
ຖ້າການທ່ຽວ Shenzhen ຂອງທ່ານ ມີພຽງແຕ່ຕຶກສູງ, ສູນການຄ້າ ແລະ ແຫຼ່ງຊື້ເຄື່ອງ ລອງເພີ່ມອີກໜຶ່ງຈຸດໝາຍປາຍທາງເຂົ້າໄປໃນລາຍການ.ນັ້ນຄື Shenzhen Bay Cultural Plaza ຕັ້ງຢູ່ໃນເຂດ Nanshan ຂອງ Shenzhen ສະຖານທີ່ ທີ່ນໍາເອົາສິນລະປະ, ການອອກແບບ, ສະຖາປັດຕະຍະກໍາ, ການສຶກສາ, ການບັນເທີງ ແລະ ວິຖີຊີວິດມາຮວມຢູ່ໃນພື້ນທີ່ດຽວ. ທີ່ນີ້ອາດບໍ່ແມ່ນສະຖານທີ່ ທີ່ທ່ານ “ເຂົ້າໄປເບິ່ງແລ້ວອອກມາ” ແຕ່ເປັນບ່ອນທີ່ສາມາດໃຊ້ເວລາຍ່າງຫຼິ້ນ, ທ່ຽວຊົມງານສະແດງ, ຖ່າຍຮູບ, ຮຽນຮູ້, ຊອກຫາຂອງອອກແບບ ແລະ ສໍາຜັດບັນຍາກາດວັດທະນະທໍາແບບຮ່ວມສະໄໝ.
ກ້ອນຫີນໃຫຍ່ໃຈກາງເມືອງ ສິ່ງທໍາອິດທີ່ດຶງດູດສາຍຕາ ແມ່ນຮູບຊົງອາຄານທີ່ແຕກຕ່າງຈາກອາຄານທົ່ວໄປ. ອາຄານຖືກອອກແບບໂດຍ MAD Architects ນໍາໂດຍນັກອອກແບບຊື່ດັງ Ma Yansong ໂດຍໄດ້ແຮງບັນດານໃຈຈາກ “ກ້ອນຫີນຕາມຝັ່ງທະເລ”. ຮູບຊົງອິດສະຫຼະຂອງອາຄານ ເຮັດໃຫ້ Shenzhen Bay Cultural Plaza ເບິ່ງຄ້າຍກັບກຸ່ມກ້ອນຫີນຂະໜາດໃຫຍ່ທີ່ວາງຕົວຢູ່ກາງເມືອງ. ດັ່ງນັ້ນ ກ່ອນຈະເຂົ້າໄປຊົມງານສະແດງ ການຍ່າງຊົມຮອບອາຄານ ແລະ ຖ່າຍຮູບກັບສະຖາປັດຕະຍະກໍາອັນໂດດເດັ່ນ ກໍຖືເປັນອີກໜຶ່ງປະສົບການທີ່ບໍ່ຄວນພາດ ໂຄງການນີ້ມີເນື້ອທີ່ອາ ຄານລວມປະມານ 188.000 ຕາແມັດ ແລະ ມີຫ້ອງສະແດງຫຼັກເຖິງ 9 ຫ້ອງ ເຮັດໃຫ້ທີ່ນີ້ເປັນສູນວັດທະນະທໍາຂະໜາດໃຫຍ່ແຫ່ງໃໝ່ຂອງ Shenzhen.

ສະຖານທີ່ແຫ່ງດັ່ງກ່າວ ບໍ່ແມ່ນພຽງ “ພິພິທະພັນ” ຈຸດທີ່ໜ້າສົນໃຈຂອງ Shenzhen Bay Cultural Plaza ແມ່ນ ທີ່ນີ້ບໍ່ໄດ້ວາງຕົວເອງເປັນພຽງພິພິທະພັນ. ພາຍໃນມີພື້ນທີ່ສໍາລັບງານສະແດງຖາວອນ, ງານສະແດງຫົວຂໍ້ພິເສດ ແລະ ງານສະແດງລະດັບນານາຊາດ. ໜຶ່ງໃນສ່ວນທີ່ໜ້າສົນໃຈແມ່ນ ການອອກແບບ 100% ຄື ການອອກແບບ, ຄົນ ແລະ ວິຖີຊີວິດ ທີ່ຊວນໃຫ້ຜູ້ຊົມກັບມາຄິດອີກຄັ້ງວ່າ: “ການອອກແບບ” ແທ້ໆແມ່ນຫຍັງ? ແລະ ມັນກ່ຽວຂ້ອງກັບຊີວິດປະຈໍາວັນຂອງເຮົາແນວໃດ? ຈາກເຟີນິເຈີ, ວັດຖຸໃນຊີວິດປະຈໍາວັນ, ງານຫັດຖະກໍາ ໄປຈົນເຖິງງານອອກແບບຮ່ວມສະໄໝຫຼາຍສິ່ງອາດເຮັດໃຫ້ຜູ້ຊົມເລີ່ມເບິ່ງ “ຂອງທໍາມະດາ” ຮອບຕົວໃນມຸມມອງໃໝ່.

ຈາກອະດີດສູ່ອະນາຄົດ ອີກໜຶ່ງຈຸດເດັ່ນຄື ການນໍາເອົາການອອກແບບຂອງຈີນ ແລະ ຂອງໂລກມາສົນທະນາຢູ່ໃນພື້ນທີ່ດຽວ. ງານສະແດງຖາວອນຄອບຄຸມທັງເລື່ອງ ການສືບທອດການອອກແບບຂອງຈີນ, ການອອກແບບສະໄໝໃໝ່ຂອງໂລກ, ການອອກແບບຕັ້ງແຕ່ຊຸມປີ 1980 ແລະ ແນວຄິດກ່ຽວກັບອະນາຄົດ.ສໍາລັບນັກທ່ອງທ່ຽວ ນີ້ຈຶ່ງບໍ່ແມ່ນພຽງການ “ເບິ່ງຂອງສະແດງ” ແຕ່ເປັນການເດີນທາງຜ່ານອະດີດ, ປັດຈຸບັນ ແລະ ອະນາຄົດຂອງການອອກແບບ.

