CNP ເອົາໃຈໃສ່ດຳເນີນທຸລະກິດ ແລະ ປະກອບສ່ວນພັນທະໃຫ້ລັດຢ່າງຖືກຕ້ອງ

ທ່ານ​ນາງ ຈັນ​ນະ­ພາ ວົງ​ສະ­ໝໍ­ລະ­ພູມ ປະ­ທານ​ບໍ­ລິ­ສັດ ຊີ​ເອັນ​ພີ ສຳ​ຫຼວດ-ຂຸດ​ຄົ້ນ​ບໍ່​ແຮ່ ຂາ​ອອກ-ຂາ​ເຂົ້າ ຈຳ­ກັດ ໃຫ້​ສຳ­ພາດ​ວັນ​ທີ 14 ກັນ­ຍາ 2020 ວ່າ: ກຸ່ມ​ບໍ­ລິ­ສັດ ຊີ​ເອັນ​ພີ (CNP) ສ້າງ­ຕັ້ງ​ປີ 1995 ເຊິ່ງ​ເບື້ອງ​ຕົ້ນ ເປັນ​ບໍ­ລິ­ສັດ ຊີ​ເອັນ​ພີ ການ​ຄ້າ ຂາ​ອອກ-ຂາ​ເຂົ້າ ຈຳ­ກັດ ດຳ­ເນີນ​ກິດ­ຈະ­ການ​ຂຸດ​ຄົ້ນ​ໄມ້​ຢູ່​ເຂື່ອນ​ນ້ຳ​ງື່ມ 1 ເພື່ອ​ຜະ­ລິດ​ເຟີ​ນີ​ເຈີ​ສົ່ງ​ອອກ ກິດ­ຈະ­ການ​ຂຸດ​ຄົ້ນ​ຖ່ານ​ຫີນ ປີ 2000 ຮັບ​ເໝົາ​ກໍ່­ສ້າງ​ໂຮງ­ງານ​ຊີ­ມັງ​ວັງ​ວຽງ ຫຼັງ​ທີ 2 ກິດ­ຈະ­ການ​ດູດ​ຫີນ-ຊາຍ ແລະ ຂຸດ​ຄົ້ນ​ຫີນ​ປູນ-ຖ່ານ​ຫີນ ໃຫ້​ໂຮງ­ງານ​ດັ່ງ­ກ່າວ ແລະ ບໍ­ລິ­ສັດ​ເອ­ກະ​ຊົນ​ຈຳ­ນວນ​ໜຶ່ງ ພາຍ­ຫຼັງ​ດຳ­ເນີນ​ກິດ­ຈະ­ການ​ຕ່າງໆ​ມີ​ຜົນ­ສຳ­ເລັດ​ເປັນ​ຢ່າງ​ດີ ພັກ-ລັດ ກໍ​ຄື​ກະ­ຊວງ​ພະ­ລັງ­ງານ ແລະ ບໍ່​ແຮ່ ກໍ​ໄດ້​ໃຫ້­ການ​ສະ­ໜັບ­ສະ­ໜູນ ແລະ ອະ­ນຸ­ຍາດ​ໃຫ້​ພວກ​ເຮົາ​ສ້າງ­ຕັ້ງ​ເປັນ​ບໍ­ລິ­ສັດ ຊີ​ເອັນ​ພີ ສຳ​ຫຼວດ-ຂຸດ​ຄົ້ນ​ບໍ່​ແຮ່ ຂາ​ອອກ-ຂາ​ເຂົ້າ ຈຳ­ກັດ ໃນ​ປີ 2004 ແລະ ຂໍ­ອະ­ນຸ­ຍາດ​ດຳ­ເນີນ​ການ​ສຳ​ຫຼວດ-ຂຸດ​ຄົ້ນ​ບໍ່​ເຫຼັກ ບໍ່​ທອງ­ແດງ ບໍ່​ຊືນ ສັງ­ກະ­ສີ ຢູ່​ເມືອງ​ຫຼາ ແຂວງ​ອຸ­ດົມ​ໄຊ ພ້ອມ​ທັງ​ລົງ­ທຶນ​ສ້າງ­ຕັ້ງ​ໂຮງ­ງານ​ປຸງ​ແຕ່ງ ເລີ່ມ​ແຕ່​ປີ 2013 ເປັນ­ຕົ້ນ​ມາ ໄດ້​ຂຸດ​ຄົ້ນ​ແຮ່​ເຫຼັກ​ສົ່ງ​ອອກ ສປ ຈີນ 500.000 ໂຕນ ແລະ ໄດ້​ຂຸດ​ຄົ້ນ-ປຸງ​ແຕ່ງ​ເພື່ອ​ກຽມ​ສົ່ງ​ອອກ​ປະ­ມານ 700.000-800.000 ໂຕນ ເນື່ອງ​ຈາກ​ແຮ່​ດັ່ງ ກ່າວ​ໄດ້​ປຸງ​ແຕ່ງ​ຖືກ­ຕ້ອງ​ຕາມ​ລະ­ບຽບ​ການ.

