ພິທີມອບ-ຮັບການຄຸ້ມຄອງ ສ້ອມແປງ ປົກປັກຮັກສາລະບົບໄຟເຍືອງທາງ ແລະ ໄຟອຳນາດໃນນະຄອນຫຼວງວຽງຈັນ (ນວ) ລະຫວ່າງລັດວິສາຫະກິດໄຟຟ້າລາວ ຝ່າຍປະຕິບັດການໄຟຟ້າ ນວ ແລະ ຫ້ອງການຄຸ້ມຄອງ ແລະ ບໍລິການຕົວເມືອງວຽງຈັນ ຈັດຂຶ້ນວັນທີ 17 ກັນຍາ 2020 ທີ່ສຳນັກງານຝ່າຍປະຕິບັດການໄຟຟ້າ ນວ (ບ້ານໜອງບຶກ) ກ່າວມອບຂອງທ່ານ ຈັນສົມ ພິລາລົມ ຮອງຫົວໜ້າຝ່າຍປະຕິບັດການໄຟຟ້າ ນວ ແລະ ກ່າວຮັບຂອງທ່ານ ບຸນຈັນ ແກ້ວສີທຳມະ ຫົວໜ້າຫ້ອງການຄຸ້ມຄອງ ແລະ ບໍລິການຕົວເມືອງວຽງຈັນ ມີທ່ານ ຊົງເລົາ ຢົງນູ ຫົວໜ້າພະແນກພະລັງງານ ແລະ ບໍ່ແຮ່ ນວ ພ້ອມດ້ວຍພາກສ່ວນກ່ຽວຂ້ອງສອງຝ່າຍເຂົ້າຮ່ວມເປັນສັກຂີພິຍານ.


ໄຟເຍືອງທາງ ແລະ ໄຟອຳນາດໃນ ນວ ທັງໝົດ ທີ່ມອບໃຫ້ຫ້ອງການຄຸ້ມຄອງ ແລະ ບໍລິການຕົວເມືອງວຽງຈັນ ເປັນຜູ້ຄຸ້ມຄອງ ສ້ອມແປງ ຕິດຕັ້ງ ແລະ ປົກປັກຮັກສາ ປະກອບມີ ເສັ້ນທາງທີ່ຕິດຕັ້ງໄຟເຍືອງທາງ 109 ເສັ້ນທາງ ເສົາໄຟເຍືອງທາງຖາວອນ 6.219 ຕົ້ນ ດອກໄຟເຍືອງທາງທັງໝົດ 10.506 ດອກ ຕູ້ຄວບຄຸມໄຟເຍືອງທາງ 338 ຕູ້ ໝໍ້ນັບໄຟ 382 ໜ່ວຍ ໝໍ້ແປງໄຟຟ້າ 44 ໜ່ວຍ ນອກນັ້ນ ຍັງມີລະບົບໄຟອຳນາດທັງໝົດ 39 ຈຸດ ເຊິ່ງການຈັດຕັ້ງປະຕິບັດ ເປັນຕົ້ນແມ່ນການຊຳລະຄ່າກະແສໄຟຟ້າສາທາລະນະ ງົບປະມານການຄຸ້ມຄອງ ສ້ອມແປງ ບຳລຸງຮັກສາລະບົບໄຟຟ້າເຍືອງທາງ ແລະ ລະບົບໄຟອຳນາດ ແມ່ນມອບໃຫ້ຫ້ອງການຄຸ້ມຄອງ ແລະ ບໍລິການຕົວເມືອງວຽງຈັນເປັນຜູ້ຮັບຜິດຊອບເລີ່ມແຕ່ເດືອນກໍລະກົດ 2020 ເປັນຕົ້ນໄປ ສ່ວນລັດວິສາຫະກິດໄຟຟ້າລາວ ຝ່າຍປະຕິບັດການໄຟຟ້າ ນວ ຈະຊ່ວຍໃຫ້ຄຳແນະນຳກ່ຽວກັບລະບົບເຕັກນິກຂອງລະບົບໄຟເຍືອງທາງ ແລະ ໄຟອຳນາດ ໃນ ນວ ໃຫ້ຫ້ອງການຄຸ້ມຄອງ ແລະ ບໍລິການຕົວເມືອງວຽງຈັນຮັບຮູ້ ແລະ ເຂົ້າໃຈເພື່ອຄຸ້ມຄອງຕໍ່ໄປ.
