ທໍາລາຍສິນຄ້ານອກລະບົບ ປະເພດຈານດາວທຽມ

    ພິທີທໍາລາຍສິນຄ້ານອກລະບົບ ປະເພດຈານດາວທຽມ ແລະ ອຸປະກອນເຄື່ອງຮັບສັນຍານໂທລະພາບ ລວມມູນຄ່າ 194.750.000 ກີບ ທີ່ນໍາເຂົ້າ-ຈໍາໜ່າຍໂດຍບໍໄດ້ຮັບອະນຸຍາດຈາກຂະແໜງການກ່ຽວຂ້ອງ ແລະ ບໍ່ໄດ້ມາດຕະຖານ ຈັດຂຶ້ນໃນວັນທີ 11 ກັນຍາ 2020 ທີ່ສູນບໍາບັດຂີ້ເຫຍື້ອ ຫຼັກ 32 ບ້ານຜາສຸກ ເມືອງໄຊທານີ ນະຄອນຫຼວງວຽງຈັນ ມີທ່ານ ນັນຕາ ສານຸວົງ ຮອງຫົວໜ້າພະແນກອຸດສາຫະກໍາ ແລະ ການຄ້າ ນະຄອນຫຼວງວຽງຈັນ ມີບັນດາທ່ານເຈົ້າໜ້າທີ່ຈາກຂະແໜງການກ່ຽວຂ້ອງເຂົ້າຮ່ວມ.

    ທ່ານ ສຸກສະຫວາດ ແກ້ວຫາວົງ ຮອງຫົວໜ້າຂະແໜງການຄ້າພາຍໃນ ກ່າວວ່າ: ພະແນກອຸດສາຫະກໍາ ແລະ ການຄ້ານະຄອນຫຼວງວຽງຈັນ ໄດ້ສົມທົບກັບຕໍາຫຼວດປ້ອງກັນເສດຖະກິດນະຄອນຫຼວງ ພະແນກວິທະຍາສາດ ແລະ ເຕັກໂນໂລຊີນະຄອນຫຼວງວຽງຈັນ ບໍລິສັດ ດາວທຽມລາວ ເອເຊຍ-ປາຊີຟິກ ຈໍາກັດ ລົງກວດກາສິນຄ້າປະເພດຈານດາວທຽມ ແລະ ເຄື່ອງຮັບສັນຍານໂທລະພາບທີ່ນໍາເຂົ້າ ແລະ ຈໍາໜ່າຍບໍ່ຖືກຕ້ອງຕາມລະບຽບໃນຂອບເຂດພາຍໃນນະຄອນຫຼວງວຽງຈັນ ເຊິ່ງການກວດກາຄັ້ງນີ້ ໄດ້ກວດກາບັນດາຮ້ານເປົ້າໝາຍທັງໝົດ 105 ຮ້ານ ແລະ ສາມາດກວດພົບເຫັນຮ້ານທີ່ລະເມີດຕໍ່ແຈ້ງການສະບັບເລກທີ 1989/ຫສນຍ ກຄສ ລົງວັນທີ 14 ທັນວາ 2017 ເຊິ່ງເປັນການນໍາເຂົ້າ ແລະ ຈໍາໜ່າຍ ໂດຍບໍ່ໄດ້ຮັບອະນຸຍາດຈາກ ຂະແຫນງການກ່ຽວຂ້ອງ ສິນຄ້າບໍ່ໄດ້ເສຍພາສີ ເປັນສິນຄ້າລອກຮຽນແບບ ແລະ ບໍ່ໄດ້ມາດຕະຖານ 70 ຮ້ານ ໃນນັ້ນ ຮ້ານຄົນລາວ 11 ຮ້ານ ຄົນຈີນ 57 ຮ້ານ ຄົນຫວຽດນາມ 2 ຮ້ານ.

    ຈາກການກວດພົບສິນຄ້າດັ່ງກ່າວ ຄະນະກໍາມະການຈຶ່ງໄດ້ທໍາການອາຍັດຂອງກາງມາຮັກສາໄວ້ທີ່ພະແນກອຸດສາຫະກໍາ ແລະ ການຄ້າ ນະຄອນຫຼວງວຽງຈັນ ເພື່ອແກ້ໄຂຕາມລະບຽບກົດໝາຍ ໂດຍສິນຄ້າດັ່ງກ່າວມີມູນຄ່າທັງໝົດ 194.750.000 ກີບ.

error: Content is protected !!