ມູນນິທິມາຣຸເບນີ ຊ່ວຍເຫຼືອອຸປະກອນການຮຽນ

ມູນ​ນິ­ທິ​ມາ​ຣຸ​ເບ​ນີ ເພື່ອ​ສົ່ງ­ເສີມ​ການ​ສຶກ​ສາ​ຢູ່ ສປປ ລາວ (ມມສລ) ໄດ້​ໃຫ້­ການ​ຊ່ວຍ­ເຫຼືອ​ນັກ­ຮຽນ​ຊົນ­ເຜົ່າ​ຢູ່​ແຂວງ​ສະ­ຫວັນ​ນະ​ເຂດ ເປັນ​ປີ​ທີ 13 ເຊິ່ງ​ໃນ​ປີ​ນີ້ ທາງ​ມູນ​ນິ­ທິ ມາ​ຣຸ​ເບ​ນີ ໄດ້​ໃຫ້­ການ​ຊ່ວຍ­ເຫຼືອ​ເປັນ​ອຸ­ປະ­ກອນ​ການ​ຮຽນ ແລະ ຊຸດ​ນັກ­ຮຽນ ໃຫ້​ໂຮງ­ຮຽນ​ສາ­ມັນ​ກິນ­ນອນ​ຊົນ­ເຜົ່າ ແຂວງ​ສະ­ຫວັນ​ນະ​ເຂດ ມູນ​ຄ່າ​ທັງ​ໝົດ 85 ລ້ານ​ກວ່າ​ກີບ.

ພິ­ທີ​ມອບ-ຮັບ​ເຄື່ອງ​ຊ່ວຍ­ເຫຼືອ ຈັດ​ຂຶ້ນ​ວັນ​ທີ 17 ກັນ­ຍາ 2020 ທີ່​ນະ­ຄອນ​ໄກ­ສອນ ພົມ­ວິ­ຫານ ໃຫ້​ກຽດ​ມອບ​ໂດຍ​ທ່ານ ຄາ​ຊຸ​ມິ​ເນ ຄິ​ຄຸ​ຕະ ຄະ­ນະ​ບໍ­ລິ­ຫານ​ງານ​ມູນ​ນິ­ທິ ມາ​ຣຸ​ເບ​ນີ ເພື່ອ​ສົ່ງ­ເສີມ​ການ​ສຶກ​ສາ​ຢູ່ ສປປ ລາວ ທັງ​ເປັນ​ຜູ້​ຈັດ­ການ​ຫ້ອງ­ການ​ມາ​ຣຸ​ເບ​ນີ ປະ­ຈຳ​ນະ­ຄອນ­ຫຼວງ​ວຽງ​ຈັນ ກ່າວ​ຮັບ​ໂດຍ​ທ່ານ ສົມ​ລິດ ອຸ່ນ​ທະ­ວີ ອຳ­ນວຍ​ການ​ໂຮງ­ຮຽນ​ສາ­ມັນ​ກິນ­ນອນ​ຊົນ­ເຜົ່າ​ແຂວງ​ສະ­ຫວັນ​ນະ​ເຂດ ມີ​ທ່ານ ຖາ­ວອນ ອິນ​ສີ​ຊຽງ​ໃໝ່ ຮອງ​ຫົວ­ໜ້າ​ພະ​ແນກ​ສຶກ​ສາ​ທິ​ການ ແລະ ກີ­ລາ​ແຂວງ​ສະ­ຫວັນ​ນະ​ເຂດ ມີ​ພາກ­ສ່ວນ​ກ່ຽວ­ຂ້ອງ ຄູ-ອາ­ຈານ ແລະ ນ້ອງ​ນັກ­ຮຽນ​ເຂົ້າ​ຮ່ວມ.

ທ່ານ ຄາ​ຊຸ​ມິ​ເນ ຄິ​ຄຸ​ຕະ ກ່າວ​ວ່າ: ມູນ​ນິ­ທິ​ມາ​ຣຸ​ເບ​ນີ ເພື່ອ​ສົ່ງ­ເສີມ​ການ​ສຶກ​ສາ ຢູ່ ສປປ ລາວ ສ້າງ­ຕັ້ງ​ຂຶ້ນ ໃນ​ປີ 2008 ເນື່ອງ​ໃນ​ໂອ­ກາດ​ສະ­ເຫຼີມ­ສະ­ຫຼອງ​ວັນ​ສ້າງ­ຕັ້ງ​ບໍ­ລິ­ສັດ ມາ​ຣຸ​ເບ​ນີ ຄໍ​ໂປ ເຣ​ຊັນ (ຍີ່­ປຸ່ນ) ຄົບ­ຮອບ 150 ປີ ເຊິ່ງ​ປີ​ນີ້​ເປັນ​ປີ​ທີ 13 ທີ່​ທາງ​ມູນ​ນິ­ທິ​ມາ​ຣຸ​ເບ​ນີ ໄດ້​ໃຫ້­ການ​ຊ່ວຍ­ເຫຼືອ​ໂຮງ­ຮຽນ​ສາ­ມັນ​ກິນ­ນອນ​ຊົນ­ເຜົ່າ​ຢູ່​ແຂວງ​ສະ­ຫວັນ​ນະ​ເຂດ ສຳ­ລັບ​ເຄື່ອງ​ທີ່​ເອົາ​ມາ​ຊ່ວຍ­ເຫຼືອ ແມ່ນ​ເຄື່ອງ​ແບບ​ນັກ­ຮຽນ ໃຫ້​ນັກ­ຮຽນ​ຈຳ­ນວນ 420 ຄົນ ຍິງ 159 ຄົນ ແລະ ປຶ້ມ​ຕຳ­ລາ​ຮຽນ ໂດຍ​ມອບ​ໃຫ້​ໂຮງ­ຮຽນ​ສາ­ມັນ​ກິນ­ນອນ​ຊົນ­ເຜົ່າ ນະ­ຄອນ​ໄກ­ສອນ ພົມ­ວິ­ຫານ ຄິດ​ວ່າ​ອຸ­ປະ­ກອນ​ການ​ຮຽນ​ເຫຼົ່າ​ນີ້ ນ້ອງ​ນັກ­ຮຽນ​ຈະ​ນຳ​ໃຊ້​ເປັນ​ປະ­ໂຫຍດ ເພື່ອ​ພັດ­ທະ­ນາ​ຕົນ​ເອງ ແລະ ສ້າງ­ສາ​ພັດ­ທະ­ນາ​ປະ­ເທດ​ຊາດ ພ້ອມ​ນີ້ ມູນ​ນິ ທິ​ມາ​ຣຸ​ເບ​ນີ ຈະ​ສືບ­ຕໍ່​ໃຫ້­ການ​ຊ່ວຍ­ເຫຼືອ ແລະ ເລືອກ​ເອົາ​ວັດ­ຖຸ​ອຸ­ປະ­ກອນ​ການ​ຮຽນ​ຕ່າງໆ​ທີ່​ມີ​ປະ­ໂຫຍດ ມາ​ແຈກ​ຢາຍ​ໃຫ້​ເຖິງ​ມື​ນັກ­ຮຽນ.

error: Content is protected !!