ໃຫ້ຄວາມເຂົ້າໃຈກ່ຽວກັບພະຍາດໄວຣັສຕັບອັກເສບ

     ພິທີສະເຫຼີມສະຫຼອງວັນພະຍາດຕັບອັກເສບໂລກ ພາຍໃຕ້ຫົວຂໍ້ “ອະນາຄົດທີ່ປາສະຈາກພະຍາດຕັບອັກເສບ” ຈັດຂຶ້ນວັນທີ 18 ສິງຫາ 2020 ທີ່ສູນການຄ້າລາວ-ໄອເຕັກ ມີທ່ານ ສີສະຫວາດ ສຸດຖານິຣະໄຊ ຄະນະກົມຄວບຄຸມພະຍາດຕິດຕໍ່ ຫົວໜ້າສູນເມລີເອີ ພ້ອມດ້ວຍຜູ້ຊ່ຽວຊານພະຍາດຕັບ ແລະ ຂະແໜງການກ່ຽວຂ້ອງເຂົ້າຮ່ວມ.

    ພະຍາດໄວຣັສຕັບອັກເສບ ເປັນບັນຫາດ້ານສຸຂະພາບທີ່ສຳຄັນໃນຂອບເຂດທົ່ວໂລກ ແລະ ໃນ ສປປ ລາວ ໂດຍສະເພາະແມ່ນພະຍາດໄວຣັສຕັບອັກເສບ B (HBV) ແລະ ພະຍາດໄວຣັສຕັບອັກເສບ C (HCV) ເພາະວ່າມັນແມ່ນສາເຫດອັນດັບຕົ້ນໆຂອງພະຍາດມະເຮັງຕັບ ນັບແຕ່ປີ 2016 ເປັນຕົ້ນມາ ມີຫຼາຍກ່ວາ 94 ປະເທດໃນໂລກ ລວມທັງ ສປປ ລາວ ໄດ້ໃຫ້ຄຳໝັ້ນສັນຍາໃນການລົບລ້າງພະຍາດຕັບອັກເສບພາຍໃນປີ 2030.

    ວັນຕັບອັກເສບໂລກ ແມ່ນຖືເອົາວັນທີ 28 ກໍລະກົດຂອງທຸກໆປີ ເພື່ອສ້າງຈິດສຳນຶກກ່ຽວກັບຄວາມອັນຕະລາຍຂອງພະຍາດໄວຣັສຕັບອັກເສບ ທັງເປັນການຍົກສູງຄວາມຮັບຮູ້ຂອງທົ່ວໂລກກ່ຽວກັບພະຍາດຕັບອັກເສບ ແລະ ຊຸກຍູ້ການປ້ອງກັນ ການບົ່ງມະຕິ ແລະ ການໄດ້ຮັບການປິ່ນປົວທີ່ເໝາະສົມ ສຳລັບ ສປປ ລາວ ຈາກການຄາດຄະເນອັດຕາການຕິດເຊື້ອພະຍາດໄວຣັສຕັບອັກເສບ B ຊໍາເຮື້ອ (chronic HBV infection) ໃນປີ 2015 ປະມານ 500.000 ກໍລະນີ ແລະ ອັດຕາການຕິດເຊື້ອພະຍາດໄວຣັສຕັບອັກເສບ C (HCV infection) ປະມານເກືອບ 50.000 ກໍລະນີ ແລະ ຖ້າເວົ້າເຖິງການບໍລິການດູແລ ແລະ ປິ່ນປົວພະຍາດໄວຣັສຕັບອັກເສບ ຍັງມີຂອບເຂດຈໍາກັດ ຈຳນວນຄົນເຈັບທີ່ເຂົ້າເຖິງການປິ່ນປົວທີ່ເໝາະສົມຍັງມີໜ້ອຍ ນອກຈາກນີ້ ພະຍາດໄວຣັສຕັບອັກເສບ B ແລະ ໄວຣັສຕັບອັກເສບ C ຍັງເປັນສາເຫດຫຼັກທີ່ກໍ່ໃຫ້ເກີດພາວະແຊກຊ້ອນທີ່ຮ້າຍແຮງ ລວມມີພະຍາດຕັບແຂງ ມະເຮັງຕັບ ແລະ ການເສຍຊີວິດ ອີງໃສ່ວຽກບຸລິມະສິດຂອງລັດຖະບານ ໃນການປັບປຸງການດູແລ ແລະ ສົ່ງເສີມສຸຂະພາບໃຫ້ແກ່ປະຊາຊົນທຸກຄົນໃນທົ່ວປະເທດ ການສົນທະນາກ່ຽວກັບການຕອບໂຕ້ຕໍ່ພະຍາດໄວຣັສຕັບອັກເສບໄດ້ຖືກຈັດຕັ້ງປະຕິບັດ ໂດຍມີຈຸດປະສົງເພື່ອໃຫ້ຈຳນວນຜູ້ທີ່ຕິດເຊື້ອຕັບອັກເສບມື້ນັບຫຼຸດລົງ.

    ສະນັ້ນ ເພື່ອປະກອບສ່ວນໃນແຜນຍຸດທະສາດແຫ່ງຊາດເພື່ອຕ້ານກັບພະຍາດຕັບອັກເສບ ສູນວິໄຈພະຍາດຊຶມເຊື້ອລາວຄລິສຕົບ-ເມລີເອີ ທີ່ຂື້ນກັບກົມຄວບຄຸມພະຍາດຕິດຕໍ່ ກະຊວງສາທາລະນະສຸກ ຈຶ່ງໄດ້ຈັດງານດັ່ງກ່າວຂຶ້ນ ນອກຈາກນີ້ ພາຍໃນງານຍັງມີກິດຈະກຳໃຫ້ຄຳປຶກສາກ່ຽວກັບພະຍາດຕັບ ການຕອບຂໍ້ຂ້ອງໃຈຂອງປະຊາຊົນໃນການປິ່ນປົວ ເບິ່ງແຍງສຸຂະພາບ ແລະ ອື່ນໆ.

   # ຂ່າວ & ພາບ: ອົ່ນໄຟສົມທອງ

error: Content is protected !!