ເລືອກໄດ້ແລ້ວ ຄະນະບໍລິຫານງານຊຸດໃໝ່ສະຫະພັນກຳມະບານ ນວ

ກອງ​ປະ­ຊຸມ​ໃຫຍ່​ຄັ້ງ​ທີ VIII ຜູ້​ແທນ​ສະ­ຫະ­ພັນ​ກຳ­ມະ­ບານ​ທົ່ວ​ນະ­ຄອນ­ຫຼວງ​ວຽງ​ຈັນ (ນວ) ວັນ​ທີ 7 ກັນ­ຍາ 2020 ທີ່​ຫ້ອງ​ວ່າ­ການ​ປົກ­ຄອງ ນວ ຜູ້​ແທນ​ສົມ­ບູນ​ທີ່​ເຂົ້າ​ຮ່ວມ​ກອງ​ປະ­ຊຸມ​ໄດ້​ໃຊ້​ສິດ​ປະ­ຊາ­ທິ­ປະ­ໄຕ ປ່ອນ​ບັດ​ເລືອກ​ເອົາ​ຄະ­ນະ​ບໍ­ລິ­ຫານ​ງານ​ສະ­ຫະ­ພັນ​ກຳ­ມະ­ບານ ນວ ຊຸດ​ໃໝ່ ບົນ​ພື້ນ­ຖານ​ຄວາມ​ຖືກ­ຕ້ອງ​ສອດ­ຄ່ອງ​ກັບ​ເງື່ອນ­ໄຂ​ທີ່​ໄດ້​ກຳ­ນົດ​ໄວ້​ຈຳ­ນວນ 37 ສະ­ຫາຍ ຍິງ 11 ໃນ​ນີ້​ເລືອກ​ເອົາ​ສະ­ຫາຍ ດາວ​ເພັດ ອາ​ລຸນ ເປັນ​ປະ­ທານ ສະ­ຫາຍ ອຸ­ດົມ ສີ​ລາ​ເພັດ ເປັນ​ຮອງ​ປະ­ທານ ທັງ​ເປັນ​ປະ­ທານ​ກວດ­ກາ ສະ­ຫາຍ ສົມ­ບູນ ລິດ​ສະ­ໄໝ ແລະ ສະ­ຫາຍ ນາງ ພູ​ວັນ ເພັດ​ຊຸມ­ພູ ເປັນ​ຮອງ​ປະ­ທານ​ສະ­ຫະ­ພັນ​ກຳ­ມະ­ບານ ສະ­ຫາຍ​ວິ­ໄລ​ກອນ ຈັນ­ທະ​ລາ­ຕີ ແລະ ສະ­ຫາຍ ບຸນ​ລ້ຳ ວົງ​ສຸ­ທິ ເປັນ​ຮອງ​ປະ­ທານ​ກວດ­ກາ ນອກ​ນີ້ ໄດ້​ເລືອກ​ເອົາ​ຜູ້​ແທນ​ສົມ­ບູນ 27 ສະ­ຫາຍ ແລະ ຜູ້​ແທນ​ສຳ­ຮອງ 2 ສະ­ຫາຍ ເພື່ອ​ເຂົ້າ​ຮ່ວມ​ກອງ​ປະ­ຊຸມ​ໃຫຍ່​ຄັ້ງ​ທີ VIII ຜູ້​ແທນ​ກຳ­ມະ­ບານ​ລາວ​ທົ່ວ​ປະ­ເທດ​ຕື່ມ​ອີກ.

error: Content is protected !!