ສະມາຄົມນັກທຸລະກິດແມ່ຍິງລາວ ຮ່ວມກັບອົງການຊ່ວຍເຫຼືອລາວສາກົນເພື່ອການພັດທະນາ ໄດ້ໄຂຊຸດເຝິກອົບຮົມກ່ຽວກັບວິທີປ້ອງກັນໄຟໄໝ້ ແລະ ນ້ຳຮ້ອນລວກ ໃຫ້ນາຍບ້ານ 67 ບ້ານ ພະແນກການ ໂຮງໝໍແຂວງ ສຸກສາລາ 11 ແຫ່ງ ແລະ ຫົວໜ້າກຸ່ມບ້ານ 13 ກຸ່ມທົ່ວນະຄອນໄກສອນ ແຂວງສະຫວັນນະເຂດ ໃນວັນທີ 12 ກັນຍາ 2020 ທີ່ສະໂມສອນປົກຄອງນະຄອນໄກສອນ ມີທ່ານເຈົ້າຄອງນະຄອນໄກສອນ ຜູ້ຕາງໜ້າສອງພາກສ່ວນ ແລະ ພະນັກງານທີ່ກ່ຽວຂ້ອງເຂົ້າຮ່ວມ.


ທ່ານ ຈຳປາທອງ ທະລົງແສງຈັນ ຄະນະບໍລິຫານງານສະມາຄົມນັກທຸລະກິດແມ່ຍິງ ປະທານບໍລິສັດ ລາວອິນເຕີເທຣດ ຈຳກັດ ວິທະຍາກອນໂຄງການດັ່ງກ່າວ ໄດ້ກ່າວວ່າ: ເປົ້າໝາຍໂຄງການເອົານະຄອນໄກສອນເປັນຕົວແບບຜ່ານມາ ໄດ້ເຝິກອົບຮົມໃຫ້ປະຊາຊົນ 1 ຄັ້ງໃນເດືອນຜ່ານມາ ແລະ ຄັ້ງນີ້ເປັນຄັ້ງທີ 2 ເຝິກໃຫ້ນາຍບ້ານເພື່ອນຳໄປຜັນຂະຫຍາຍຕໍ່ໃຫ້ສະມາຊິກລູກບ້ານຂອງຕົນ ທີ່ຈະໄດ້ຮັບຜົນດີກວ່າຄັ້ງທີ່ຜ່ານມາ ແລະ ຄັ້ງທີ 3 ທ້າຍເດືອນຕຸລາ 2020 ຈະຈັກຢູ່ເມືອງຜາໄຊ ແຂວງຊຽງຂວາງ ແລະ ເປົ້າໝາຍໂຄງການພາຍໃນ 5 ປີຕໍ່ໜ້າ ຈະເຝິກໃຫ້ໄດ້ 148 ເມືອງ 8.500 ກວ່າບ້ານທົ່ວປະເທດ ທັງນີ້ ເພື່ອເປັນການຊ່ວບເຫຼືອສັງຄົມ ໂດຍສະເພາະຜຸ້ທີ່ຖືກໄຟໄໝ້ນ້ຳຮ້ອນລວກທີ່ທຸກຍາກ ໄດ້ຮັບການປິ່ນປົວໂຄງການນີ້ໃນຜ່ານມາ ໄດ້ຮັບການສະໜັບສະໜູນທຶນຈາກສະມາຊິກສະມາຄົມນັກທຸລະກິດແມ່ຍິງລາວ ແຕ່ກໍບໍ່ພຽງພໍ ດັ່ງນັ້ນ ຈຶ່ງຮຽກຮ້ອງມາຍັງອົງການຈັດຕັ້ງສາກົນ ລັດຖະບານລາວ ແລະ ຜູ້ໃຈບຸນທັງຫຼາຍ ຊ່ວຍສົມທົບທຶນປະກອບສ່ວນໂຄງການໃຫ້ມີຜົນສຳເລັດອີກດ້ວຍ.
