ຕມ ແລະ IOM ຮ່ວມກັນສ້າງຄວາມເຂັ້ມແຂງ ໃນການຮັບມືກັບຄວາມສ່ຽງຈາກໂຄວິດ-19 ຢູ່ຊາຍແດນ ແລະ ສະໜາມບິນສາກົນ

ພິ­ທີ​ລົງ​ນາມ​ຂໍ້​ຕົກ­ລົງ​ຮ່ວມ​ມື​ລະ­ຫວ່າງ​ກົມ​ຕຳ­ຫຼວດ​ກວດ​ຄົນ​ເຂົ້າ-ອອກ​ເມືອງ (ຕມ) ກົມ​ໃຫຍ່​ສັນ­ຕິ​ບານ ກະ­ຊວງ​ປ້ອງ​ກັນ​ຄວາມ​ສະ­ຫງົບ (ປກສ) ແລະ ອົງ​ການ­ຈັດ­ຕັ້ງ​ສາ­ກົນ​ເພື່ອ​ການ​ເຄື່ອນ​ຍ້າຍ​ຖິ່ນ​ຖານ (IOM) ພາຍ​ໃຕ້​ໂຄງ­ການ​ກຽມ​ຄວາມ​ພ້ອມ​ໃນ​ການ​ຮັບ​ມື​ກັບ​ຄວາມ​ສ່ຽງ​ຈາກ​ໂຄ​ວິດ-19 ຢູ່​ຊາຍ​ແດນ ແລະ ສະ­ໜາມ​ບິນ​ສາ­ກົນ​ຢູ່ ສປປ ລາວ ຈັດ​ຂຶ້ນ​ວັນ​ທີ 17 ສິງ­ຫາ 2020 ທີ່​ໂຮງ­ແຮມ​ລາວ​ພລາ​ຊາ ຮ່ວມ​ລົງ​ນາມ​ໂດຍ​ທ່ານ ພັນ​ເອກ ສາຍ​ສະ­ໝິງ ສິ­ວິ­ໄລ ຫົວ­ໜ້າ​ກົມ ຕມ ກະ­ຊວງ ປກສ ແລະ ທ່ານ​ນາງ ຊີ​ນ່າ​ແວນ ແບມ​ເມວ​ໂຟກ​ເນີ ຮັກ­ສາ​ການ​ຫົວ­ໜ້າ​ຫ້ອງ­ການ​ອົງ­ການ IOM ປະ­ຈຳ​ລາວ ມີ​ຫົວ­ໜ້າ ຕມ ສະ­ໜາມ​ບິນ ດ່ານ ແລະ ຂະ­ແໜງ­ການ​ກ່ຽວ­ຂ້ອງ​ທັງ​ສອງ​ຝ່າຍ​ເຂົ້າ​ຮ່ວມ.

