ກາເຟແບບໃໝ່ ບໍ່ຕ້ອງໃຊ້ແກ່ນໃນການຜະລິດ

ບໍ­ລິ­ສັດ​ເລີ່ມ​ຕົ້ນ​ໃໝ່​ໃນ​ອາ​ເມ​ຣິ​ກາ​ແຫ່ງ​ໜຶ່ງ​ຊື່ Atomo Coffee ໄດ້​ເງິນ​ທຶນ​ສະ­ໜັບ­ສະ­ໜູນ​ຈາກ​ບໍ­ລິ­ສັດ​ລົງ­ທຶນ​ແຫ່ງ​ໜຶ່ງ​ໃນ​ຮົງ​ກົງ ມູນ​ຄ່າ 2 ລ້ານ 6 ແສນ​ໂດ​ລາ ເປັນ​ຄ່າ​ໃຊ້​ຈ່າຍ​ໃນ​ການ​ດຳ­ເນີນ​ການ.

Atomo Coffee ຊຶ່ງ​ຕັ້ງ​ຢູ່​ທີ່​ນະ­ຄອນ​ຊີ​ແອດ​ເຕິນ​ຂອງ​ສະ­ຫະ­ລັດ​ອາ​ເມ​ຣິ​ກາ ເປັນ​ໂຄງ­ການ​ຂອງ​ໝູ່­ຄູ່​ສະ­ໜິດ​ສອງ​ຄົນ ຄົນ​ໜຶ່ງ​ຄື ທ່ານ ຈາ​ເຣັດ ສະ​ຕ໊ອບ​ໂຟສ໌ ເປັນ​ນັກ­ວິ­ທະ­ຍາ­ສາດ​ດ້ານ​ອາ­ຫານ​ມາ​ກ່ອນ ເຂົາ​ໄດ້​ແນວ​ຄິດ​ເລື່ອງ​ການ​ເຮັດ​ກາ­ເຟ​ໂດຍ​ບໍ່​ຕ້ອງ​ອາ­ໄສ​ແກ່ນ ຫຼື ເມັດ ຈາກ​ຄວາມ​ຮູ້­ສຶກ​ເບື່ອ​ໜ່າຍ ກ່ຽວ​ກັບ​ຣົດ​ຊາດ​ຂອງ​ກາ­ເຟ​ທີ່​ບໍ່​ຄົງ​ເສັ້ນ​ຄົງ​ທີ່.

ທ່ານ ຈາ​ເຣັດ ຊຶ່ງ​ຕອນ​ນີ້​ມີ​ຕຳ­ແໜ່ງ​ເປັນ​ຫົວ­ໜ້າ​ເຈົ້າ​ໜ້າ­ທີ່​ວິ­ທະ­ຍາ­ສາດ​ຂອງ​ບໍ­ລິ­ສັດ ໄດ້​ໃຊ້​ຂະ​ບວນ​ການ​ແບບ​ວິ­ສະ­ວະ­ກຳ​ຢ້ອນ​ກັບ ຫຼື reverse-engineering ເພື່ອ​ສຶກ​ສາ​ວິ­ເຄາະ ແລະ ໄຈ້​ແຍກ​ອົງ​ປະ­ກອບ​ທັງ​ໝົດ​ຂອງ​ກາ­ເຟ ທັງ​ລັກ­ສະ­ນະ ກິ່ນ ສີ ແລະ ຣົດ​ຊາດ ໃນ​ຫ້ອງ​ທົດ​ລອງ ຊຶ່ງ​ຕັ້ງ​ຢູ່​ໃນ​ບ່ອນ​ຈອດ​ລົດ​ຂອງ​ເຂົາ​ເອງ.

ຈາກ​ຂະ​ບວນ​ການ ແລະ ຂໍ້​ມູນ​ທີ່​ໄດ້​ເຮັດ​ໃຫ້​ບໍ­ລິ­ສັດ Atomo Coffee ສາ­ມາດ​ສ້າງ​ກາ­ເຟ ແລະ ນຳ​ອອກ​ຂາຍ­ໜ້າ​ຮ້ານ​ໄດ້ ໂດຍ​ບໍ່​ຕ້ອງ​ອາ­ໄສ​ເມັດ​ກາ­ເຟ ໃນ​ຂະ​ບວນ​ການ​ຜະ­ລິດ​ເລີຍ.

ທ່ານ ຈາ​ເຣັດ ສະ​ຕ໊ອບ​ໂຟສ໌ ຜູ້​ຮ່ວມ​ກໍ່​ຕັ້ງ​ບໍ­ລິ­ສັດ​ບອກ​ອີ​ກວ່າ ເຖິງ​ແມ່ນ​ຈະ​ເປັນ​ກາ­ເຟ​ຈາກ​ຂະ​ບວນ​ການ​ວິ­ສະ­ວະ­ກຳ​ຢ້ອນ​ກັບ ທີ່​ບໍ່​ຕ້ອງ​ໃຊ້​ເມັດ​ກາ­ເຟ​ກໍ​ຕາມ ແຕ່​ລູກ​ຄ້າ​ກໍ​ບໍ່​ສາ­ມາດ​ລະ­ບຸ​ຄວາມ​ແຕກ​ຕ່າງ​ໄດ້.

ຊ້ຳ­ບໍ່­ໜຳ ລູກ​ຄ້າ​ບາງ​ຄົນ​ຍັງ​ຊົມ­ເຊີຍ​ວ່າ ກາ­ເຟ​ໄຮ້​ເມັດ​ແບບ​ນີ້ ເມື່ອ​ລອງ​ຈິບ​ເບິ່ງ​ແລ້ວ​ມີ​ຄວາມ​ນິ່ມ​ນວນ​ກວ່າ ແຖມ​ຍັງ​ໃຫ້​ຣົດ​ຊາດ​ແບບ​ເຕັມໆ ຫຼື full-bodied ຫຼາຍ​ກວ່າ​ດ້ວຍ ຫົວ­ໜ້າ​ເຈົ້າ​ໜ້າ­ທີ່​ວິ­ທະ­ຍາ­ສາດ​ຂອງ​ບໍ­ລິ­ສັດ Atomo Coffee ບອກ​ດ້ວຍ​ວ່າ ຂໍ້​ໄດ້​ປຽບ​ສຳ­ຄັນ​ຂອງ​ກາ­ເຟ​ແບບ​ໄຮ້​ເມັດ ຄື​ການ​ຊ່ວຍ​ອະ­ນຸ​ຮັກ​ສະ­ພາບ​ແວດ​ລ້ອມ.

ເພາະ​ການ​ເຮັດ​ສວນ​ກາ­ເຟ ເຮັດ​ໃຫ້​ຕ້ອງ​ມີ​ການ​ຕັດ​ປ່າ​ເຂດ​ຮ້ອນ​ເພື່ອ​ກຽມ​ພື້ນ​ທີ່​ປູກ​ກາ­ເຟ ດັ່ງ­ນັ້ນ ກາ­ເຟ​ຍຸກ​ໃໝ່​ແບບ​ບໍ່​ຕ້ອງ​ໃຊ້​ເມັດ​ນີ້ ຈຶ່ງ​ມີ​ຄວາມ​ເປັນ​ມິດ​ກັບ​ສິ່ງ­ແວ­ດລ້ອມ​ຫຼາຍ​ກວ່າ ຂະ­ນະ​ທີ່​ຣົດ​ຊາດ​ນັ້ນ ກໍ​ບໍ່​ຜິດ​ແປກ​ໄປ​ຈາກ​ເດີມ.

error: Content is protected !!