ເຈົ້າຄອງນະຄອນຫຼວງວຽງຈັນສໍາຫຼວດເບິ່ງຮ່ອງນໍ້າໄຫຼຕາມແລວບຶງທາດຫຼວງ

    ຍ້ອນຄວາມເປັນຫ່ວງເປັນໄຍຕໍ່ການດຳລົງຊິວິດ ແລະ ການສັນຈອນໄປມາຂອງປະຊາຊົນ ເນື່ອງຈາກເກີດມີສະພາບນໍ້າຖ້ວມອັ່ງຂັງຕາມເສັ້ນທາງສາຍຕ່າງໆ ແລະ ເຮືອນຊານບ້ານຊ່ອງຂອງປະຊາຊົນຈຳນວນໜຶ່ງ ຈາກສະພາບຝົນຕົກແຮງຕິດຕໍ່ກັນໃນຫຼາຍມື້ ເຮັດໃຫ້ນໍ້າໄຫຼບໍ່ທັນ ລະດັບນໍ້າຂອງ ແລະ ນໍ້າຫ້ວຍກໍມີປະລິມານເພີ່ມສູງຂຶ້ນ ວັນທີ 11 ກັນຍາ 2020 ທ່ານ ສິນລະວົງ ຄຸດໄພທູນ ເຈົ້າຄອງນະຄອນຫຼວງວຽງຈັນ ພ້ອມດ້ວຍບັນດາພະແນກການ ແລະ ຂະແໜງການກ່ຽວຂ້ອງ ໄດ້ຂີ່ເຮືອສຳຫຼວດ ເພື່ອກວດກາເບິ່ງຮ່ອງນໍ້າໄຫຼຕາມແລວບຶງທາດຫຼວງ ເຊິ່ງການສໍາຫຼວດຄັ້ງນີ້ ໄດ້ເລີ່ມຈາກຈຸດບຶງທາດຫຼວງອາຊຽນມໍ ໄປຫາຂົວຈອມສີ ທີ່ມີໄລຍະ 70 ກວ່າກິໂລແມັດ ແຕ່ຜ່ານການຂີ່ເຮືອສໍາຫຼວດຕົວຈິງ ເຫັນສິ່ງກີດຂວາງຫຼາຍຢ່າງທີ່ອຸດຕັນການໄຫຼຂອງນໍ້າ ເປັນຕົ້ນ ຕະກອນ ເສດຂີ້ເຫຍື້ອ ແລະ ຜັກຕົບ ເຮັດໃຫ້ບໍ່ສາມາດເດີນເຮືອໄປຕໍ່ໄດ້ ຈຶ່ງເຮັດໃຫ້ການສໍາຫຼວດຄັ້ງນີ້ສິ້ນສຸດຢູ່ຈຸດຂົວຕະຫຼາດທາດຫຼວງເກົ່າ.

error: Content is protected !!