ຕ້າງ ສ້າງລາຍຮັບ ແຕ່ໜ້າອັບອາຍ

ມີ​ບົດ​ຊວນ​ຫົວ​ໜຶ່ງ​ທີ່​ບໍ່​ພຽງ​ແຕ່​ຊວນ​ຫົວ ແຕ່​ກໍ​ຍັງ​ຊວນ​ຄິດ​ພິ­ຈາ­ລະ­ນາ​ໄປ​ດ້ວຍ ເລື່ອງ​ນັ້ນ​ເວົ້າ​ວ່າ ດຽວ­ນີ້​ເຄື່ອງ​ປະ­ດັບ​ເອ້​ຢ້ອງ​ປະ­ເພດ​ຕ້າງ​ນັ້ນ​ຂາຍ​ດີ​ເປັນ​ພິ­ເສດ ເພາະ​ຜູ້​ຊາຍ​ຫຼາຍ​ຄົນ (ປະ­ເພດ​ໄຮ​ໂຊ) ນິ­ຍົມ​ໃສ່​ຕ້າງ ແຕ່​ກ່ອນ​ມີ​ແຕ່​ແມ່­ຍິງ​ໃສ່​ຕ້າງ ການ​ຂາຍ​ຕ້າງ​ຈຶ່ງ​ບໍ່​ຄ່ອຍ​ເບັ່ງ​ບານ​ຄື​ດຽວ­ນີ້ ຄຳ​ຖາມ​ມີ​ຢູ່​ວ່າ “ສິນ­ຄ້າ​ຂາຍ​ຄ່ອງ​ກັບ​ວັດ­ທະ­ນະ­ທຳ​ມົວ​ໝອງ” ຈະ​ເອົາ​ອັນ​ໃດ ? ມີ​ບາງ​ຄົນ​ບອກ​ວ່າ ຜູ້​ຊາຍ​ໃສ່​ຕ້າງ​ບໍ່​ເຫັນ​ວ່າ​ມັນ​ຜິດ ມັນ​ເຂັດ​ມັນ​ຂວງ​ບ່ອນ​ໃດ ຢູ່​ຕ່າງ­ປະ­ເທດ​ເຂົາ​ກໍ​ເຮັດ​ກັນ ໂດຍ​ສະ­ເພາະ​ແມ່ນ​ໃນ​ກຸ່ມ​ນັກ­ສະ­ແດງ​ດາ­ລາ… ແຕ່​ຢ່າ​ລື່ມ​ວ່າ ທີ່​ນີ້​ຄື​ເມືອງ​ລາວ.

error: Content is protected !!