ໃຫ້ເລືອດຄືໃຫ້ຊີວິດ

     ສູນເລືອດແຫ່ງຊາດ ອົງການກາແດງລາວ ຮ່ວມກັບ ບໍລິສັດເບຍລາວ ຈັດກິດຈະກຳຮັບບໍລິຈາກເລືອດຂຶ້ນທີ່ສູນການຄ້າໄອເຕັກ ນະຄອນຫຼວງວຽງຈັນ ພາຍໃຕ້ຫົວຂໍ້ ບໍລິຈາກເລືອດ-ຊ່ວຍເຫຼືອຊີວິດ ໂດຍມີທ່ານ ຄຳຮຸ່ງ ເຮືອງວົງສີ ປະທານອົງການກາແດງລາວ ທ່ານ ສິດທິໄຊ ເກດຕະວົງ ຜູ້ອຳນວຍການຝ່າຍກິດຈະກຳເພື່ອສັງຄົມ ແລະ ບໍລິຫານ ບໍລິສັດເບຍລາວ ພ້ອມດ້ວຍທ່ານ ຈັນທະລາ ສຸກສາຄອນ ຫົວໜ້າສູນເລືອດແຫ່ງຊາດ ພ້ອມດ້ວຍທ່ານຮອງຫົວໜ້າສູນ ພະນັກງານຄູ-ອາຈານ ນັກຮຽນ-ນັກສຶກສາ ທ່ານຜູ້ໃຈ ສັດທາ ເຂົ້າຮ່ວມບໍລິຈາກເລືອດ.

     ທ່ານ ຈັນທະລາ ສຸກສາຄອນ ໃຫ້ສຳພາດວ່າ: ເພື່ອສືບຕໍ່ໃຫ້ການຊ່ວຍເຫຼືອບັນເທົາທຸກແກ່ປະຊາຊົນລາວບັນດາເຜົ່າ ຜູ້ທີ່ຖືກເຈັບເປັນຕ້ອງການເລືອດຢູ່ໃນຂອບເຂດທົ່ວປະເທດ ຜ່ານມາບັນດາສູນເລືອດໃນ ທົ່ວປະເທດກໍໄດ້ສຸມໃສ່ຈັດຕັ້ງປຸກລະດົມ ເຊີນຊວນທຸກຊັ້ນຄົນຕ່າງໆເຂົ້າຮ່ວມບໍລິຈາກເລືອດຢ່າງເປັນຂະບວນການຟົດຟື້ນ ແລະ ໄດ້ຮັບຜົນດີພໍສົມຄວນ ເນື່ອງຈາກວ່າປັດຈຸບັນ ຢູ່ຫຼາຍແຂວງບໍ່ສາມາດອອກເຄື່ອນໄຫວຮັບບໍລິຈາກເລືອດໄດ້ຕາມເປົ້າໝາຍທີ່ວາງໄວ້ ຮ່ວມກັນ ຍ້ອນການລະບາດ ຂອງພະຍາດອັກເສບປອດສາຍພັນໃຫມ່ Covid-19 ແລະ ການລະບາດຂອງພະຍາດໄຂ້ຍຸງລາຍຢູ່ແຂວງຕ່າງໆ 8 ເດືອນຜ່ານມາຂອງປີ 2020 ທົ່ວປະເທດເຈາະເກັບເລືອດໄດ້ພຽງ 37.178 ຖົງ ຖ້າທຽບໃສ່ແຜນການປີ ປະຕິບັດໄດ້ພຽງແຕ່ 61,24% ຂອງແຜນການປີເທົ່ານັ້ນ ທັງນີ້ກໍຍ້ອນວ່າຜົນກະທົບທີ່ໄດ້ກ່າວມານັ້ນ ຈຶ່ງເຮັດໃຫ້ຢູ່ຫຼາຍແຂວງບໍ່ສາມາດອອກປຸກລະດົມ ແລະ ຮັບບໍລິຈາກເລືອດໄດ້ຕາມແຜນການທີ່ວາງໄວ້ ດັ່ງນັ້ນ ການຈັດກິດຈະກໍາຄັ້ງນີ້ຈຶ່ງມີຄວາມໝາຍ ແລະ ຈໍາເປັນຢ່າງຍິ່ງ ທີ່ຈະນໍາເອົາເລືອດຈໍານວນໜຶ່ງ ສົ່ງຕໍ່ໃຫ້ແຂວງ ແລະ ໂຮງໝໍຕ່າງໆຢູ່ໃນນະຄອນຫຼວງວຽງຈັນ ທີ່ມີຄວາມຈໍາເປັນຕ້ອງການນໍາໃຊ້ເລືອດເຂົ້າໃນການປິ່ນປົວໃນແຕ່ລະວັນ ຄາດວ່າພາຍຫຼັງສໍາເລັດກິດຈະກໍາໃນຄັ້ງນີ້ ຈະໄດ້ຮັບເລືອດໄດ້ຢ່າງໜ້ອຍ 400 ກວ່າຖົງຂຶ້ນໄປ ແລະ ພາຍຫຼັງຜ່ານການກວດວິເຄາະເປັນທີ່ຮຽບຮ້ອຍແລ້ວ ຈະນໍາເລືອດຈໍານວນດັ່ງກ່າວສົ່ງຕໍ່ໃຫ້ຄົນເຈັບທີ່ມີຄວາມຈໍາເປັນຕ້ອງການເລືອດ.

