ກອງປະຊຸມຄົບຄະນະບໍລິຫານງານສູນກາງສະຫະພັນແມ່ຍິງລາວ ຄັ້ງທີ 6 ສະໄໝທີ VII ຈັດຂຶ້ນແຕ່ວັນທີ 14-18 ກັນຍາ 2020 ຢູ່ສູນເຝິກອົບຮົມແມ່ຍິງລາວ ນະຄອນຫຼວງວຽງຈັນ ໂດຍເປັນປະທານຂອງທ່ານ ນາງ ອິນລາວັນ ແກ້ວບຸນພັນ ປະທານຄະນະບໍລິຫານງານສູນກາງສະຫະພັນແມ່ຍິງລາວ (ສສຍລ) ໃຫ້ກຽດເຂົ້າຮ່ວມຂອງທ່ານ ໄຊສົມພອນ ພົມວິຫານ ປະທານສູນກາງແນວລາວສ້າງຊາດ ພ້ອມຮອງປະທານຄະນະບໍລິຫານງານ ສສຍລ ປະທານຮອງປະທານສະຫະພັນແມ່ຍິງບັນດາກະຊວງ ອົງການ ແຂວງ ແລະ ນະຄອນຫຼວງວຽງຈັນ
ທ່ານ ນາງ ອິນລາວັນ ແກ້ວບຸນພັນ ກ່າວວ່າ: ກອງປະຊຸມຄັ້ງນີ້ ພວກເຮົາຈະໄດ້ພ້ອມກັນສະຫຼຸບຕີລາຄາຢ່າງຂຸ້ນຂ້ຽວ ການເຄື່ອນໄຫວວຽກງານຮອບດ້ານ ສະຫະພັນແມ່ຍິງໃນ 9 ເດືອນ ແລະ ການຄາດຄະເນ 3 ເດືອນທ້າຍປີ 2020 ຜ່ານຮ່າງບົດສະເໜີການຈັດຕັ້ງຜັນຂະຫຍາຍມະຕິກອງປະຊຸມຄົບຄະນະບໍລິຫານງານສະຫະພັນແມ່ຍິງລາວ ຄັ້ງທີ 5 ສະໄໝ VII ສິ່ງສຳຄັນ ພວກເຮົາຈະໄດ້ຮັບກຽດຟັງການໂອ້ລົມຈາກກົມການເມືອງສູນກາງພັກ ເພື່ອເປັນເຂັມຊີ້ທິດເຍືອງທາງໃຫ້ແກ່ການນຳພາຂະບວນແມ່ຍິງ ຄະນະບໍລິຫານງານສະໄໝທີ VII ຈະໄດ້ຜ່ານບົດສຳຫຼວດການນຳພາ ແລະ ດຳເນີນຊີວິດການເມືອງພາຍໃນຂອງຕົນ ພ້ອມກັນນັ້ນ ເພື່ອກະກຽມເງື່ອນໄຂດ້ານຕ່າງໆໃຫ້ແກ່ການດຳເນີນກອງປະຊຸມໃຫຍ່ຜູ້ແທນແມ່ຍິງລາວທົ່ວປະເທດ ຄັ້ງທີ VIII ບັນດາສະຫາຍຈະໄດ້ຄົ້ນຄວ້າ ປຶກສາຫາລື ກຳນົດວຽກງານຈຸດສຸມ 2020 ຜ່ານຮ່າງບົດລາຍງານການເມືອງ ແລະ ຮ່າງທິດທາງແຜນການ 5 ປີ (2021-2025) ຜ່ານຮ່າງບົດສະຫຼຸບແຜນພັດທະນາ 5 ປີຜ່ານມາ (2016-2020) ແລະ ແຜນພັດທະນາແມ່ຍິງແຫ່ງຊາດ 5 ປີຕໍ່ໜ້າ (2021-2025) ຜ່ານຕົວແບບຮ່າງບົດສະຫຼຸບການຈັດຕັ້ງປະຕິບັດຂໍ້ແຂ່ງຂັນ 3 ດີ ການຈັດຕັ້ງປະຕິບັດການສ້າງຄອບຄົວ ແລະ ບ້ານແມ່ຍິງ 3 ດີ ຕິດພັນກັບການສ້າງບ້ານພັດທະນາ ຕາມທິດ 3 ສ້າງ ແລະ ທິດທາງແຜນການຕໍ່ໜ້າ ການປັບປຸງຄຳຂວັນ-ຂໍ້ແຂ່ງຂັນ ກົດລະບຽບ ການກະກຽມຍ້ອງຍໍ ແລະ ມອບທຸງໄຊ ຜ່ານພາລະບົດບາດ-ໂຄງຮ່າງການຈັດຕັ້ງສະຫະພັນແມ່ຍິງ ພິເສດ ພວກເຮົາຈະໄດ້ພ້ອມກັນຄົ້ນຄວ້າວຽກບຸກຄະລາກອນ ແລະ ທາບທາມບຸກຄະລາກອນ ຮອບທີ 1 ຄັ້ງທີ 1 ແລະ ທີ 2 ພ້ອມທັງຜ່ານຮ່າງ ແລະ ຮັບຮອງມະຕິກອງປະຊຸມຄົບຄະນະບໍລິຫານງານສູນກາງສະຫະພັນແມ່ຍິງລາວ ຄັ້ງທີ 6 ສະໄໝທີ VII ແລະ ວຽກທີ່ສຳຄັນຮີບດ່ວນອີກຈຳນວນໜຶ່ງ.
