ວັນທີ 11 ກັນຍາ 2020 ທີ່ຮ້ານອາຫານຂອບໃຈເດີ ນະຄອນຫຼວງວຽງຈັນ ໄດ້ຈັດພິທີເປີດໂຕໂຄສະນາ ແລະ ການຕະຫຼາດສຳລັບວຽກງານສົ່ງເສີມການທ່ອງທ່ຽວພາຍໃນ ພາຍໃຕ້ໂຄງການ ລາວທ່ຽວລາວ (ແຄມເປນລາວທ່ຽວລາວ) ມີທ່ານສະຫວັນຄອນ ຣາຊມຸນຕຣີ ຮອງລັດຖະມົນຕີກະຊວງຖະແຫຼງຂ່າວ ວັດທະນະທຳແລະທ່ອງທ່ຽວ ທ່ານ ອຸເດດສຸວັນນະວົງ ປະທານສະພາການຄ້າ ແລະ ອຸດສາຫະກຳແຫ່ງຊາດລາວ ບັນດາຫົວໜ້າກົມ ແລະ ນັກທ່ອງທຸລະກິດເຂົ້າຮ່ວມ.

ໂຄງການດັ່ງກ່າວ ເປັນການຮ່ວມມືກັນລະຫວ່າງກະຂວງຖະແຫງຂ່າວ ວັດທະນະທຳ ແລະ ທ່ອງທ່ຽວ ສະພາການຄ້າ ແລະ ອຸດສາຫະກຳແຫ່ງຊາດລາວ ກະຊວງສຶກສາທິການ ແລະ ກີລາ ໂດຍການສະໜັບສະໜູນທຶນຈາກໂຄງການທັກສະ ສຳລັບວຽກງານທ່ອງທ່ຽວ-ລາວ/209 ເຊິ່ງເປັນໂຄງການສະໜັບສະໜູນທາງດ້ານການເງິນ ຈາກລັດຖະບານລາວ ລັດຖະບານລຸກຊຳບວກ ແລະ ລັດຖະບານສະວິດ.
ການສົ່ງເສີມ ”ລາວທ່ຽວລາວ” ຈະໄດ້ນຳເອົາຂໍ້ມຸນການທ່ອງທ່ຽວ ສະຖານທີ່ທ່ອງທ່ຽວຢູ່ບັນດາແຂວງທົ່ວປະເທດມາລົງ ເພື່ອໃຫ້ຜູ້ທີ່ສົນໃຈໄປທ່ຽວຈຸດໃດ ສະຖານທີ່ໃດ ແຂວງໃດ ສາມາດເຂົ້າໄປເບິ່ງໄດ້ຢູ່ເຟສບຸກລາວທ່ຽວລາວ.