ເບິ່ງສະພາບ້ານເພິ່ນ

ໃນ​ບົດ​ນີ້ ທ່ານ​ຜູ້​ອ່ານ​ຈະ​ໄດ້​ຮູ້​ກ່ຽວ​ກັບ​ເຫດ­ການ​ຕ່າງໆ ທີ່​ພົວ­ພັນ​ກັບ​ລັດ​ຖະ​ສະ­ພາ (ສະ­ພາ​ແຫ່ງ​ຊາດ) ຂອງ ສ ເກົາ­ຫຼີ ເນ​ປານ ແລະ ອູ​ແກຼນ ທີ່​ເກີດ​ຂຶ້ນ​ໃນ​ໄລ­ຍະ​ຫຼັງໆ​ມາ​ນີ້.

ທີ່ ສ ເກົາ­ຫຼີ: ແຫຼ່ງ​ຂ່າວ​ໜັງ­ສື​ພີມ​ກໍ​ເຣຍ​ເຮ​ຣານ (korea Herald) ໃຫ້​ຮູ້​ວ່າ: ໃນ​ຕົ້ນ​ເດືອນ​ມັງ­ກອນ​ປີ​ນີ້ ໄດ້​ມີ​ກໍ­ລະ­ນີ​ຮ້ອງ​ຟ້ອງ​ກ່ຽວ​ກັບ​ຄະ­ດີ​ສະ­ມາ­ຊິກ​ລັດ​ຖະ​ສະ­ພາ ສ ເກົາ­ຫຼີ ກໍ່​ອາ​ລະ​ວາດ​ໃນ​ກອງ​ປະ­ຊຸມ​ສະ­ພາ ຊຶ່ງ​ເກີດ​ຂຶ້ນ​ໃນ​ເດືອນ​ເມ­ສາ 2019 ຈຳ­ນວນ​ສະ­ມາ­ຊິກ​ສະ­ພາ​ທີ່​ຕິດ​ຄະ­ດີ​ອາ​ລະ​ວາດ​ນັ້ນ ລວມ​ມີ​ທັງ​ໝົດ 28 ຄົນ ຊຶ່ງ​ມາ​ຈາກ​ພັກ​ຝ່າຍ​ຄ້ານ ແລະ ພັກ ລັດ­ຖະ­ບານ ເຫດ­ການ​ໃຊ້​ກໍ່​ອາ​ລະ​ວາດ​ຜິດ​ຖຽງ ແລະ ສ້າງ​ຄວາມ​ວຸ້ນ­ວາຍ​ດັ່ງ­ກ່າວ ລະ­ເບີດ​ຂຶ້ນ​ເວ­ລາ​ມີ​ການ​ພິ­ຈາ­ລະ­ນາ​ຮັບ­ຮອງ​ເອົາ​ກົດ­ໝາຍ ກ່ຽວ​ກັບ​ການ​ປະ­ຕິ​ຮູບ​ຈຳ­ນວນ​ໜຶ່ງ ຂ່າວ​ບອກ​ວ່າ ຫ້ອງ­ການ​ໄອ​ຍະ​ການ​ເຂດ​ນຳ​ປູ​ຂອງ​ນະ­ຄອນ­ຫຼວງ​ເຊ​ອູນ ໄດ້​ຮຽກ​ເກາະ​ຕົວ​ບັນ­ຫາ​ສະ­ມາ­ຊິກ​ສະ­ພາ​ທີ່​ກໍ່​ເຫດ ຈຳ­ນວນ 23 ຄົນ ຈາກ​ພັກ​ເສລີ­ພາບ​ເກົາ­ຫຼີ (Liberty Korea Party) ຊຶ່ງ​ເປັນ​ພັກ​ຝ່າຍ​ຄ້ານ​ຕົ້ນ­ຕໍ ແລະ ອີກ 5 ຄົນ ຈາກ​ພັກ​ລັດ­ຖະ­ບານ​ເພື່ອ​ຂຶ້ນ​ສານ (ແຕ່​ບໍ່​ມີ​ການ​ກັກ​ຕົວ) ໃນ​ຂໍ້​ຫາ ຂັດ­ຂວາງ​ຂະ​ບວກ​ການ​ຍຸ­ຕິ​ທຳ ລະ­ເມີດ​ລະ­ບຽບ​ການ​ຂອງ​ລັດ​ຖະ​ສະ­ພາ ແລະ ກໍ່​ອາ​ລະ​ວາດ ລັດ​ຖະ​ສະ­ພາ​ຂອງ ສ ເກົາ­ຫຼີ ໄດ້​ມີ​ມາດ​ຕະ­ການ​ເຄັ່ງ​ຄັດ ເພື່ອ​ປ້ອງ​ກັນ​ບໍ່​ໃຫ້​ມີ​ການ​ອາ​ລະ​ວາດ ຫຼື ໃຊ້​ຄວາມ​ຮຸນ​ແຮງ​ລະ­ຫວ່າງ​ສະ­ມາ­ຊິກ​ລັດ​ຖະ​ສະ­ພາ​ຈາກ​ພັກ​ຝ່າຍ​ຕ່າງໆ ຊຶ່ງ​ມັກ​ຈະ​ເກີດ​ຂຶ້ນ​ເປັນ​ໄລ­ຍະ​ເວ­ລາ​ມີ​ກອງ​ປະ­ຊຸມ​ສະ­ພາ.