ພ້ອມດຽວກັນນີ້ ທ່ານ ນາງ ອິນລາວັນ ແກ້ວບຸນພັນ ຍັງໄດ້ຮຽກຮ້ອງໃຫ້ຜູ້ແທນກອງປະຊຸມທົງໝົດ ຈົ່ງເຊີດຊູນ້ຳໃຈຄວາມຮັບຜິດຊອບ ແລະ ສິດປະຊາທິປະໄຕ ເພື່ອພ້ອມກັນຄົ້ນຄວ້າ ພິຈາລະນາ ປະກອບຄຳເຫັນໃສ່ຮ່າງເອກະສານ ແລະ ຮັບຮອງເອົາບັນດາໜ້າວຽກຍຸດທະສາດໃຫ້ມີຄວາມອຸດົມສົມບູນ ມີເນື້ອໃນໜັກແໜ້ນ ຕີລາຄາໃຫ້ເຫັນຜົນງານ ບົດຮຽນໃນການນຳພາທີ່ພົ້ນເດັ່ນ ຊອກໃຫ້ເຫັນບັນຫາຂໍ້ຄົງຄ້າງ ແລະ ທິດທາງ ວິທີການແກ້ໄຂໃນ 5 ປີຕໍ່ໜ້າ ເພື່ອສ້າງຄວາມເປັນເອກະພາບໃນການຈັດຕັ້ງຜັນຂະຫາຍເຂົ້າໃນວຽກງານຕົວຈິງຂອງແມ່ຍິງໃນທົ່ວປະເທດ.
ໃນກອງປະຊຸມ ທ່ານ ໄຊສົມພອນ ພົມວິຫານ ປະທານສູນກາງແນວລາວສ້າງຊາດ ກໍໄດ້ໃຫ້ກຽດໂອ້ລົມ ໂດຍທ່ານໄດ້ສະແດງຄວາມຍ້ອງຍໍຊົມເຊີຍ ຕໍ່ບັນດາສະຫາຍຄະນະບໍລິຫານງານສູນກາງສະຫະພັນແມ່ຍິງລາວ ທີ່ໄດ້ຍົກສູງຄວາມຮັບຜິດຊອບຂອງຕົນ ໃນການຜັນຂະຫຍາຍມະຕິດັ່ງກ່າວເປັນແຜນງານ ໂຄງການ ເພື່ອນຳພາສະຫະພັນແມ່ຍິງທຸກຂັ້ນເຄື່ອນໄຫວຕາມສິດໜ້າທີ່ ເຊິ່ງໄດ້ກຳນົດໃນກົດໝາຍໄດ້ມີຜົນສຳເລັດໃນຫຼາຍດ້ານ ແລະ ເພື່ອຮັບປະກັນໃຫ້ແກ່ການດຳເນີນກອງປະຊຸມຄັ້ງນີ້ ກໍຄືການກະກຽມກອງປະຊຸມໃຫຍ່ ທ່ານປະທານສູນກາງແນວລາວສ້າງຊາດ ກໍມີບາງຄຳເຫັນຄື: ໃຫ້ເອົາໃຈໃສ່ນຳພາ ແລະ ເຂົ້າຮ່ວມບັ້ນນຳເນີນຊີວິດການເມືອງຢ່າງເລິກເຊິ່ງເຖິງຖອງ ເພື່ອສຳຫຼວດການນຳພາຂອງຄະນະບໍລິຫານງານສູນກາງສະຫະພັນແມ່ຍິງລາວ ໃນ 5 ປີຜ່ານມາ ຕິດພັນກັບຂໍ້ຄົງຄ້າງທີ່ໄດ້ຍົກຂຶ້ນຢູ່ໃນບົດສຳຫຼວດນຳພາໃຫ້ລະອຽດ ຈະແຈ້ງ ຍົກໃຫ້ເຫັນດ້ານດີ ສາເຫດ ແລະ ບົດຮຽນທີ່ຖອດຖອນໄດ້ ເພື່ອພ້ອມກັນເສີມຂະຫຍາຍ ແລະ ນຳພາຂະບວນການແມ່ຍິງເຂົ້າຮ່ວມພາລະກິດ ເພື່ອປົກປ້ອງຮັກສາ ແລະ ສ້າງສາປະເທດຊາດໃນຕໍ່ໜ້າ ຍົກໃຫ້ເຫັນສາເຫດທີ່ພາໃຫ້ມີຈຸດອ່ອນ ຂໍ້ຄົງຄ້າງ ເພື່ອຊອກຫາວິທີແກ້ໄຂໃນຕໍ່ໜ້າຕາມຂົງເຂດຄວາມຮັບຜິດຊອບຂອງຕົນ ທີ່ໄດ້ຮັບການມອບໝາຍ ແລະ ອື່ນໆ.