ບໍລິສັດ ມາເຕົ້າ ເນັ້ນພັດທະນາຄຸນນະພາບຊີວິດໃຫ້ສາມາດຫຼຸດພົ້ນອອກຈາກຄວາມທຸກຍາກ

    ບໍລິສັດ ມາເຕົ້າ ນວນທອງພັດທະນາອະສັງຫາລີມະຊັບ ຊຸມຊົນ ຈໍາກັດ ຈັດງານສະຫຼຸບຜົນງານ 1 ປີ ທີ່ບໍລິສັດດັ່ງກ່າວ ບ້ານຫ້ວຍຫ້ອມ ເມືອງສີໂຄດຕະບອງ ນະຄອນຫຼວງວຽງຈັນ (ນວ) ໃນວັນທີ 19 ກັນຍາ 2020 ໂດຍມີທ່ານນາງ ນວນທອງ ແສງເຮືອງຄຳ ປະທານບໍລິສັດ ມາເຕົ້າ ນວນທອງພັດທະນາອະສັງຫາລີມະຊັບ ຊຸມຊົນ ຈໍາກັດ ມີບັນດາທ່ານການນໍາ ການຈັດຕັ້ງພັກ-ລັດ ຄະນະຜູ້ບໍລິຫານບໍລິສັດ ແຂກ ຖືກເຊີນ ເພື່ອນມິດຮັກທຸລະກິດ ແລະ ພາກສ່ວນກ່ຽວຂ້ອງເຂົ້າຮ່ວມ.

    ໂອາດນີ້ ທ່ານນາງ ນວນທອງ ແສງເຮືອງຄຳ ຂຶ້ນກ່າວປະຫວັດຄວາມເປັນມາ ແລະ ການເຕີບໃຫຍ່ຂະຫຍາຍຕົວຂອງບໍລິສັດ ຫ້ວຍຫ້ອມ ເຊິ່ງທ່ານໄດ້ກ່າວວ່າ: ບໍລິສັດພວກເຮົາແມ່ນມຸ່ງໝັ້ນເພື່ອຕອບສະຫນອງຄວາມຕ້ອງການຂອງສັງຄົມ ໃນການພັດທະນາຊຸມຊົນໃຫ້ດີຂຶ້ນ ນັບແຕ່ປີ 2013 ມາຮອດປີ 2017 ໄດ້ດໍາເນີນມີ 3 ສາຂາພາຍໃນເມືອງສີໂຄດຕະບອງ ນວ ຄື: ຂາທີ 1 ແມ່ນບ້ານຕາດທອງ  ສາຂາທີ 2 ບ້ານໜອງໜ້ຽວ ແລະ ສາຂາທີ 3 ຂຶ້ນກັບບ້ານຫ້ວຍຫ້ອມ ເຊິ່ງເປັນຕອນດີນທີ່ກໍາລັງພັດທະນາໃນປັດຈຸບັນ.

     ບໍລິສັດພວກເຮົາ ມີຈຸດປະສົງບໍລິການຮັບໃຊ້ປະຊາຊົນ ຈັດຕັ້ງແບ່ງເນື້ອທີ່ດິນທີ່ມີໃບຕາດິນເປັນຂອບທອງມາກ່ອນແລ້ວອອກເປັນຕອນ ຄິດໄລ່ເປັນຕາແມັດ ດ້ວຍລາຄາທີ່ເໝາະສົມ ເພື່ອໃຫ້ລູກຄ້າຕັ້ງເຮືອນຢູ່ ສ້າງໃຫ້ເປັນເຂດພັດທະນາໃນຊານເມືອງ ດ້ວຍຈຸດປະສົງຄືແນວນັ້ນ ຊື່ບໍລິສັດມາເຕົ້າ ມີຄວາມໝາຍວ່າ ແມ່ນການມາເຕົ້າໂຮມກັນ ຢູ່ຮ່ວມກັນ ຂອງພະນັກງານ ທະຫານ ຕໍາຫຼວດ ພໍ່ແມ່ປະຊາຊົນ ຫຼາກຫຼາຍສາຂາອາຊີບ ຫຼາຍຊົນເຜົ່າ ຮ່ວມກັນດໍາລົງຊີວິດຢູ່ໃນສະຖານທີ່ແຫ່ງນີ້ ໂດຍບໍ່ມີການຈໍາແນກໃດທັງນັ້ນ.

    ປັດຈຸບັນນີ້ ບໍລິສັດມາເຕົ້າ ມີເນື້ອທີ່ດິນທີ່ຂຶ້ນທະບຽນຈັດສັນທັງໝົດຈໍານວນ 158 ເຮັກຕາ ເທົ່າກັບ 1.581.237 ຕາແມັດ ໄດ້ຈັດສັນແບ່ງຂາຍໃຫ້ກັບຜູ້ທີ່ມີຄວາມສົນໃຈ ຕ້ອງການເປັນເຈົ້າຂອງແລ້ວ ຈໍານວນ 2.814 ຕອນ ແລະ ມີພະນັກງານ ທະຫານ ຕໍາຫຼວດ ພໍ່ແມ່ປະຊາຊົນ ມາທໍາການປຸກສ້າງຢູ່ແລ້ວຈໍານວນ 34 ຄອບຄົວ ດິນທີ່ຍັງສືບຕໍ່ຈັດສັນຈໍານວນ 150 ຕອນ ຮູບການຈັດສັນເນື້ອທີ່ດິນແຕ່ລະຕອນ ແມ່ນອີງໃສ່ຈໍານວນຄົນໃນຄອບຄົວ ຖ້າຄອບຄົວໃດມີສະມາຊິກໃນຄອບຄົວ 6 ຄົນ ມີສິດຊື້ໄດ້ 1 ຕອນ ມີເນື້ອທີ່ 20×30 ເທົ່າກັບ 600 ຕາແມັດ ສ່ວນຄອບຄົວທີ່ມີສະມາຊິກຫຼາຍກວ່າ 6 ຄົນຂຶ້ນໄປ ສາມາດຊື້ໄດ້ 2 ຕອນ ມີເນື້ອທີ່ 40×30 ເທົ່າກັບ 1.200 ຕາແມັດ ປະຕິບັດຄືແນວນັ້ນ ເພື່ອຄໍານືງເຖິງຜູ້ທີ່ທຸກຍາກບໍ່ມີທີ່ຢູ່ອາໄສ.

