ສູນການຄ້າວຽງຈັນເຊັນເຕີ ຮ່ວມກັບສະມາຄົມປິ່ງປ່ອງແຫ່ງຊາດລາວ ແລະ ບໍລິສັດວຽງຈັນຟິດເນັດ ຈຳກັດ ຈັດກິດຈະກຳ ແລ່ນເພື່ອສຸຂະພາບໄປກັບສູນການຄ້າວຽງຈັນເຊັນເຕີ “VIENTIANE CENTER SPORT RUN CHALLENGE” ເຊິ່ງເປັນກິດຈະກຳເພື່ອສຸຂະພາບ ພາຍໃຕ້ຫົວຂໍ້ “ ແລ່ນເພື່ອສຸຂະພາບໄປກັບສູນການຄ້າວຽງຈັນເຊັນເຕີ ” ຈັດຂຶ້ນລະຫວ່າງວັນທີ 10-16 ກັນຍາ 2020 ເລີ່ມແຕ່ເວລາ 10:00-20:00 ໂມງ ທີ່ສູນການຄ້າວຽງຈັນເຊັນເຕີ ຊັ້ນ 1 ນະຄອນຫຼວງວຽງຈັນ.

ຈຸດປະສົງໃນການຈັດງານ VIENTIANE CENTER SPORT RUN CHALLENGE ຄັ້ງທີ 2 ເພື່ອສືບຕໍ່ສົ່ງເສີມໄວໜຸ່ມລາວໃຫ້ຫັນມາຫຼີ້ນກິລາເພື່ອສຸຂະພາບທີ່ແຂງແຮງ ພ້ອມນັ້ນ ຍັງເປັນການແລ່ນສະສົມໄລຍະທາງເພື່ອຮັບຂັນລາງວັນ 20 ອັນດັບ ແລະ ຂອງລາງວັນຈາກຜູ້ສະໜັບສະໜູນພາຍໃນງານຫຼາຍລາຍການ ເຊິ່ງພາຍໃນງານ ມີການເປີດພື້ນທີ່ໃຫ້ລູກຄ້າທັງພາຍໃນ-ພາຍນອກ ໄດ້ມີການຮ່ວມກິດຈະກຳອອກກຳລັງກາຍ ດ້ວຍການແລ່ນເທິງເຄື່ອງແລ່ນ ຕີດອກປີກໄກ່ ແລະ ຕີປີ່ງປ່ອງ ພ້ອມເລືອກຊື້ສິນຄ້າເຄື່ອງຫຼີ້ນກິລາໃນລາຄາພິເສດຢູ່ພາຍໃນງານ.

ເຂົ້າຮ່ວມງານຄັ້ງນີ້ ມີທ່ານນາງ ສະຫວັນທອງ ອຸນມີໄຊ ຮອງຜູ້ອຳນວຍການບໍລິສັດ ສູນພັດທະນາເສດຖະກິດການຄ້າຄົບວົງຈອນໜອງຈັນຕອນເໜືອ ຈຳກັດ ທ່ານ ເຊິ່ງເຖິງ ຫົວໜ້າຄະນະຜູ້ບໍລິຫານສູນການຄ້າວຽງຈັນເຊັນເຕີ ແລະ ຕຶກສຳນັກງານ ທ່ານ ສະຖາພອນ ພິຈິດ ປະທານບໍລິສັດວຽງຈັນຟິດເນັດຈຳກັດ ທ່ານນາງ ສົມໃຈ ວົງສາ ເລຂາທິການສະມາຄົມປິ່ງປ່ອງແຫ່ງຊາດລາວ ທ່ານຮອງຜູ້ອຳນວຍການສູນການຄ້າວຽງຈັນເຊັນເຕີ ແລະ ພາກສ່ວນກ່ຽວຂ້ອງ.


