ອາຊຽນ ຮັບຮອງແຜນກຳນົດແນວທາງພັດທະນາຊັບພະຍາກອນມະນຸດເພື່ອຮອງຮັບການປ່ຽນແປງອາຊີບທີ່ເກີດຂຶ້ນໃໝ່

    ຄະນະຜູ້ແທນ ສປປ ລາວ ນໍາໂດຍ ທ່ານ ປະເດີມພອນ ສົນທະນີ ຮອງລັດຖະມົນຕີກະຊວງແຮງງານ ແລະ ສະຫວັດດີການສັງຄົມ ພ້ອມຄະນະຈາກກົມແຜນການ ແລະ ການຮ່ວມມືສາກົນ ກົມຄຸ້ມຄອງແຮງງານ ແລະ ກົມພັດທະນາສີມືແຮງງານ – ຈັດຫາງານ ໄດ້ເຂົ້າຮ່ວມກອງປະຊຸມປຶກສາຫາລືທາງໄກຂັ້ນສູງ ລະດັບລັດຖະມົນຕີ ກ່ຽວກັບການພັດທະນາຊັບພະຍາກອນມະນຸດເພື່ອຮອງຮັບການປ່ຽນແປງອາຊີບທີ່ເກີດຂື້ນໃໝ່ ໃນວັນທີ 16 ກັນຍາ 2020 ພາຍໃຕ້ການເປັນປະທານຂອງທ່ານ ດາວ ງ໋ອກຢຸງ (Dao Ngoc Dung) ລັດຖະມົນຕີ ກະຊວງແຮງງານ ເສຍອົງຄະ ແລະ ສັງຄົມແຫ່ງ ສສ ຫວຽດນາມ ໃນນາມປະທານກອງປະຊຸມສຸດຍອດຜູ້ນໍາອາຊຽນ ປິ 2020 ມີບັນດາລັດຖະມົນຕີແຮງງານອາຊຽນ ລັດຖະມົນຕີສຶກສາທິການອາຊຽນຂອງບັນດາປະເທດສະມາຊິກອາຊຽນ ເລຂາທິການໃຫ່ຍອາຊຽນ ພ້ອມດວ້ຍຄະນະຜູ້ແທນເຈົ້າໜ້າທີ່ອາວຸໂສແຮງງານ ແລະ ສຶກສາອາຊຽນ ບັນດາຄູຮ່ວມເຈລະຈາອາຊຽນ ບັນດາອົງການຈັດຕັ້ງສາກົນ ແລະ ຜູ້ໃຫ້ທຶນເຂົ້າຮ່ວມ.

    ກອງປະຊຸມ ໄດ້ພ້ອມກັນປຶກສາຫາລືແລກປ່ຽນຄຳຄິດເຫັນ ແຜນການບູລິມະສິດການຮ່ວມມື ເພື່ອສົ່ງເສີມການກະກຽມຄວາມພ້ອມໃນການພັດທະນາຊັບພະຍາກອນມະນຸດ ຮອງຮັບການປ່ຽນແປງອາຊີບທີ່ເກີດຂື້ນໃໝ່ ແລກປ່ຽນຂໍ້ມູນກ່ຽວກັບນະໂຍບາຍແຜນການໃນການພັດທະນາຊັບພະຍາກອນມະນຸດຂອງອາຊຽນ ບັນດາໂຄງການຕ່າງໆພາຍຫຼັງການແຜ່ລະບາດຂອງພະຍາດໂຄວິດ-19 ພ້ອມທັງໄດ້ປຶກສາຫາລືເພື່ອສ້າງສະພາບແວດລ້ອມທີ່ເອື້ອອໍານວຍໃນການສົ່ງເສີມພາກທຸລະກິດໃຫ້ມີສ່ວນຮ່ວມ ແລະ ເປັນເຈົ້າການໃນການພັດທະນາຊັບພະຍາກອນມະນຸດ ກອງປະຊຸມຄັ້ງນີ້ ໄດ້ຮັບຮອງເອົາແຜນກໍານົດແນວທາງປະຕິບັດງານ ເພື່ອຈັດຕັ້ງປະຕິບັດຖະແຫຼງການອາຊຽນ ວ່າດ້ວຍການພັດທະນາຊັບພະຍາກອນມະນຸດ ເພື່ອຮອງຮັບການປ່ຽນແປງອາຊີບທີ່ເກີດໃໝ່ຢູ່ໃນໂລກ.

