ຄອບຄົວເບຍລາວ ໂດຍສະມາຄົມຮ້ານອາຫານນະຄອນຫຼວງວຽງຈັນ (ນວ) ເຫັນໄດ້ຄວາມເຖິງຄວາມສຳຄັນໃນການສົ່ງເສີມການທ່ອງທ່ຽວ ລາວທ່ຽວລາວ ຫຼັງຈາກສະຖານະການພະຍາດໂຄວິດ-19 ຢູ່ໃນ ສປປ ລາວ ດີຂຶ້ນ ພ້ອມທັງເປັນການປະຕິບັດຕາມການແຈ້ງການຂອງທ່ານລັດຖະມົນຕີກະຊວງຖະແຫຼວງຂ່າວ ວັດທະນະທຳ ແລະ ທ່ອງທ່ຽວ ໃນໂຄງການລາວທ່ຽວລາວ ເຊິ່ງໃນຕົ້ນເດືອນສິງຫາທີ່ຜ່ານມາ ຄອບຄົວເບຍລາວ ໂດຍສະມາຄົມຮ້ານອາຫານ ນວ ໄດ້ຈັດກິດຈະກຳ ຄາຣາວານທ່ອງທ່ຽວ ລາວທ່ຽວລາວ ຈາກ ນວ ໄປສູ່ເມືອງທ່າແຂກ ເມືອງນາກາຍ ແລະ ເມືອງຍົມມະລາດ ແຂວງຄຳມ່ວນ ໂດຍມີບັນດາສະມາຊິກໃນກຸ່ມຮ້ານອາຫານເຂົ້າຮ່ວມ 38 ຮ້ານ ຈຳນວນ 100 ກວ່າຄົນ.

ການເດີນທາງຄະນະຄັ້ງນີ້ ໄດ້ໄປສະຖານທີ່ທ່ອງທ່ຽວທີ່ສຳຄັນຂອງແຂວງ ໂດຍສະເພາະ ພູຫີນໜາມຫນໍ່ ພູຜາມ່ານ ສະຖານທີ່ທີ່ສຳຄັນທາງພຸດທະສາດສະຫນາ ແລະ ຈຸດຊົມວີວທີ່ສຳຄັນຂອງເມືອງນາກາຍ ເມືອງຍົມມະລາດ ແຂວງຄຳມ່ວນ ອັນເປັນສະຖານທີ່ທ່ອງທ່ຽວທີ່ໄດ້ຮັບຄວາມນິຍົມຈາກນັກທ່ອງທ່ຽວ ເຊິ່ງກິດຈະກຳໃນຄັ້ງນີ້ ໄດ້ສ້າງຄວາມປະທັບໃຈໃຫ້ກັບຜູ້ເຂົ້າຮ່ວມເປັນຢ່າງຍິ່ງ ແລະ ໄດ້ສຳຜັດກັບທຳມະຊາດອັນສວຍງາມ ພ້ອມກັບໄດ້ຮັບຄວາມສົນໃຈຈາກພໍ່ແມ່ປະຊາຊົນຊາວຄ້າຂາຍ ໂດຍສະເພາະ ໄດ້ມີການຈັບຈ່າຍຊື້ເຄື່ອງຂອງ ເຄື່ອງທີ່ລະນືກ ອາຫານການກິນ ເຮັດໃຫ້ພໍ່ແມ່ພີ່ນ້ອງໃນເຂດດັ່ງກ່າວ ໄດ້ມີລາຍຮັບເພີ່ມຂຶ້ນຈາກການໃຫ້ບໍລິການ.

ຫຼັງຈາກນັ້ນ ຄອບຄົວເບຍລາວ ໂດຍສະມາຄົມຮ້ານອາຫານ ນວ ຍັງມີກິດຈະກຳແຂ່ງຂັນກີລາບານເຕະມິດຕະພາບກັບທີມ ຄອບຄົວເບຍລາວ ສະມາຄົມຮ້ານອາຫານແຂວງຄຳມ່ວນ ພິເສດ ຍັງມີຄອບຄົວເບຍລາວ ສະມາຄົມຮ້ານອານຫານແຂວງສະຫວັນນະເຂດ ກໍໄດ້ເດີນທາງມາຮ່ວມສ້າງຄວາມສາມັກຄີໃນງານດັ່ງກ່າວ ໃນໂອກາດດຽວກັນ ຄອບຄົວເບຍລາວ ໂດຍສະມາຄົມຮ້ານອາຫານ ນວ ກໍໄດ້ເດີນທາງໄປມອບໂຕະຕັ່ງ ອຸປະກອນການຮຽນໃຫ້ກັບ 2 ໂຮງຮຽນ ປະກອບມີ ໂຮງຮຽນ ມຕ ອຸດົມສຸກ ເມືອງນາກາຍ ໂຕະຕັ່ງ ຈຳນວນ 30 ຊຸດ ແລະ ໂຮງຮຽນ ມປ ໜອງບົວຄຳ ເມືອງນາກາຍ ຈຳນວນ 20 ຊຸດ ລວມມູນຄ່າ 16 ລ້ານກວ່າກີບ ເພື່ອເປັນການປະກອບສ່ວນເຂົ້າໃນວຽກງານການສົ່ງເສີມການສຶກສາຂອງນ້ອງໆນັກຮຽນໃນໂອກາດເປີດສົກຮຽນໃໝ່ 2020-2021.

ສຳລັບສະມາຄົມຮ້ານອາຫານ ນວ ຄອບຄົວເບຍລາວ ໄດ້ຈັດກິດຈະກຳສົ່ງເສີມການທ່ອງທ່ຽວ ກີລາ ແລະ ການສຶກສາ ມາຫຼາຍປີຕິດຕໍ່ກັນ ແລະ ປີ 2020 ກໍເປັນອີກໜຶ່ງປີ ທີ່ສະມາຄົມສືບຕໍ່ເດີນໜ້າຈັດກິດຈະກຳທີ່ດີ ແລະ ຊ່ວຍເຫຼືອສັງຄົມ ຄຽງຄູ່ກັນນັ້ນ ກໍເພື່ອສ້າງຄວາມສາມັກຄີພາຍໃນສະມາຄົມ ໃຫ້ມີຄວາມສາມັກຄີແໜ້ນແຟ້ນຫຼາຍຂຶ້ນກວ່າເກົ່າ ທັງສ້າງໃຫ້ທຸກຄົນມີສຸຂະພາບແຂງແຮງອີກດ້ວຍ.