ປີ 2020 ໄດ້​ຮັບ​ອະ­ນຸ­ຍາດ​ໃຫ້​ສົ່ງ​ອອກ​ແຮ່​ເຫຼັກ ໄປ ສປ ຈີນ 200.000 ໂຕນ ເຊິ່ງ​ເລີ່ມ​ສົ່ງ​ອອກ​ແຕ່​ເດືອນ​ກໍ­ລະ­ກົດ​ເປັນ­ຕົ້ນ​ມາ ປັດ­ຈຸ­ບັນ​ສົ່ງ​ອອກ​ໄດ້​ແລ້ວ 50.000 ໂຕນ ເຖິງ​ວ່າ​ພົບ​ຄວາມ​ຫຍຸ້ງ­ຍາກ ໂດຍ​ສະ­ເພາະ​ຜົນ​ກະ­ທົບ​ຂອງ​ພະ­ຍາດ​ໂຄ​ວິດ-19 ບໍ­ລິ­ສັດ​ກໍ​ໄດ້​ພະ­ຍາ­ຍາມ​ສູງ ເພື່ອ​ໃຫ້​ສາ­ມາດ​ສົ່ງ​ສິນ­ຄ້າ​ອອກ​ເພື່ອ​ສ້າງ​ລາຍ​ຮັບ​ເຂົ້າ​ປະ­ເທດ ແລະ ປະ­ກອບ­ສ່ວນ​ພັນ­ທະ​ອາ­ກອນ​ໃຫ້​ປະ­ເທດ​ຊາດ ແລະ ກຳ­ລັງ​ດຳ­ເນີນ​ສົ່ງ​ອອກ​ໃຫ້​ຄົບ​ຕາມ​ຈຳ­ນວນ ເຊິ່ງ​ນອກ­ຈາກ​ສ້າງ​ລາຍ​ຮັບ​ເຂົ້າ​ປະ­ເທດ​ແລ້ວ ຍັງ​ສາ­ມາດ​ສ້າງ​ວຽກ​ເຮັດ​ງານ​ທຳ​ໃຫ້​ປະ­ຊາ­ຊົນ ໂດຍ​ກ່ອນ​ໜ້າ​ເກີດ​ມີ​ການ​ລະ­ບາດ​ຂອງ​ພະ­ຍາດ​ໂຄ​ວິດ-19 ມີ​ຊ່ຽວ­ຊານ ພະ­ນັກ­ງານ-ກຳ­ມະ­ກອນ 500 ກວ່າ​ຄົນ ໃນ​ນີ້​ຄົນ​ລາວ​ກວມ​ເອົາ 90% ແລະ ຫຼາຍ​ກວ່າ 70% ເປັນ​ຄົນ​ທ້ອງ­ຖິ່ນ​ທີ່​ໂຮງ­ງານ​ຕັ້ງ​ຢູ່ ນອກ​ນັ້ນ​ແມ່ນ​ວິ­ຊາ​ການ​ຄົນ​ລາວ ແລະ ວິ­ຊາ​ການ​ຕ່າງ­ປະ­ເທດ.

ໄລ­ຍະ​ຜ່ານ​ມາ ລັດ­ຖະ­ບານ​ໄດ້​ມີ​ຄຳ​ສັ່ງ​ໃຫ້​ຢຸດ​ດຳ­ເນີນ​ກິດ­ຈະ­ການ​ຊົ່ວ­ຄາວ ເພື່ອ​ແນ­ໃສ່​ຄວບ​ຄຸມ ແລະ ປ້ອງ​ກັນ​ພະ­ຍາດ​ໂຄ​ວິດ-19 ເຊິ່ງ​ໄດ້​ສົ່ງ​ຜົນ​ກະ­ທົບ​ຕໍ່​ການ​ດຳ­ເນີນ​ທຸ­ລະ​ກິດ​ຢ່າງ​ໜັກ­ໜ່ວງ ຢຸດ​ກິດ­ຈະ­ການ ແລະ ບໍ່​ມີ​ລາຍ​ຮັບ ແຕ່​ພວກ​ເຮົາ​ກໍ​ບໍ່​ໄດ້​ໃຫ້​ພະ­ນັກ­ງານ-ກຳ­ມະ­ກອນ​ອອກ​ວຽກ ແຕ່​ໃຫ້​ເຮັດ​ວຽກ​ຢູ່​ເຮືອນ ພ້ອມ​ທັງ​ໃຫ້​ເງິນ­ເດືອນ ແລະ ເງິນ​ນະ­ໂຍ­ບາຍ​ຕ່າງໆ​ຢ່າງ​ເຕັມ​ສ່ວນ ສ່ວນ​ຊ່ຽວ­ຊານ​ຕ່າງ­ປະ­ເທດ ກໍ​ໄດ້​ໃຫ້​ກັບ​ຄືນ​ປະ­ເທດ ແລະ ເຮັດ​ວຽກ​ຮ່ວມ​ກັນ​ແບບ​ອອນ​ລາຍ ນອກ​ນີ້ ຍັງ​ໄດ້​ລົງ­ທຶນ​ຢ່າງ​ຫຼວງ­ຫຼາຍ​ຊື້​ວັດ­ຖຸ​ອຸ­ປະ­ກອນ​ເພື່ອ​ປ້ອງ​ກັນ​ພະ­ຍາດ​ໂຄ​ວິດ-19 ແລະ ປະ­ຕິ­ບັດ​ຕາມ​ຄຳ​ສັ່ງ​ແນະ­ນຳ​ຂອງ​ລັດ­ຖະ­ບານ​ຢ່າງ​ເຂັ້ມ​ງວດ ເຮັດ​ໃຫ້​ຊ່ຽວ­ຊານ ພະ­ນັກ­ງານ-ກຳ­ມະ­ກອນ​ພາຍ​ໃນ​ບໍ­ລິ­ສັດ​ປາ­ສະ­ຈາກ​ພະ­ຍາດ​ດັ່ງ­ກ່າວ.

