ຫ້ອງການຄຸ້ມຄອງ ແລະ ບໍລິການຕົວເມືອງວຽງຈັນ (ຄບຕ) ຈັນສົມທົບກັບອຳນາດການປົກຄອງບ້ານຮ່ອງໄກ່ແກ້ວ ເມືອງຈັນທະບູລີ ນະຄອນຫຼວງວຽງຈັນ ໄດ້ສ້າງຂະບວນການອອກແຮງງານລ່ວງຄອງລະບາຍນ້ຳຮ່ອງແຊງ ເຂດບ້ານຮ່ອງໄກ່ແກ້ວ ວັນທີ 12 ກັນຍາ 2020 ໂດຍການນຳພາຂອງທ່ານ ບຸນຈັນ ແກ້ວສີທຳມະ ຫົວໜ້າຫ້ອງການຄຸ້ມຄອງ ແລະ ບໍລິການຕົວເມືອງວຽງຈັນ ມີອຳນາດການປົກຄອງບ້ານ ແລະ ພໍ່ແມ່ປະຊາຊົນເຂົ້າຮ່ວມເປັນຈຳນວນຫຼວງຫຼາຍ.

ທ່ານ ບຸນຈັນ ແກ້ວສີທຳມະ ໃຫ້ສຳພາດວ່າ: ຮ່ອງແຊງເປັນຮ່ອງສາຍແມ່ ຂອງການລະບາຍນ້ຳໃນຕົວເມືອງ ເຊິ່ງຮ່ອງລະບາຍນ້ຳແຕ່ລະສາຍແມ່ນໄຫຼສູ່ຮ່ອງດັ່ງກ່າວ ດັ່ງນັ້ນ ເພື່ອສຸມໃສ່ແກ້ໄຂການລະບາຍນ້ຳຮ່ອງແຊງ ໄຫຼໄປສູ່ບຶງທາດຫຼວງໄດ້ຢ່າງສະດວກ ບໍ່ມີສິ່ງກີດຂວາງອຸດຕັນ ທາງຫ້ອງການຄຸ້ມຄອງ ແລະ ບໍລິການຕົວເມືອງວຽງຈັນຈຶ່ງໄດ້ນຳພາປະຊາຊົນບ້ານຮ່ອງໄກ່ແກ້ວອອກແຮງງານ ໃນນີ້ ໄດ້ເອົາລົດຈົກມາຈົກເອົາຜັກຕົບອອກ ສ່ວນປະຊາຊົນແມ່ນອະນາໄມປັດກວາດລຽບຕາມເສັ້ນທາງສອງຝາກທາງ ເຊິ່ງຜ່ານການຈັດຕັ້ງປະຕິບັດຕົວຈິງ ເຫັນວ່າ ມີຂີ້ເຫຍື້ອ ສິ່ງເສດເຫຼືອ ເປັນຕົ້ນ ຕູ້ເຢັນ ໂທລະພາບ ຕຸກນ້ຳ ແລະ ອື່ນໆ ນອກນັ້ນຍັງມີຜັກຕົບເປັນຈຳນວນຫຼາຍອຸດຕັນທາງນ້ຳໄຫຼ ເຮັດໃຫ້ການໄຫຼຂອງນ້ຳບໍ່ສະດວກ ຈຶ່ງເປັນສາເຫດໜຶ່ງທີ່ສົ່ງຜົນກະທົບໃຫ້ເກີດມີນ້ຳຖ້ວມອັ່ງ ຂັງຕາມຖະໜົນຫົນທາງໃນເວລາທີ່ຝົນຕົກໜັກ ເກີດມີປັນຫາການລະບາຍນ້ຳບໍ່ທັນ ແລະ ຍຶ່ງຂຶ້ນຖ້ວມຂັງເສັ້ນທາງ.

