ອົງການສຸພະນິມິດ (World Vision) ແລະ ກົມອະນາໄມ ສົ່ງເສີມສຸຂະພາບ ກະຊວງສາທາລະນະສຸກ ຮ່ວມກັນຈັດກອງປະຊຸມ ນຳສະເໜີຜົນການສຶກສາຂອງໂຄງການຮ່ວມມືປັບປຸງໂພຊະນາການ ໂດຍເລັ່ງໃສ່ການຜະລິດກະສິກຳເພື່ອໂພຊະນາການ ແລະ ສຸຂະ ພາບທີ່ດີ ເຊິ່ງໄດ້ຮັບການໝັບສະຫນູນຈາກສະຫະພາບເອີຣົບ ຈັດຂຶ້ນວັນທີ 17 ກັນຍາ 2020 ທີ່ໂຮງແຮມຄຣາວພລາຊາ ນະຄອນ ຫຼວງວຽງຈັນ ໂດຍເປັນປະທານທ່ານ ພອນປະເສີດ ອຸນາພົມ ຫົວໜ້າກົມອະນາໄມ ແລະ ສົ່ງເສີມສຸຂະພາບ ກະຊວງສາທາລະນະສຸກ ທ່ານນາງ ໂຣສລິນ ກາບິວ ຜູ້ອຳນວຍການອົງການສຸພະນິມິດສາກົນປະຈຳລາວ ຜູ້ຕາງໜ້າຈາກສະຫະພາບເອີຣົບປະຈຳລາວ ມີຕົວແທນຈາກພາກລັດຖະບານ ໃນຂັ້ນສູນກາງ ແລະ ທ້ອງຖິ່ນ ຈາກຫຼາຍກະຊວງ ບັນດາອົງການຈັດຕັ້ງຜູ້ໃຫ້ທຶນ ຕົວແທນຈາກອົງການ ສະຫະປະຊາຊາດ ແລະ ບັນດາອົງການຊ່ວຍເຫຼືອດ້ານມະນຸດສະທຳເຂົ້າຮ່ວມ.

ໂຄງການດັ່ງກ່າວ ໄດ້ຖືກຈັດຕັ້ງປະຕິບັດຢູ່ໃນແຂວງອັດຕະປື ສາລະວັນ ແລະ ແຂວງສະຫວັນນະເຂດ ໃນໄລຍະ 2 ປີຜ່ານມາ ໂຄງການຮ່ວມມືປັບປຸງໂພຊະນາການ ໂດຍເລັ່ງໃສ່ການຜະລິດກະສິກຳເພື່ອໂພຊະນາການ ແລະ ສຸຂະພາບທີ່ດີ (AHAN) ໄດ້ດຳເນີນການສຶກສາຄົ້ນຄວ້າຫຼາຍໆຄັ້ງ ໃນດ້ານວຽກງານໂພຊະນາການ ລວມທັງການວິເຄາະຕ່ອງໂສ້ຄຸນຄ່າດ້ານໂພຊະນາການ ການວິເຄາະບົດບາດຍິງ-ຊາຍ ແລະ ການສຶກສາດ້ານຄຸນນະພາບກ່ຽວກັບແນວທາງການປະຕິບັດໃນການປ້ອນອາຫານຂອງບັນດາກຸ່ມຊົນເຜົ່າ ການສຶກສາໃນຄັ້ງນີ້ ແມ່ນຖືກຈັດຕັ້ງໂດຍການຮ່ວມມືກັນລະຫວ່າງສະຖາບັນ Burnet ແລະ ສະຖາບັນສາທາລະນະສຸກສາດ ແລະ ພະຍາດເຂດຮ້ອນ ກະຊວງສາທາລະນະສຸກ.


