ສະຖານທູດອາເມຣິກາ ຮ່ວມກັບສະມາຄົມອາສາສະໝັກຊຽງໝ້ຽງ ໄຂນຳໃຊ້ໂຄງການສ້າງທັກສະດ້ານເຕັກໂນໂລຊີດິຈິຕອນ ແລະ ການເປັນຜູ້ປະກອບການຂອງໄວໜຸ່ມ ໃນວັນທີ 19 ກັນຍາ 2020 ທີ່ໂຮງຮຽນມັດທະຍົມສົມບູນວຽງຈັນ (ມສ ວຽງຈັນ) ໃຫ້ກຽດເຂົ້າຮ່ວມຂອງທ່ານ ເກຣັກກໍຣີ ອໍຣິສ ຫົວໜ້າພະແນກການສຶກສາ ວັດທະນະທຳ ແລະ ຂໍ້ມູນຂ່າວສານ ສະຖານທູດອາເມຣິກາປະຈຳລາວ ທ່ານ ທອງພັນ ອຸໄລທອນ ຮອງອຳນວຍການ ມສ ວຽງຈັນ ພ້ອມນັກຮຽນ ແລະ ຂະແໜງການກ່ຽວຂ້ອງ.

ສະມາຄົມອາສາສະໝັກຊຽງໝ້ຽງ ແມ່ນກຸ່ມອາສາສະໝັກທີ່ມີຄວາມມັກຮັກໃນເຕັກໂນໂລຊີ ໂດຍໄດ້ຮັບທຶນສະໜັບສະໜູນຈາກໂຄງການ Young Southeast Asian Leaders Initiative (YSEALI) (ວາຍຊີລີ) ໃນການຈັດກິດຈະກຳ ແລະ ແບ່ງປັນຂໍ້ມູນກ່ຽວກັບເຕັກໂນລີຊີ ເພື່ອສ້າງແຮງບັນດານໃຈ ແລະ ສິ່ງແວດລ້ອມໃຫ້ນັກຮຽນລະດັບມັດທະຍົມສຶກສາເຂົ້າຮ່ວມໃນກິດຈະກຳ “ໂຄງການເຕັກໂນໂລຊີ ແລະ ການປະກອບການໄວໜຸ່ມ 2020”.
ສະມາຄົມຊຽງໝ້ຽງ ສ້າງຂຶ້ນເພື່ອສົ່ງເສີມທັກສະໃຫ້ນ້ອງນັກຮຽນໄວໜຸ່ມທີ່ມີຄວາມຄິດສ້າງສັນ ເຊິ່ງເປັນຈຸດເລີ່ມຕົ້ນຂອງການຄົ້ນພົບຄວາມຫຍຸ້ງຍາກ ແລະ ຄວາມທ້າທາຍຂອງບັນຫາ ຫັນຈາກການເປັນຜູ້ຊົມໃຊ້ມາເປັນຜູ້ປະດິດທາງດ້ານເຕັກໂນໂລຊີ ເພື່ອປ່ຽນຄວາມຄິດໃຫ້ກາຍເປັນຄວາມຈິງ ສ້າງໃຫ້ໄວໜຸ່ມມີຈິດສຳນຶກ ແລະ ເປັນເຈົ້າການໃນການຊ່ວຍເຫຼືອ ສ້າງແຮງບັນດານໃຈໃຫ້ຜູ້ອື່ນ ແລະ ຈຸດປະກາຍການປ່ຽນແປງໃນສັງຄົມ.