ທ່ານ​ນາງ ເພັນ​ນະ­ພາ ວົງ​ສະ­ໝໍ­ລະ­ພູມ ຜູ້​ຈັດ­ການ​ບໍ­ລິ­ສັດ ຊີ​ເອັນ​ພີ ສຳ​ຫຼວດ-ຂຸດ​ຄົ້ນ​ບໍ່​ແຮ່ ຂາ​ອອກ-ຂາ​ເຂົ້າ ຈຳ­ກັດ ກ່າວ​ວ່າ: ຄຽງ​ຄູ່​ກັບ​ການ​ດຳ­ເນີນ​ກິດ­ຈະ­ກຳ​ມີ​ຜົນ­ສຳ­ເລັດ ແລະ ມີ​ຜົນ​ກຳ­ໄລ​ແລ້ວ ພວກ​ເຮົາ​ຍັງ​ໄດ້​ເອົາ­ໃຈ­ໃສ່ ແລະ ຖື​ສຳ­ຄັນ​ໃນ​ການ​ປະ­ກອບ­ສ່ວນ​ພັນ­ທະ​ໃຫ້​ລັດ­ຖະ­ບານ​ຢ່າງ​ຖືກ­ຕ້ອງ ແລະ ທັນ​ກຳ­ນົດ​ມາ​ໂດຍ​ຕະ­ຫຼອດ ນອກ​ນີ້ ຍັງ​ໄດ້​ປະ­ກອບ­ສ່ວນ​ສ້າງ​ໂຮງ­ຮຽນ ວັດ ເສັ້ນ­ທາງ​ໃນ​ເຂດ​ໂຄງ­ການ ນອກ​ນີ້ ຍັງ​ມີ​ແຜນ​ສ້າງ​ໂຮງ­ໝໍ ສຸກ­ສາ­ລາ ແລະ ອື່ນໆ ສະ­ເພາະ 2 ເດືອນ​ກວ່າ​ຜ່ານ​ມາ ທີ່​ເລີ່ມ​ມີ​ການ​ສົ່ງ​ສິນ­ຄ້າ​ອອກ ພວກ​ເຮົາ​ໄດ້​ປະ­ກອບ­ສ່ວນ​ລາຍ​ຮັບ​ໃຫ້​ງົບ­ປະ­ມານ​ລັດ 10 ຕື້​ກີບ ແລະ ໃນ​ໄລ­ຍະ​ການ​ແຜ່​ລະ­ບາດ​ຂອງ​ພະ­ຍາດ​ໂຄ​ວິດ-19 ໄດ້​ປະ­ກອບ­ສ່ວນ​ດ້ານ​ເງິນ ອາ­ຫານ ເຄື່ອງ​ອຸ­ປະ­ໂພກ-ບໍ­ລິ­ໂພກ ກໍ​ຄື​ອຸ­ປະ­ກອນ​ການ​ແພດ​ມູນ​ຄ່າ​ຫຼາຍ​ຮ້ອຍ​ລ້ານ​ກີບ ສຳ­ລັບ​ແຜນ­ການ​ຕໍ່­ໜ້າ ພວກ​ເຮົາ​ຈະ​ສືບ­ຕໍ່​ເພີ່ມ​ກຳ­ລັງ​ການ​ຜະ­ລິດ​ໃຫ້​ຫຼາຍ​ຂຶ້ນ ເພື່ອ​ຕອບ​ສະ­ໜອງ​ຄວາມ​ຕ້ອງ­ການ​ຂອງ​ຕະ­ຫຼາດ.

error: Content is protected !!