ກອງປະຊຸມໃຫຍ່ຄັ້ງທີ VIII ຜູ້ແທນສະຫະພັນກໍາມະບານ ນວ ໄດ້ໄຂຂຶ້ນຢ່າງເປັນທາງການ

    ກອງປະຊຸມໃຫຍ່ຄັ້ງທີ VIII ຜູ້ແທນສະຫະພັນກໍາມະບານທົ່ວນະຄອນຫຼວງວຽງຈັນ (ນວ) ຈັດຂຶ້ນວັນທີ 7 ກັນຍາ 2020 ທີ່ຫ້ອງວ່າການປົກຄອງ ນວ ເປັນປະທານຂອງສະຫາຍ ດາວເພັດ ອາລຸນ ປະທານສະຫະພັນກໍາມະບານ ນວ ມີ ສະຫາຍ ບຸນທອງ ພົມມະຈັນ ຄະນະປະຈໍາພັກ ຫົວໜ້າຄະນະຈັດຕັ້ງ ນວ ທ່ານ ວັນນາ ດວງພະຈັນ ຄະນະພັກ ຮອງປະທານຄະນະບໍລິຫານງານສູນກາງສະຫະພັນກໍາມະບານ ເຈົ້າເມືອງ ຮອງເຈົ້າເມືອງ ຫົວໜ້າຮອງຫົວໜ້າພະແນກການ ອົງການທຽບເທົ່າອ້ອມຂ້າງ ຕະຫຼອດຮອດກໍາມະບານຮາກຖານ ຄະນະອໍານວຍການໂຮງຈັກ ໂຮງງານ ແລະ ຜູ້ແທນສົມບູນ 111 ສະຫາຍ.

    ກອງປະຊຸມຄັ້ງນີ້ ສຸມໃສ່ຕີລາຄາການຈັດຕັ້ງປະຕິບັດມະຕິກອງປະຊຸມໃຫຍ່ຄັ້ງທີ VII ຜ່ານມາ ພ້ອມທັງສະຫຼຸບຖອດຖອນບົດຮຽນຈາກພຶດຕິກໍາຕົວຈິງ ເພື່ອກໍານົດຄາດໝາຍສູ້ຊົນ ທິດທາງໃນຕໍ່ໜ້າ ພ້ອມນັ້ນ ຜູ້ແທນສົມບູນໃນກອງປະຊຸມໄດ້ໃຊ້ສິດປະຊາທິປະໄຕ ປ່ອນບັດເລືອກເອົາຄະນະບໍລິຫານງານສະຫະພັນກໍາມະບານ ນວ ຊຸດທີ VIII ເພື່ອສືບຕໍ່ຊີ້ນໍາພາການຈັດຕັ້ງວຽກງານກໍາມະບານໃນແຕ່ລະຂັ້ນ ແລະ ໄດ້ຄັດເລືອກເອົາຜູ້ແທນສົມບູນໄປຮ່ວມກອງປະຊຸມໃຫຍ່ຄັ້ງທີ VIII ຂອງສະຫະພັນກໍາມະບານລາວທີ່ຈະໄດ້ໄຂຂຶ້ນໃນຕໍ່ໜ້າ ພິເສດ ກອງປະຊຸມຄັ້ງນີ້ຍັງໄດ້ຮັບຟັງການໂອ້ລົມຈາກສະຫາຍ ວັນນາ ດວງພະຈັນ ເພື່ອຊີ້ທິດເຍືອງທາງໃຫ້ຄະນະບໍລິຫານງານສະຫະພັນກໍາມະບານ ນວ ຊຸດໃໝ່ ສະມາຊິກກໍາມະບານ ກໍາມະກອນຊາວຜູ້ອອກແຮງງານ ນັກຮຽນຮູ້ ປັນຍາຊົນ ບືນຕົວກ້າວຂຶ້ນສືບຕໍ່ປົກປັກຮັກສາ ພັດທະນາ ນວ ໃຫ້ຈະເລີນກ້າວໜ້າຢ່າງບໍ່ຢຸດຢັ້ງ.

# ຂ່າວ & ພາບ: ຂັນທະວີ

error: Content is protected !!