    ໃນໂອກາດທີ່ທ່ານ ຮອງລັດຖະມົນຕີແຮງງານ ແລະ ສະຫວັດດີການສັງຄົມ ສປປ ລາວ ເຂົ້າຮ່ວມກອງປະຊຸມໃນຄັ້ງນີ້ ໄດ້ມີຄໍາເຫັນແລກປ່ຽນກ່ຽວກັບການຈັດຕັ້ງປະຕິບັດທີ່ດີ ໃນການຮ່ວມມືກັບພາກເອກະຊົນ ໂດຍເນັ້ນໃສ່ຂົງເຂດການຮ່ວມມືດ້ານການພັດທະນາສີມືແຮງງານ ແລະ ການຈັດຫາງານ ເພື່ອໃຫ້ສອດຄ່ອງກັບມາດຖານຂອງຫົວໜ່ວຍແຮງງານ ແລະ ການເຝິກອົບຮົມໄລຍະສັ້ນໃຫ້ນັກເຝິກອົບຮົມ ກ່ອນເຂົ້າສູ່ຕໍາແໜ່ງງານ ເຊິ່ງກິດຈະກໍາດັ່ງກ່າວໄດ້ເລີ່ມຈັດຕັ້ງປະຕິບັດໃນປີ 2016 ເຮັດໃຫ້ແຮງງານຫຼາຍກວ່າ 600 ຄົນໄດ້ເຂົ້າສູ່ຕໍາແໜ່ງ ງານທີ່ເໝາະສົມໃນພາກເອກະຊົນ ນອກຈາກນັ້ນ ຍັງມີການຮ່ວມມືກັບບໍລິສັດໄຟຟ້າ ໃນການສະໜອງອຸປະກອນການເຝິກອົບຮົມ ແລະ ຍົກລະດັບຫ້ອງເຝິກອົບຮົມ ການຮ່ວມມືກັບບໍລິສັດລົດຍົນໃນການສະໜອງອຸປະກອນການເຝິກອົບຮົມ ມາເຖິງປີ 2020 ຂະແໜງແຮງງານ ແລະ ສະຫວັດດີການສັງຄົມໄດ້ຮ່ວມກັບພາກສ່ວນກ່ຽວຂ້ອງ ໃນການສ້າງມາດຕະຖານສີມືແຮງງານໄດ້ 32 ສາຂາອາຊີບ ແນໃສ່ເພື່ອສົ່ງເສີມຄວາມສາມາດໃນການພັດທະນາຊັບພະຍາກອນມະນຸດ ເພື່ອກ້າວໄປສູ່ການມີວຽກເຮັດງານທໍານັບມື້ຫຼາຍຂື້ນ ໄປຄຽງຄູ່ກັບການສ້າງຜະລິດຕະພາບຂອງແຮງງານລາວໃຫ້ມີສີມື.

    ໃນໂອກາດນີ້ ກອງປະຊຸມຍັງໄດ້ເປີດໂຕແຜນກໍານົດແນວທາງແຜນປະຕິບັດງານ ເພື່ອຈັດຕັ້ງປະຕິບັດຖະແຫຼງການອາຊຽນວ່າດ້ວຍການພັດທະນາຊັບພະຍາກອນມະນຸດ ເພື່ອຮອງຮັບການປ່ຽນແປງອາຊີບທີ່ເກີດໃໝ່ຢູ່ໃນໂລກ ແລະ ເປີດໂຕສະພາອາຊີວະສຶກສາ ແລະ ການຝຶກອົບຮົມວິຊາຊີບອາຊຽນ (ASEAN TVET Council) ເຊິ່ງຈະເປັນໂອກາດອັນດີໃຫ້ແກ່ອາຊຽນ ເວົ້າລວມ ເວົ້າສະເພາະກໍຄືການພັດທະນາຊັບພະຍາກອນມະນຸດຂອງ ສປປ ລາວ ໃຫ້ແທດເໝາະກັບການພັດທະນາຊັບພະຍາກອນມະນຸດ ຕິດພັນກັບເປົ້າໝາຍການພັດທະນາແບບຢືນຍົງ ຕາມທີ່ໄດ້ກໍານົດໃນເປົ້າໝາຍ SDG ທີ 3,4,5,8,10 ແລະ 16 ວິໄສທັດປີ 2030 ແລະ ຍຸດທະສາດການພັດທະນາແຮງງານ ແລະ ສະຫວັດດີການສັງຄົມໄລຍະ 10 ປີ 2016-2025 ໂດຍສະເພາະທິດທາງລວມ ໃນການເພີ່ມທະວີການພັດທະນາກໍາລັງແຮງງານໃຫ້ມີຄວາມຮູ້ຄວາມສາມາດ ສີມື ແລະ ສອດຄ່ອງຕາມຄວາມຕ້ອງການຂອງຕະຫຼາດແຮງງານ.

.

   # ຂ່າວ & ພາບ: ເພັດສະໝອນ

error: Content is protected !!