນ ກົມ​ສ່ວຍ​ອາ­ກອນ​ຄຸ້ມ​ຄອງ 132 ພື້ນ­ຖານ ພະ​ແນກ​ສ່ວຍ​ສາ​ອາ­ກອນ ນວ ຄຸ້ມ​ຄອງ 1.394 ພື້ນ­ຖານ ເມືອງ​ຈັນ­ທະ​ບູ​ລີ​ຄຸ້ມ​ຄອງ​ຈຳ­ນວນ 6.362 ພື້ນ­ຖານ ໃນ​ນີ້ ຂັ້ນ​ເມືອງ​ຄຸ້ມ​ຄອງ​ຈຳ­ນວນ 5.032 ພື້ນ­ຖານ ຂັ້ນ​ບ້ານ​ຄຸ້ມ​ຄອງ 1.330 ພື້ນ­ຖານ ແລະ ມີ​ຈຳ­ນວນ​ຕອນ​ດິນ​ທັງ​ໝົດ 1.920 ຕອນ ເນື້ອ­ທີ່ 4.073.016 ຕາ​ແມັດ ໃນ​ນັ້ນ ເຊົ່າ​ນຳ​ຊັບ​ສິນ​ເມືອງ 208 ຕອນ ເຊົ່າ​ນຳ ນວ 52 ຕອນ ເຊົ່າ​ນຳ​ກົມ​ຊັບ​ສິນ 29 ຕອນ ບຸກ­ຄົນ​ນຳ​ໃຊ້ 982 ຕອນ ດິນ​ຍົກ­ເວັ້ນ 188 ຕອນ ບໍ່​ມີ​ເອ­ກະ­ສານ​ນຳ​ໃຊ້ 461 ຕອນ.

ເມືອງ​ຈັນ­ທະ​ບູ​ລີ ໄດ້​ມອບ​ໝາຍ​ຕົວ​ເລກ​ລາຍ​ຮັບ​ຈາກ ນວ ໃຫ້​ຈັດ​ຕັ້ງ​ປະ­ຕິ­ບັດ​ແຜນ­ການ​ລາຍ​ຮັບ​ໃນ​ປີ 2020 ແຜນ​ເບື້ອງ​ຕົ້ນ​ແມ່ນ 82,82 ຕື້​ກີບ ແຜນ​ດັດ­ແກ້ 67,72 ຕື້​ກີບ ຜ່ານ​ການ­ຈັດ­ຕັ້ງ​ປະ­ຕິ­ບັດ​ລາຍ​ຮັບ​ຕົວ​ຈິງ​ແຕ່​ວັນ​ທີ 1 ມັງ­ກອນ ຫາ ວັນ​ທີ 15 ກັນ­ຍາ 2020 ສາ­ມາດ​ຈັດ​ຕັ້ງ​ການ​ເກັບ​ລາຍ​ຮັບ​ເຂົ້າ​ງົບ­ປະ­ມານ​ໄດ້ 43,17 ຕື້​ກີບ ເທົ່າ​ກັບ 52,12%ຂອງ​ແຜນ­ການ​ປີ ແລະ ເທົ່າ​ກັບ 63,74%ຂອງ​ແຜນ​ດັດ­ແກ້ ໃນ​ນັ້ນ ມອບ​ໃຫ້​ສ່ວຍ​ສາ​ອາ­ກອນ​ປະ­ຕິ­ບັດ​ໄດ້ 42,78 ຕື້​ກີບ ເທົ່າ​ກັບ 52,83% ຂອງ​ແຜນ­ການ​ປີ ເທົ່າ​ກັບ 52,83% ຂອງ​ແຜນ­ການ​ປີ ເທົ່າ​ກັບ 63,72% ຂອງ​ແຜນ​ດັດ­ແກ້ ຊັບ​ສິນ​ຂອງ​ລັດ​ປະ­ຕິ­ບັດ​ໄດ້ 373,69 ລ້ານ​ກີບ ເທົ່າ​ກັບ 65,58%ຂອງ​ແຜນ­ການ​ປີ ເຊິ່ງ​ຕົວ​ເລກ​ປະ­ຕິ­ບັດ​ໄດ້ 43,17 ຕື້​ກີບ ທຽບ­ໃສ່​ໄລ­ຍະ​ດຽວ​ກັນ​ຂອງ​ປີ­ຜ່ານ­ມາ (52,75 ຕື້​ກີບ) ຫຼຸດ​ລົງ 9,58 ຕື້​ກີບ ສາ­ເຫດ​ທີ່​ສົ່ງ​ຜົນ​ໃຫ້​ເກັບ​ລາຍ​ຮັບ​ເຂົ້າ​ງົບ­ປະ­ມານ​ບໍ່​ໄດ້​ຕາມ​ແຜນ­ການ​ນັ້ນ ຍ້ອນ​ໃນ​ທ້າຍ​ເດືອນ​ມີ­ນາ ຫາ ມິ­ຖຸ­ນາ 2020 ໃນ​ໄລ­ຍະ​ດັ່ງ­ກ່າວ​ແມ່ນ​ໄດ້​ເກີດ​ການ​ແຜ່​ລະ­ບາດ​ຂອງ​ພະ­ຍາດ​ໂຄ​ວິດ-19 ເຖິງ​ວ່າ​ປັດ­ຈຸ­ບັນ​ລັດ­ຖະ­ບານ​ຈະ​ມີ​ມາດ​ຕະ­ການ​ຜ່ອນ­ຜັນ​ໃນ​ເດືອນ​ກໍ­ລະ­ກົດ 2020 ສະ­ພາບ​ກໍ​ຍັງ​ບໍ່​ທັນ​ປົກ­ກະ­ຕິ ໂດຍ​ສະ­ເພາະ​ຜົນ​ກະ­ທົບ​ທາງ​ອ້ອມ​ທີ່​ຕິດ​ພັນ​ກັບ​ຫົວ­ໜ່ວຍ​ຖື​ບັນ­ຊີ ຂະ­ແໜງ​ບໍ­ລິ­ການ ໂດຍ​ສະ­ເພາະ​ບໍ­ລິ­ສັດ​ທ່ອງ​ທ່ຽວ ກິດ­ຈະ­ການ​ໂຮງ­ແຮມ ຮ້ານ​ອາ­ຫານ ຂາຍ​ປີ້​ຍົນ​ຈຳ­ນວນ​ໜຶ່ງ​ຍັງ​ເປີດ​ຊົ່ວ­ຄາວ ຫຼື ເປີດ ແຕ່​ບໍ່​ມີ​ຜູ້​ໃຊ້​ບໍ­ລິ­ການ​ຢ່າງ​ເຕັມ​ສ່ວນ ຂະ­ແໜງ­ການ​ຄ້າ ເຖິງ​ຈະ​ເປີດ ແຕ່​ການ​ຊື້​ຄ້າ​ຍັງ​ບໍ່​ທັນ​ຄຶກ­ຄື້ນ​ເທົ່າ​ທີ່​ຄວນ ແລະ ຫົວ­ໜ່ວຍ​ຄ່າ​ເຊົ່າ​ສ່ວນ​ຫຼາຍ​ເປັນ​ຊາວ​ຈີນ​ເຊົ່າ ບໍ່​ສາ­ມາດ​ຕໍ່​ສັນ­ຍາ​ເຊົ່າ ເນື່ອງ​ຈາກ​ບໍ່​ສາ­ມາດ​ເດີນ­ທາງ​ເຂົ້າ ສປປ ລາວ ໄດ້ ຍ້ອນ​ສາ­ເຫດ​ດັ່ງ­ກ່າວ ຈຶ່ງ​ເຮັດ​ໃຫ້­ການ​ແຈ້ງ​ອາ­ກອນ​ໂດຍ​ທົ່ວ​ໄປ​ມີ​ລັກ­ສະ­ນະ​ແຈ້ງ​ຕ່ຳ ແຈ້ງ​ສູນ ແລະ ບໍ່​ມາ​ແຈ້ງ​ເປັນ​ຈຳ­ນວນ​ຫຼາຍ ສົ່ງ​ຜົນ​ກະ­ທົບ​ໂດຍ​ກົງ​ຕໍ່​ການ​ເກັບ​ລາຍ​ຮັບ​ຂອງ​ເມືອງ​ບໍ່​ໄປ​ຕາມ​ແຜນ­ການ.

error: Content is protected !!