ໃນ​ພິ­ທີ​ລົງ​ນາມ​ການ​ຮ່ວມ​ມື​ລະ­ຫວ່າງ​ສອງ​ຝ່າຍ ໄດ້​ສະ­ເໜີ​ແຜນ​ກິດ­ຈະ­ກຳ​ສ້າງ​ຂີດ​ຄວາມ​ສາ­ມາດ​ໃຫ້​ແກ່​ເຈົ້າ​ໜ້າ­ທີ່​ປະ­ຈຳ​ດ່ານ​ຊາຍ​ແດນ ແລະ ສະ­ໜາມ​ບິນ​ສາ­ກົນ ໃນ​ການ​ຮັບ​ມື​ກັບ​ການ​ເດີນ­ທາງ​ກັບ​ຄືນ​ປະ­ເທດ​ຂອງ​ແຮງ​ງານ ເພື່ອ​ຫຼຸດ­ຜ່ອນ​ຄວາມ​ສ່ຽງ​ໃນ​ໄລ­ຍະ​ການ​ແຜ່​ລະ­ບາດ​ຂອງ​ໂຄ​ວິດ-19 ໂຄງ­ການ​ດັ່ງ­ກ່າວ​ຈະ​ຈັດ​ຕັ້ງ​ປະ­ຕິ­ບັດ​ໄລ­ຍະ 6 ເດືອນ ນັບ​ແຕ່​ມື້​ລົງ​ລາຍ​ເຊັນ​ເປັນ­ຕົ້ນ​ໄປ ເຊິ່ງ​ຈະ​ຊ່ວຍ​ໃນ​ການ​ພັດ­ທະ­ນາ​ມາດ­ຕະ­ຖານ​ຂັ້ນ​ຕອນ​ການ​ດຳ­ເນີນ​ງານ ແລະ ຈັດ​ເຝິກ­ອົບ­ຮົມ​ເພື່ອ​ສ້າງ​ຂີດ​ຄວາມ​ອາດ​ສາ­ມາດ​ໃຫ້​ແກ່​ເຈົ້າ​ໜ້າ­ທີ່​ປະ­ຈຳ​ດ່ານ​ຊາຍ​ແດນ ແລະ ສະ­ໜາມ​ບິນ​ສາ­ກົນ​ຢູ່ 10 ດ່ານ ເພື່ອ​ກຽມ​ຄວາມ​ພ້ອມ​ໃນ​ການ​ຮັບ​ມື​ກັບ​ໂຄ​ວິດ-19 ຢູ່ ສປປ ລາວ ນອກ­ຈາກ​ນີ້​ໂຄງ­ການ​ດັ່ງ­ກ່າວ​ບໍ່​ພຽງ​ແຕ່​ຈະ​ສ້າງ​ຜົນ​ປະ­ໂຫຍດ​ໃຫ້​ກົມ​ຕຳ­ຫຼວດ​ກວດ​ຄົນ​ເຂົ້າ​ອອກ-ເມືອງ​ເທົ່າ​ນັ້ນ ແຕ່​ຍັງ​ສາ­ມາດ​ຊ່ວຍ​ເຈົ້າ​ໜ້າ­ທີ່​ປະ­ຈຳ​ດ່ານ​ອື່ນໆ ໃນ​ການ​ປະ­ຕິ­ບັດ​ໜ້າ­ທີ່​ດ້ວຍ​ຄວາມ​ປອດ​ໄພ ພ້ອມ​ກັນ​ນັ້ນ ໂຄງ­ການ​ຍັງ ຊ່ວຍ​ໃນ​ການ​ພັດ­ທະ­ນາ​ຊຸດ​ເຄື່ອງ­ມື​ສື່­ສານ​ເພື່ອ​ປ້ອງ​ກັນ​ການ​ຕິດ­ເຊື້ອ​ສຳ­ລັບ​ຜູ້​ເດີນ­ທາງ​ເຂົ້າ-ອອກ ແລະ ແຮງ​ງານ​ເຄື່ອນ​ຍ້າຍ​ເປັນ​ຫຼາຍ​ພາ­ສາ ການ­ຈັດ­ຕັ້ງ​ປະ­ຕິ­ບັດ​ກິດ­ຈະ­ກຳ ຈະ​ເນັ້ນ​ໃສ່​ໃຫ້​ແທດ­ເໝາະ​ກັບ​ຄວາມ​ຈຳ­ເປັນ​ຈິງ ຄວາມ​ຕ້ອງ­ການ​ດ້ານ​ອຸ­ປະ­ກອນ ແລະ ສະ­ຖານ­ທີ່​ດ່ານ​ເປົ້າ​ໝາຍ​ເປັນ​ຫຼັກ ເນື່ອງ​ຈາກ​ວ່າ­ການ​ເດີນ­ທາງ​ເຂົ້າ-ອອກ​ຢູ່​ດ່ານ​ຊາຍ​ແດນ ແລະ ສະ­ໜາມ​ບິນ​ສາ­ກົນ ກ່ຽວ­ຂ້ອງ​ກັບ​ຫຼາຍ​ໜ່ວຍ​ງານ ດັ່ງ­ນັ້ນ ລັດ­ຖະ­ບານ​ຈຳ­ເປັນ​ຕ້ອງ​ມີ​ແຜນ​ຮັບ​ມື​ກັບ​ຄວາມ​ສ່ຽງ​ໃນ​ການ​ເດີນ­ທາງ​ຜ່ານ​ດ່ານ​ໃນ​ໄລ­ຍະ​ການ​ແຜ່​ລະ­ບາດ​ຂອງ​ໂຄ​ວິດ-19 ພາຍ​ໃຕ້​ທຶນ​ສະ­ໜັບ­ສະ­ໜູນ​ຈາກ​ລັດ­ຖະ­ບານ​ປະ­ເທດ​ອົດ​ສະ​ຕຣາ​ລີ ແລະ ກອງ​ທຶນ​ຮ່ວມ​ຂອງ​ອົງ­ການ​ສະ­ຫະ​ປະ­ຊາ​ຊາດ​ເພື່ອ​ຮັບ​ມື​ກັບ​ໂຄ​ວິດ-19 ອົງ­ການ IOM ຈະ​ຮ່ວມ​ມື​ກັບ​ກະ­ຊວງ ປກສ ກອງ​ເລ­ຂາ​ສະ­ເພາະ​ກິດ​ແຫ່ງ​ຊາດ​ໂຄ​ວິດ-19 ອົງ­ການ WHO ອົງ­ການ UNODC ແລະ ກະ­ຊວງ​ທີ່​ກ່ຽວ­ຂ້ອງ​ອື່ນໆ ເພື່ອ​ສ້າງ​ແຜນ​ກຽມ​ຄວາມ​ພ້ອມ​ໃນ​ການ​ຮັບ​ມື​ກັບ​ໂຄ​ວິດ-19 ທັງ​ນີ້​ກໍ​ເພື່ອ​ສະ­ໜັບ­ສະ­ໜູນ​ລັດ­ຖະ­ບານ​ລາວ​ໃນ​ການ​ບໍ­ລິ­ຫານ​ດ່ານ ຄຸ້ມ​ຄອງ​ແຮງ​ງານ​ເຄື່ອນ​ຍ້າຍ​ຜ່ານ​ດ່ານ ແລະ ຊ່ວຍ­ເຫຼືອ​ປະ­ຊາ­ຊົນ​ທີ່​ມີ​ຄວາມ​ສ່ຽງ.

error: Content is protected !!