ທີ່​ເນ​ປານ: ຂ່າວ​ຈາກ​ນະ­ຄອນ­ຫຼວງ​ກັດ​ມັນ​ທຸ (Kathmandu) ນະ­ຄອນ­ຫຼວງ​ຂອງ​ເນ​ປານ ໃຫ້​ຮູ້​ວ່າ ໃນ​ຕົ້ນ​ເດືອນ​ມີ­ນາ​ປີ​ນີ້​ວ່າ ລັດ​ຖະ​ສະ­ພາ​ເນ​ປານ ໄດ້​ຕົກ­ລົງ​ຍົກ­ເລີກ​ລະ­ບຽບ​ການ​ທີ່​ກຳ­ນົດ​ໃຫ້​ບັນ­ດາ​ສະ­ມາ­ຊິກ​ສະ­ພາ​ແຫ່ງ​ຊາດ ມີ​ເວ­ລາ 72 ຊົ່ວ­ໂມງ ເພື່ອ​ພິ­ຈາ­ລະ­ນາ​ຮັບ­ຮອງ​ເອົາ​ກົດ­ໝາຍ ທີ່​ພົວ­ພັນ​ກັບ​ສິດ­ທິ​ພື້ນ­ຖານ​ຈຳ­ນວນ 16 ສະ­ບັບ ຍ້ອນ​ເຫັນ​ວ່າ​ເປັນ​ເວ­ລາ​ສັ້ນ​ໂພດ​ສຳ­ລັບ​ການ​ຄົ້ນ­ຄວ້າ ສັງ­ຄົມ​ເນ​ປານ ໄດ້​ວິ­ພາກ​ວິ­ຈານ​ວ່າ ແຜນ​ຮັບ­ຮອງ​ເອົາ​ກົດ­ໝາຍ​ເຫຼົ່າ​ນີ້​ນັ້ນ ໄດ້​ກຳ­ນົດ​ໄວ້​ແຕ່​ເດືອນ​ກັນ­ຍາ ປີ 2015 ແຕ່​ທາງ​ເບື້ອງ​ລັດ­ຖະ­ບານ​ຜັດ​ແກ່­ຍາວ​ເວ­ລາ​ໃນ​ການ​ສຶກ​ສາ​ຄົ້ນ­ຄວ້າ ເພື່ອ​ສົ່ງ​ຮ່າງ​ສຸດ​ທ້າຍ​ໃຫ້​ລັດ​ຖະ​ສະ­ພາ​ພິ­ຈາ­ລະ­ນາ​ຮັບ­ຮອງ​ເອົາ​ຂ່າວ​ບອກ​ວ່າ: ລັດ­ຖະ­ບານ​ເນ​ປານ ໄດ້​ສົ່ງ​ຮ່າງ​ກົດ­ໝາຍ​ເຫຼົ່າ​ນີ້​ໃຫ້​ສະ­ພາ​ພຽງ​ບໍ່​ພໍ​ເທົ່າ­ໃດ​ວັນ ກ່ອນ​ຈະ​ຮອດ​ກຳ­ນົດ​ເສັ້ນ​ຕາຍ​ໃນ​ການ​ພິ­ຈາ­ລະ­ນາ​ຮັບ­ຮອງ​ເອົາ ຍ້ອນ​ແນວ​ນີ້​ເອງ ບັນ­ດາ ສສຊ ແລະ ຊ່ຽວ­ຊານ​ດ້ານ​ກົດ­ໝາຍ​ຂອງ​ລັດ​ຖະ​ສະ­ພາ ຈຶ່ງ​ປະ­ຕິ­ເສດ​ຕໍ່​ການ​ພິ­ຈາ­ລະ­ນາ​ຮ່າງ​ກົດ­ໝາຍ​ທັງ 16 ສະ­ບັບ​ດັ່ງ­ກ່າວ ເພາະ​ຈະ​ເຮັດ​ການ​ຄົ້ນ­ຄວ້າ​ບໍ່​ລະ­ອຽດ​ຍ້ອນ​ບໍ່​ມີ​ເວ­ລາ​ພຽງ­ພໍ.