ຂໍ້ມູນ ແລະ ກິດຈະກຳຂອງກຸ່ມສະມາຄົມອາສາສະໝັກຊຽງໝ້ຽງ ປະກອບມີ ຂໍ້ມູນທົ່ວໄປຂອງກຸ່ມ ເຊິ່ງເປັນອາສາສະໝັກທາງດ້ານເຕັກໂນໂລຊີທີ່ໄດ້ມີການລວມຕົວໂດຍໄວໜຸ່ມລາວຂອງຜູ້ທີ່ມີຄວາມມັກຮັກໃນດ້ານເຕັກໂນໂລຊີ ສິ່ງທີ່ນັກຮຽນຈະໄດ້ຮັບ ນັກຮຽນທີ່ຈະເຂົ້າຮ່ວມກິດຈະກຳຂອງກຸ່ມອາສາສະໝັກຊຽງໝ້ຽງ ຈະສາມາດຮຽນຮູ້ຜ່ານກິດຈະກຳກ່ຽວກັບເຕັກໂນໂລຊີຫຼາຍຂຶ້ນ ໂດຍຜ່ານການເຝິກອົບຮົມຕ່າງໆ ກິດຈະກຳຫຼັກໂຄງການເຕັກໂນໂລຊີ ແລະ ການປະກອບການໄວໜຸ່ມ 2020 ມີຫຼັກສູດການຂຽນໂຄ໋ດ ຫຼັກສູດການປ້ອນລະຫັດສຳລັບນັກຮຽນໃນລະດັບປະຖົມສຶກສາ ແລະ ມັດທະຍົມສຶກສາ ເພື່ອເສີມສ້າງທັກສະໃນການຄິດຄຳນວນກັບຜູ້ຊ່ວຍຮາດແວ ການປະດິດ ຫຼື ຮຽນຮູ້ເຕັກໂນໂລຊີແບບຕໍ່ເນື່ອງ ເປັນກິດຈະກຳຫຼາຍແບບ ເພື່ອຊ່ວຍໃຫ້ນັກຮຽນໄດ້ຮຽນຮູ້ກ່ຽວກັບທັກສະພື້ນຖານໃນການແກ້ໄຂບັນຫາໂດຍນຳໃຊ້ເຕັກໂນໂລຊີພາຍໃນໄລຍະເວລາທີ່ກຳນົດ ການສຳມະນາກິດຈະກຳເພື່ອເປັນການເປີດໂອກາດໃຫ້ນັກຮຽນໄດ້ຮຽນຮູ້ ແລະ ຖອດຖອນບົດຮຽນຈາກຜູ້ທີ່ມີຄວາມຊ່ຽວຊານທາງດ້ານເຕັກໂນໂລຊີໃນລາວ ເຊັ່ນ ກິດຈະກຳລະລາຍພຶດຕິກຳການຮຽນຮູ້ຈາກແຂກຮັບເຊີນ ແລະ ການບັນຍາຍກ່ຽວກັບເຕັກໂນໂລຊີ ການອອກແບບຄວາມຄິດ ການຮຽນຮູ້ວິທີການເບິ່ງບັນຫາ ແລະ ຊອກຫາວິທີທາງເພື່ອແກ້ໄຂຮູບແບບການວາງແຜນທຸລະກິດ ການວາງແຜນການແກ້ໄຂບັນຫາ ໂດຍອີງຕາມ BMC ແລະ ການຫາລູກຄ້າກຸ່ມເປົ້າໝາຍ ການສ້າງສິ່ງປະດິດ ຫຼື ຮູບແບບການນຳສະເໜີຮຽນຮູ້ວິທີການນຳສະເໜີບົດທີ່ດີ ແລະ ອື່ນໆ.
ໃນການຈັດກິດຈະກຳດັ່ງກ່າວ ມີຈຸດປະສົງເພື່ອພັດທະນາຄວາມສາມາດທາງດ້ານການປະດິດນະວັດຕະກຳຍຸກໃໝ່ ໃຫ້ແກ່ຊາວໜຸ່ມລາວກໍຄືນັກຮຽນ ນັກສຶກສາ ພາຍໃນຂົງເຂດນະຄອນຫຼວງວຽງຈັນ ໂດຍສະເພາະແມ່ນນັກຮຽນລະດັບຂັ້ນມັດທະຍົມຕອນປາຍ ເພື່ອເຂົ້າຮ່ວມຮຽນຮູ້ ແລກປ່ຽນທາງດ້ານທິດສະດີ ແລະ ການປະຕິບັດຕົວຈິງກັບອາສາສະໝັກໂຄງການຄ້າຍເຕັກໂນໂລຊີ 2020 ໃນໄລຍະເດືອນກັນຍາ-ເດືອນພະຈິກ ດັ່ງນັ້ນ ໂຄງການມີຄວາມຍິນດີທີ່ຈະເຊີນຊວນນ້ອງນັກຮຽນທີ່ມີຄວາມມັກຮັກ ແລະ ຢາກຮຽນຮູ້ກ່ຽວກັບເຕັກໂນໂລຊີຫຼາຍຂຶ້ນເຂົ້າຮ່ວມໃນໂຄງການຂອງເຮົາ ສຳລັບເງື່ອນໄຂຂອງຜູ້ສະໝັກຕ້ອງເປັນຜູ້ມີຄວາມສົນໃຈໃນການປະດິດ ແລະ ຮຽນຮູ້ດ້ານເຕັກໂນໂລຊີ ນັກຮຽນຊັ້ນ ມ5-ມ6 ສາມາດຈັບກຸ່ມ 5 ຄົນຕໍ່ກຸ່ມ ມີເວລາເຂົ້າຮ່ວມກິດຈະກຳວັນເສົາ ອາທິດ ໄລຍະເດືອນກັນຍາ-ພະຈິກ 2020.