ຫ້ອງການແຮງງານ ແລະ ສະຫວັດດີການສັງຄົມ (ຮສສ) ເມືອງຫາດຊາຍຟອງ ນະຄອນຫຼວງວຽງຈັນ (ນວ) ຈັດພິທີມອບ-ຮັບໃບຢັ້ງຢືນບ້ານແບບຢ່າງພັດທະນາດ້ານ ຮສສ ຂຶ້ນວັນທີ 11 ກັນຍາ 2020 ຢູ່ວັດບ້ານດັ່ງກ່າວ ໂດຍມີທ່ານ ສຸກສະຫວັນ ບຸດຕະວົງ ຮອງເຈົ້າເມືອງຫາດຊາຍຟອງ ທ່ານ ປານີ ທິລະສັກ ຮອງຫົວໜ້າພະແນກ ຮສສ ນວ ທ່ານ ທະນົງສີ ສຸທຳມະວົງ ຫົວໜ້າຫ້ອງການ ຮສສ ເມືອງຫາດຊາຍຟອງ ແລະ ພາກສ່ວນກ່ຽວຂ້ອງ ເຂົ້າຮ່ວມ.

ຜົນໄດ້ຮັບຈາກການລົງປະເມີນການສ້າງບ້ານພັດທະນາດ້ານ ຮສສ ມີ 6 ມາດຖານ ໃນນີ້
ມາດຖານທີ 1: ປະຊາຊົນພາຍໃນບ້ານ ອາຍຸ 14-60 ປີ ໄດ້ຮັບການສຶກສາອົບຮົມ ຮຽນຮູ້ລະບຽບກົດໝາຍດ້ານແຮງງານ-ສະຫວັດດີການ-ສັງຄົມ 1.107 ຄົນ ຍິງ 606 ຄົນ ຕີລາຄາການຈັດຕັ້ງປະຕິບັດ ໄດ້ 88%.
ມາດຖານທີ 2: ມີຜູ້ຮັບຜິດຊອບວຽກງານ ຮສສ ຂັ້ນບ້ານ ທີ່ໄດ້ຮັບການແຕ່ງຕັ້ງຈາກທ່ານເຈົ້າເມືອງຫາດຊາຍຟອງ 1 ທ່ານ ຕີລາຄາການປະຕິບັດໜ້າທີ່ໄດ້ 90%.
ມາດຖານທີ 3: ມີປຶ້ມຕິດຕາມຂໍ້ມູນສະຖິຕິດ້ານ ຮສສ ທີ່ເປັນລະບົບ ໄດ້ຮັບຈາກການເຂົ້າຮ່ວມການເຝິກ ອົບຮົມພາລະບົດບາດ ສິດ ແລະ ໜ້າທີ່ຂອງ ຮສສ ຂັ້ນບ້ານ ທີ່ພະແນກ ຮສສ ນວ ສົມທົບກັບຫ້ອງການ ຮສສ ເມືອງຫາດຊາຍຟອງຈັດຂຶ້ນ ສາມາດຕີລາຄາໄດ້ 91%.
ມາດຖານທີ 4: ກຳລັງແຮງງານພາຍໃນບ້ານ ອາຍຸ 14-60 ປີ ຈຳນວນ 1.249 ຄົນ ຍິງ 639 ຄົນ ມີວຽກເຮັດງານທຳຕາມຄວາມຮູ້ຄວາມສາມາດ ແລະ ຖືກຕ້ອງຕາມລະບຽບກົດໝາຍ 1.026 ຄົນ ຍິງ 507 ຄົນ ຕີລາຄາ ໄດ້ 82%.
ມາດຖານທີ 5: ມີການຄຸ້ມຄອງແຮງງານລາວ ແລະ ແຮງງານຕ່າງປະເທດ ທີ່ອອກແຮງງານຢູ່ພາຍໃນບ້ານ ປັດຈຸບັນມີຄົນຕ່າງປະເທດມາພັກເຊົາ ແລະ ປະກອບອາຊີບຄ້າ-ຂາຍພາຍໃນບ້ານ 8 ຄົນ ຍິງ 4 ຄົນ ໃນນີ້ສັນຊາດຈີນ 6 ຄົນ ສັນຊາດຫວຽດນາມ 2 ຄົນ ຕີລາຄາໄດ້ 90%.
ມາດຖານທີ 6: ປະຊາຊົນພາຍໃນບ້ານມີຊີວິດການເປັນຢູ່ທີ່ດີ ແລະ ມີກອງທຶນຊ່ວຍເຫຼືອເຊິ່ງກັນ ແລະ ກັນ ກອງທຶນບ້ານພັດທະນາ ເຮັດໃຫ້ຊີວິດການເປັນຢູ່ຂອງປະຊາຊົນດີຂຶ້ນເປັນກ້າວໆ ສະແດງອອກ ກອງທຶນຊ່ວຍເຫຼືອເຊິ່ງກັນ ແລະ ກັນ ມີ 397 ຄອບຄົວ ເທົ່າກັບ 100% ຂອງຄອບຄົວທັງໝົດພາຍໃນບ້ານ.