ມຸມທີ່ສາຍຖ່າຍຮູບບໍ່ຄວນພາດ ສໍາລັບຄົນມັກຖ່າຍຮູບ ຕົວອາຄານເອງກໍເປັນຈຸດໜຶ່ງທີ່ໜ້າສົນໃຈ. ຮູບຊົງອາຄານທີ່ມີເສັ້ນໂຄ້ງ, ພື້ນຜິວຫີນ ແລະ ຮູບຊົງຄ້າຍກ້ອນຫີນທໍາມະຊາດ ເຮັດໃຫ້ສາມາດສ້າງຮູບໄດ້ຫຼາຍອາລົມ ຕັ້ງແຕ່ຮູບສະຖາປັດຕະຍະກໍາແບບ ຂະໜາດນ້ອຍ ຫຼື minimal ໄປຈົນເຖິງຮູບຄົນກັບອາຄານ. ຖ້າໄປໃນໄລຍະແສງງາມໆ ບັນຍາກາດຂອງອາຄານກໍຍິ່ງໂດດເດັ່ນ.
ຈາກງານອອກແບບສູ່ຖະໜົນສີບົວ ອີກບ່ອນໜຶ່ງທີ່ຄວນເພີ່ມເຂົ້າໃນລາຍການທ່ອງທ່ຽວ ແມ່ນຖະໜົນສີບົວ ຫຼື Pink Street.ພື້ນທີ່ນີ້ເປີດໃນທ້າຍປີ 2025 ແລະ ລວມເອົາຮ້ານຄ້າ ແລະ ສິນຄ້າຕ່າງໆ ເກືອບ 40 ແຫ່ງ ໂດຍມີທັງຮ້ານອາຫານ, ກາເຟ, ສິນຄ້າອອກແບບ, ງານຫັດຖະກໍາ ແລະ ສິນຄ້າຈາກນັກອອກແບບ. ມັນເຮັດໃຫ້ການມາທ່ຽວສະຖານທີ່ແຫ່ງດັ່ງກ່າວ ບໍ່ຈໍາເປັນຢຸດຢູ່ຫ້ອງສະແດງ. ຫຼັງຈາກຊົມງານສິນລະປະ ສາມາດອອກມາຍ່າງຫຼິ້ນ, ຈິບກາເຟ, ເລືອກຊື້ສິນຄ້າອອກແບບ ຫຼື ຫາຈຸດຖ່າຍຮູບໃໝ່ໆ.


ຖ້າມີເວລາພຽງບ່າຍດຽວ? ສໍາລັບນັກທ່ອງທ່ຽວ ການຈັດແຜນງ່າຍໆອາດເປັນ: 1. ຍ່າງຊົມສະຖາປັດຕະຍະກໍາ 2. ຊົມງານສະແດງຖາວອນ 3. ເລືອກຊົມງານສະແດງພິເສດ 4. ຍ່າງໄປ Pink Street 5. ຈິບກາເຟ ຫຼື ຊອກຫາຂອງຝາກດ້ານການອອກແບບ ຈຶ່ງສາມາດໃຊ້ເວລາຫຼາຍຊົ່ວໂມງຢູ່ໃນພື້ນທີ່ດຽວ ໂດຍບໍ່ຮູ້ສຶກວ່າມາພຽງແຕ່ “ເບິ່ງພິພິທະພັນ”.


ຈາກຈຸດໝາຍປາຍທາງ ສູ່ “ປະສົບການ” ສິ່ງທີ່ Shenzhen Bay Cultural Plaza ພະຍາຍາມສ້າງ ຈຶ່ງບໍ່ແມ່ນພຽງອາຄານໃຫຍ່ສໍາລັບຈັດງານສິນລະປະ. ມັນກໍາລັງສ້າງພື້ນທີ່ທີ່ຄົນສາມາດ ເບິ່ງ, ຮຽນ, ຖ່າຍຮູບ, ຍ່າງຫຼິ້ນ, ຊື້ເຄື່ອງ, ກິນ, ດື່ມ ແລະ ພົບປະກັບຄວາມຄິດໃໝ່ໆ.ແລະ ນີ້ອາດເປັນເຫດຜົນວ່າ ເປັນຫຍັງ Shenzhen ຈຶ່ງວາງ Shenzhen Bay Cultural Plaza ໃຫ້ເປັນໜຶ່ງໃນສູນກາງດ້ານການອອກແບບ ແລະ ວັດທະນະທໍາແຫ່ງໃໝ່ຂອງເມືອງ. ດັ່ງນັ້ນ ຖ້າ Shenzhen ແມ່ນຈຸດໝາຍປາຍທາງຕໍ່ໄປຂອງທ່ານ ຢ່າລືມເພີ່ມ Shenzhen Bay Cultural Plaza ເຂົ້າໃນ ລາຍການ ການທ່ອງທ່ຽວ ເພາະບາງຄັ້ງ ການຈື່ຈໍາເມືອງໜຶ່ງ ອາດບໍ່ໄດ້ມາຈາກຕຶກທີ່ສູງທີ່ສຸດ ແຕ່ອາດມາຈາກ ສະຖານ ທີ່ ທີ່ເຮັດໃຫ້ເຮົາເບິ່ງໂລກໃນມູມທີ່ຕ່າງອອກໄປ.
ຮຽບຮຽນຈາກ ShenZhen Government