ຈຸດປະສົງຂອງກອງປະຊຸມດັ່ງກ່າວນີ້ ແມ່ນເພື່ອນຳສະເໜີຜົນຂອງການສຶກສາ ແລະ ເພີ່ມທະວີການປະສານງານກັບພາກສ່ວນທີ່ກ່ຽວຂ້ອງ ໃຫ້ມີສ່ວນຮ່ວມໃນການສ້າງສະພາບແວດລ້ອມທີ່ເອື້ອອຳນວຍຕໍ່ການປັບປຸງຄຸນນະພາບດ້ານໂພຊະນາການໃຫ້ດີຂຶ້ນ ຜົນການສືກສາທີ່ໄດ້ນຳສະເໜີຄັ້ງນີ້ ແມ່ນປະກອບດ້ວຍການຄ້ຳປະກັນທາງດ້ານສະບຽງອາຫານ ການຂາດຄວາມຮູ້ທາງດ້ານໂພຊະນາການ ໂດຍສະເພາະແມ່ນການປະຕິບັດໃນການລ້ຽງລູກດ້ວຍນົມແມ່ ເຊັ່ນດຽວກັນກັບບົດບາດຍິງ-ຊາຍ ໃນການເຮັດວຽກໜັກຂອງແມ່ຍິງໃນລະດັບຄົວເຮືອນ ແມ່ນຈະຖືກຍົກຂຶ້ນມາເພື່ອສົນທະນາ ການສຶກສາທີ່ສຳຄັນ ສະແດງໃຫ້ເຫັນຢ່າງຈະແຈ້ງວ່າແມ່ນມີຄວາມຈຳເປັນໃນການປະກອບສ່ວນຂອງຫຼາຍຂະແໜງການ ວິທີການເຮັດວຽກແບບເຊື່ອມສານ ເພື່ອແກ້ໄຂສາເຫດຂອງການຂາດສານອາຫານ ໂດຍເນັ້ນໜັກໃສ່ຄວາມສຳຄັນຂອງບັນດາຜູ້ຈັດຕັ້ງປະຕິບັດວຽກງານທີ່ມາຈາກຫຼາຍພາກສ່ວນທີ່ແຕກຕ່າງກັນ ແຕ່ປະຕິບັດເປົ້າໝາຍອັນດຽວກັນ ເພື່ອປັບປຸງດ້ານໂພຊະນາການຂອງແມ່ ແລະ ເດັກໃນ ສປປ ລາວ.

ທ່ານ ພອນປະເສີດ ອຸນາພົມ ໄດ້ກ່າວໃນກອງປະຊຸມຄັ້ງນີ້ວ່າ: “ການສຶກສາຄັ້ງນີ້ແມ່ນເປັນປະໂຫຍດຫຼາຍແກ່ວຽກງານໂພຊະນາການ ບົດບາດຍິງຊາຍ ແລະ ຄວາມຮັບຮູ້ຄວາມເຂົ້າໃຈຕໍ່ກັບການລ້ຽງດູເດັກ ເຊິ່ງການສຶກສາຄັ້ງນີ້ ໄດ້ຊີ້ໃຫ້ເຫັນສະພາບຄວາມເປັນຈິງ ການດາລົງຊີວິດທີ່ແທ້ຈິງຂອງຄົນໃນສັງຄົມເຮົາ ເຊິ່ງໄດ້ມີການປະຕິບັດມາແຕ່ດົນນານຈົນມາຮອດປັດຈຸບັນ ແລະ ກໍເປັນຂໍ້ມູນອ້າງອີງເພື່ອແນໃສ່ໃຫ້ຜູ້ປົກຄອງຈະຕ້ອງໄດ້ມີການປັບປຸງ ແລະ ປ່ຽນແປງພຶດຕິກຳ ໄປຕາມແນວທາງທີ່ຖືກຕ້ອງ ໂດຍແນໃສ່ໃຫ້ເດັກເກີດມາໄດ້ມີສຸຂະພາບທີ່ດີ ມີການພັດທະນາຕາມມາດຕະຖານໄດ້”.

ໂອກາດດຽວກັນ ທ່ານນາງ ໂຣສລິນ ກາບິວ ໄດ້ໃຫ້ຄຳເຫັນວ່າ: “ພວກເຮົາຂໍຮຽກຮ້ອງມາຍັງພະແນກການຕ່າງໆ ແລະ ຊຸມຊົນ ຈົ່ງສາມັກຄີ ແລະ ເຮັດວຽກຮ່ວມກັນ ສະໜັບສະໜູນການເຂົ້າເຖິງອາຫານທີ່ມີໂພຊະນາການ ສຳລັບແມ່ຍິງ ແລະ ເດັກນ້ອຍທຸກຄົນ ການລ້ຽງລູກດ້ວຍນົມແມ່ພຽງຢ່າງດຽວ ແລະ ການສະໜອງອາຫານທີ່ມີໂພຊະນາການ ພ້ອມກັບການປະຕິບັດດ້ານສຸຂະນາໄມທີ່ດີ ແມ່ນປັດໃຈຫຼັກ ເພື່ອຮັບປະກັນວ່າເດັກທີ່ມີຄວາມສ່ຽງ ມີການຈະເລີນເຕີບໂຕທີ່ດີ ແລະ ມີສຸຂະພາບທີ່ແຂງແຮງ”.