     ຜົນສໍາເລັດທີ່ກ່າວມາ ຍ້ອນມີການນຳພັກ-ລັດ ໄດ້ມີນະໂຍບາຍສົ່ງເສີມ ເປັນລະບົບຄົບຊຸດ ເປັນບ່ອນອີງອັນສໍາຄັນ ໃນການຈັດຕັ້ງປະຕິບັດຕົວຈິງ ໄດ້ສ້າງເງື່ອນໄຂອໍານວຍຄວາມສະດວກດ້ານຕ່າງໆໃຫ້ບໍລິສັດພວກເຮົາໄດ້ດໍາເນີນທຸລະກິດນີ້ມີຜົນສໍາເລັດ ບວກກັບຄວາມສາມັກຄີຂອງພະນັກງານໃນບໍລິສັດ ພ້ອມກັນຕັດສິນໃຈຜ່ານຜ່າຄວາມຫຍຸ້ງຍາກນາໆປະການ ເຮັດແທ້ທໍາຈິງ ຈຶ່ງສາມາດເຮັດໃຫ້ບໍລິສັດມີການເຕີບໃຫຍ່ຂະຫຍາຍຕົວເປັນກ້າວໆມາ ອີກທັງໄດ້ຮັບການຮ່ວມມື ຄວາມເຊື່ອໝັ້ນ ໄວ້ວາງໃຈ ມີສ່ວນຮ່ວມຈາກລູກຄ້າ ແລະ ບັນດາເພື່ອນສະຫາຍ ໃຫ້ການສະໜັບສະໜູນຕະຫຼອດມາ.

    ໃນອະນາຄົດອັນໃກ້ ບໍລິສັດຈະສຸມໃສ່ສືບຕໍ່ປຸກລະດົມລູກຄ້າຊໍາລະຄ່າທີ່ດິນຕາມໃຈຊອບ ທີ່ກໍານົດໄວ້ ດິນຕອນໃດຈ່າຍຄ່າທີ່ດິນສໍາເລັດແລ້ວ ບໍລິສັດມອບໃບຕາດິນໃຫ້ຢ່າງທັນການ ຈະສືບຕໍ່ດໍາເນີນການປູຢາງເສັ້ນທາງເຂົ້າຫາບໍລິສັດໃຫ້ສໍາເລັດ ໃນຕົ້ນປີ 2021 ບໍລິສັດຈະສ້າງຕະຫຼາດຊຸມຊົນ ເຮັດໃຫ້ພໍ່ແມ່ປະຊາຊົນໄດ້ມີສະຖານທີ່ແລກປ່ຽນຊື້ຂາຍສິນຄ້າ ຈະດໍາເນີນການກໍ່ສ້າງໂຮງຮຽນອະນຸບານ ໂຮງຮຽນປະຖົມສຶກສາ ເພື່ອເຮັດໃຫ້ລູກຫຼານຂອງພໍ່ແມ່ນປະຊາຊົນໄດ້ມີໂອກາດເຂົ້າເຖິງການສຶກສາທີ່ສະດວກສະບາຍ ແລະ ມີຄຸນນະພາບ ຈະສືບຕໍ່ສ້າງແຜນກໍ່ສ້າງໂຮງໝໍເຂດ ໃຫ້ການບໍລິການ ປິ່ນປົວສຸຂະພາບພໍ່ແມ່ປະຊາຊົນໃນຂັ້ນພື້ນຖານ ພ້ອມທັງເປັນການປຸກລະດົມ ໂຄສະນາຂົນຂວາຍຊຸມຊົນໃຫ້ເຂົ້າໃຈເຖິງຄວາມສໍາຄັນຂອງການຮັກສາສຸຂະພາບ ວຽກງານສຸຂະອະນາໄມ ຮັກສາສິ່ງແວດລ້ອມໄປພ້ອມໆກັນ ສືບຕໍ່ສ້າງສວນສາທາລະນະ ສະຖານທີ່ພັກຜ່ອນຢ່ອນໃຈ ດ້ວຍການຟື້ນຟູທໍາມະຊາດ ເປັນຕົ້ນແມ່ນແຫຼ່ງນ້ໍາ ປ່າໄມ້ ຄວາມສະອາດ ຄວາມສວຍງາມ ສ້າງທໍາມະຊາດສີຂຽວ ປອດໄພຈາກມົນລະພິດ ແລະ ອື່ນໆ.

   # ຂ່າວ & ພາບ: ບຸນມີ

error: Content is protected !!