    ໂອກາດນີ້ ທ່ານ ສິດທິໄຊ ເກດຕະວົງ ໃຫ້ສຳພາດວ່າ: ການບໍລິຈາກເລືອດ ມີຄວາມໝາຍສຳຄັນ ຈຳເປັນຫຼາຍ ທາງບໍລິສັດເຮົາເອງກໍຖືສຳຄັນຕໍ່ກັບວຽກງານດັ່ງກ່າວນີ້ ໃນແຕ່ລະປີ ພາຍໃນບໍລິສັດເອງກໍມີການປຸກລະດົມຂົນຂວາຍອ້າຍນ້ອງພະນັກງານ ໃຫ້ການປະກອບສ່ວນບໍລິຈາກເລືອດມາໂດຍຕະຫຼອດ ພ້ອມທັງໃຫ້ການສະ ໜັບສະໜູນກິດຈະກຳຕ່າງໆ ກ່ຽວກັບການຮັບບໍລິຈາກເລືອດຢ່າງຕໍ່ເນື່ອງ ສະເພາະກິດຈະກຳຄັ້ງນີ້ກໍເຊັ່ນດຽວກັນ ທາງບໍລິສັດພວກເຮົາກໍໄດ້ໃຫ້ການຊຸກຍູ້ ເປັນຕົ້ນ ນຳເອົາຜະລິດຕະພັນຂອງທີ່ລະນຶກເປັນຖົງຜ້າ ຫຼຸດການນຳໃຊ້ຖົງປລາສຕິກ ເຊິ່ງເປັນຜົນງານການອອກແບບໂລໂກຂອງນັກສຶກສາຈາກສະຖາບັນວິຈິດສິນ ທີ່ໄດ້ຮັບທຶນການສຶກສາຈາກບໍລິສັດເບຍລາວ ແລະ ຜະລິດໂດຍງານສີມືຂອງສະມາຄົມຜູ້ພິການຍິງລາວ ເຊິ່ງເປັນການປະກອບສ່ວນສົ່ງເສີມການສ້າງວຽກເຮັດງານທຳໃຫ້ຜູ້ພິການຍິງ ທີ່ສຳຄັນເປັນການຊຸກຍູ້ນ້ຳໃຈໃຫ້ກັບຜູ້ບໍລິຈາກເລືອດທຸກທ່ານທີ່ໃຫ້ການປະກອບສ່ວນບໍລິຈາກເລືອດໃນກິດຈະກຳໃນຄັ້ງນີ້.

error: Content is protected !!