ຫ້ອງການສາທາລະນະສຸກ ເມືອງສີໂຄດຕະບອງ ສົມທົບກັບອຳນາດການປົກຄອງບ້ານໜອງໜ້ຽວ ແລະ ກຸ່ມ ອສບ ບ້ານ ເປີດຂະບວນການຕະລຸມບອນທຳລາຍແຫຼ່ງເພາະພັນໜອນນ້ຳຍຸງລາຍ ຂຶ້ນທີ່ບ້ານໜອງໜ້ຽວ ເມືອງສີໂຄດຕະບອງ ນະຄອນຫຼວງວຽງຈັນ ໃຫ້ກຽດເຂົ້າຮ່ວມຂອງທ່ານ ບຸນມີ ໄຊຍະວົງ ຮອງເຈົ້າເມືອງສີໂຄດຕະບອງ ມີຫົວໜ້າຫ້ອງການ ພະນັກງານວິຊາການ ອຳນາດການປົກຄອງບ້ານ ອສບ ບ້ານ ແລະ ປະຊາຊົນພາຍໃນບ້ານ.


ທ່ານ ບຸນມີ ໄຊຍະວົງ ໄດ້ກ່າວວ່າ: ຄືດັ່ງທີ່ພວກເຮົາຮູ້ນຳກັນແລ້ວວ່າ ໃນປັດຈຸບັນ ເລີ່ມແຕ່ຕົ້ນປີ 2020 ຈົນເຖິງປັດຈຸບັນນີ້ ລາວມີຜູ້ຕິດເຊື້ອໄຂ້ຍຸງລາຍທົ່ວປະເທດທັງໝົດ 5 ພັນກວ່າກໍລະນີ ແລະ ເສຍຊີວິດທັງໝົດ 11 ຄົນ ສ່ວນຢູ່ນະຄອນຫຼວງວຽງຈັນ ຮອດປັດຈຸບັນນີ້ ມີຜູ້ຕິດເຊື້ອທັງໝົດ 1.353 ກໍລະນີ ແລະ ເສຍຊີວິດ 4 ຄົນ ພາຍໃນເມືອງສີໂຄດມີທັງໝົດ 147 ກໍລະນີ ແຕ່ບໍ່ມີຜູ້ເສຍຊີວິດ ສະເພາະບ້ານໜອງໜ້ຽວ ມີກໍລະນີຜູ້ຕິດເຊື້ອທັງໝົດພາຍໃນບ້ານຈຳນວນ 15 ກໍລະນີ ຢູ່ໃນສະເພາະເດືອນ 8 ນີ້ ພຽງເດືອນດຽວ ມີຜູ້ຕິດເຊື້ອໄຂ້ຍຸງແລ້ວ 11 ກໍລະນີ.


