ພິທີເປີດຊຸດເຝິກອົບຮົມຕີກອງດຸລິຍາງ ໃຫ້ແກ່ຜູ້ຮັບຜິດຊອບວຽກງານເຍົາວະຊົນທັນວາໃນທົ່ວນະຄອນ ຫຼວງວຽງຈັນ ຈັດຂຶ້ນໃນວັນທີ 8-18 ກັນຍາ 2020 ທີ່ໂຮງຮຽນ ມສ ວຽງຈັນ ໂດຍມີທ່ານນາງ ສຸມາລີ ທຳມະວົງ ເລຂາຄະນະບໍລິຫານງານຊາວໜຸ່ມ ປປລ ນະຄອນຫຼວງວຽງຈັນ ທ່ານ ທອງພັນ ອຸໄລທອນ ຮອງຜູ້ອຳນວຍການໂຮງຮຽນ ມສ ວຽງຈັນ ພ້ອມດ້ວຍບັນດານັກສຳມະນາກອນ ເລຂາຊາວໜຸ່ມຈາກ 9 ເມືອງ ແລະ 2 ໂຮງຮຽນເອກະລາດ ເຂົ້າຮ່ວມ.


ທ່ານນາງ ສຸມາລີ ທຳມະວົງ ກ່າວວ່າ: ເພື່ອເປັນການສ້າງຂະບວນການຄຳນັບຮັບຕ້ອນກອງປະຊຸມໃຫຍ່ ຄັ້ງທີ VII ຂອງອົງຄະນະພັກນະຄອນຫຼວງວຽງຈັນ ແລະ ກອງປະຊຸມໃຫຍ່ຄັ້ງທີ VIII ຜູ້ແທນຊາວໜຸ່ມທົ່ວປະເທດທີ່ຈະໄຂຂຶ້ນໃນມໍ່ໆນີ້ ຄະນະຊາວໜຸ່ມ ປປລ ນະຄອນຫຼວງວຽງຈັນ ແມ່ນໄດ້ມີການສົມທົບກັບໂຮງຮຽນ ມສ ວຽງຈັນ ເພື່ອຈັດໃຫ້ມີຊຸດເຝິກອົບຮົມຕິກອງດຸລິຍາງຂຶ້ນ ທັງນີ້ກໍເພື່ອເປັນກະຕຸກຊຸກຍູ້ໃຫ້ພະພັກງານ ຜູ້ທີ່ຮັບຜິດຊອບວຽກງານເຍົາວະຊົນທັນວາ ໃນທົ່ວນະຄອນຫຼວງວຽງຈັນ ສະມາຊິກເຍົາວະຊົນທັນວາ ໂຮງຮຽນ ມສ ວຽງຈັນ ໃຫ້ໄດ້ມີການພົບປະແລກປ່ຽນບົດຮຽນເຊິ່ງກັນ ແລະ ກັນ ໃນການເຄື່ອນໄຫວກິດຈະກຳຕ່າງໆ ນອກນັ້ນ ກໍຍັງເປັນການສົ່ງເສີມບົດບາດການຈັດຕັ້ງກອງດຸລິຍາງ ໃຫ້ມິຄວາມເຂັ້ມແຂງໜັກແໜ້ນທາງດ້ານແນວຄິດ ການຈັດຕັ້ງ ແລະ ແບບແຜນວິທີນຳພາ ໃຫ້ມີການພັດທະນາໄປສູ່ທັນສະໄໝ ແລະ ມີຄຸນນະພາບໄປເທື່ອລະກ້າວ.