ທີ່​ອູ​ແກຼນ: (ພາ­ສາ​ອັງ­ກິດ​ອອກ­ສຽງ​ວ່າ ຢູ​ເຄຼນ)  ກໍ​ມີ​ຂ່າວ​ກ່ຽວ​ກັບ​ການ​ຕົກ­ລົງ​ບັນ­ຫາ​ສຳ­ຄັນ​ຂອງ​ຊາດ ໂດຍ​ລັດ​ຖະ​ສະ­ພາ ຊຶ່ງ​ມີ​ຂຶ້ນ​ໃນ​ທ້າຍ​ເດືອນ​ເມ­ສາ 2019 ນັ້ນ ກໍ​ຄື ການ​ຕົກ­ລົງ​ຮັບ­ຮອງ​ເອົາ​ກົດ­ໝາຍ​ກຳ­ນົດ​ໃຫ້​ພາ­ສາ​ອູ​ແກຼນ ເປັນ​ພາ­ສາ​ພາກ​ບັງ­ຄັບ ສຳ­ລັບ​ໃຊ້​ທາງ​ລັດ​ຖະ​ການ ພົນ­ລະ­ເມືອງ​ທັງ​ໝົດ​ພາຍ​ໃນ​ປະ­ເທດ​ຕ້ອງ​ຮູ້ ແລະ ນຳ​ໃຊ້​ພາ­ສາ​ອູ​ແກຼນ ລາຍ­ການ​ໂທລະ­ພາບ ແລະ ຮູບ­ເງົາ​ຕ້ອງ​ຮັບ­ປະ­ກັນ​ໃຫ້​ເປັນ​ພາ­ສາ​ອູ​ແກຼນ ໃນ​ລະ­ດັບ 90% ສ່ວນ​ປື້ມ ແລະ ໜັງ­ສື­ພິມ​ນັ້ນ ຕ້ອງ​ຮັບ­ປະ­ກັນ​ໃຫ້​ນຳ​ໃຊ້​ພາ­ສາ​ອູ​ແກຼນ​ຢ່າງ​ໜ້ອຍ 50%.

error: Content is protected !!