ມອບເງິນນະໂຍບາຍກອງທຶນເຮືອນນ້ຳໃຈ ໃຫ້ພະນັກງານບຳນານ 5 ທ່ານ

ພິ­ທີ​ມອບ-ຮັບ​ເງິນ​ນະ­ໂຍ­ບາຍ ກອງ​ທຶນ​ເຮືອນ​ນ້ຳ­ໃຈ ໃຫ້​ແກ່​ພະ­ນັກ­ງານ​ບຳ­ນານ ເສຍ​ອົງ­ຄະ ແລະ ພິ­ການ​ທີ່​ທຸກ​ຍາກ​ຂາດ​ບ່ອນ​ທີ່​ເພິ່ງ​ພາ​ອາ­ໄສ ຈັດ​ຂຶ້ນ​ວັນ​ທີ 18 ກັນ­ຍາ 2020 ທີ່​ພະ​ແນກ​ແຮງ​ງານ ແລະ ສະ­ຫວັດ­ດີ​ການ​ສັງ­ຄົມ ນະ­ຄອນ­ຫຼວງ​ວຽງ​ຈັນ ໂດຍ​ການ​ມອບ​ຂອງ​ທ່ານ ສີ​ຫຸນ ສິດ­ທິ​ລື​ໄຊ ຮອງ​ເຈົ້າ​ຄອງ​ນະ­ຄອນ­ຫຼວງ​ວຽງ​ຈັນ ແລະ ຕາງ­ໜ້າ​ຮັບ​ຈາກ​ອົງ­ການ​ປົກ­ຄອງ 4 ເມືອງ (ນາ​ຊາຍ​ທອງ ໄຊ​ທາ­ນີ ສີ​ໂຄດ​ຕະ­ບອງ ແລະ ເມືອງ​ປາກ​ງື່ມ) ມີ​ທ່ານ ນາງ ລຳ​ພອຍ ສີ​ອັກ​ຄະ​ຈັນ ຫົວ­ໜ້າ​ພະ​ແນກ​ແຮງ​ງານ ແລະ ສະ­ຫວັດ­ດີ​ການ​ສັງ­ຄົມ​ນະ­ຄອນ­ຫຼວງ​ວຽງ​ຈັນ ພ້ອມ​ພາກ­ສ່ວນ​ກ່ຽວ­ຂ້ອງ​ເຂົ້າ​ຮ່ວມ.

ການ​ມອບ​ເງິນ​ຄັ້ງ​ນີ້ ເພື່ອ​ເປັນ​ການ​ສືບ­ຕໍ່​ຈັດ​ຕັ້ງ​ປະ­ຕິ­ບັດ​ກອງ​ທຶນ​ເຮືອນ​ນ້ຳ­ໃຈ​ໃຫ້​ແກ່​ພະ­ນັກ­ງານ​ບຳ­ນານ ພະ­ນັກ­ງານ​ເສຍ​ອົງ­ຄະ ແລະ ພິ­ການ​ທີ່​ທຸກ​ຍາກ ຂາດ​ບ່ອນ​ເພິ່ງ​ພາ​ອາ­ໄສ ໂດຍ​ສະ­ເພາະ​ແມ່ນ​ຜູ້​ທີ່​ໄດ້​ເຄື່ອນ​ໄຫວ​ປະ­ຕິ­ວັດ​ຢູ່​ຮາກ​ຖານ​ການ­ເມືອງ​ຂອງ​ພັກ ເພື່ອ​ປົດ​ປ່ອຍ­ປະ​ເທດ​ຊາດ ຜູ້​ທີ່​ເສຍ­ສະ­ຫຼະ​ເລືອດ​ເນື້ອ ເຫື່ອ­ແຮງ ສະ­ຕິ​ປັນ­ຍາ​ຂອງ​ຕົນ​ຢ່າງ​ຕັ້ງ­ໜ້າ ເຂົ້າ​ໃນ​ພາ­ລະ­ກິດ​ລວມ​ຂອງ​ຊາດ​ໃນ​ໄລ­ຍະ​ຜ່ານ​ມາ ເຊິ່ງ​ປະ­ກອບ​ມີ 5 ທ່ານ ຍິງ 1 ທ່ານ ທີ່­ຢູ່​ເມືອງ ໄຊ​ທາ­ນີ ນາ​ຊາຍ​ທອງ ສີ​ໂຄດ​ຕະ­ບອງ ແລະ ເມືອງ​ປາກ​ງື່ມ ມູນ​ຄ່າ 450.000.000 ກີບ ໃນ​ນີ້ ປຸກ​ສ້າງ​ເຮືອນ​ຫຼັງ​ໃໝ່ 1 ຫຼັງ ມູນ​ຄ່າ 130.000.000 ກີບ ສ້ອມ­ແປງ​ເຮືອນ​ເກົ່າ 4 ຫຼັງ ມູນ​ຄ່າ​ຫຼັງ​ລະ 80.000.000 ກີບ ລວມ​ມູນ​ຄ່າ 320.000.000 ກີບ.

error: Content is protected !!