ຫາລືກ່ຽວກັບການແກ້ໄຂປາກົດການຫຍໍ້ທໍ້ໃນທຸລະກິດບັນເທີງ-ຄາຣາໂອເກະ

      ເພື່ອແນໃສ່ແກ້ໄຂປາກົດການຫຍໍ້ທໍ້ໃນຂົງເຂດວັດທະນະທຳ ແລະ ທ່ອງທ່ຽວ ໂດຍສະເພາະ ການຮັບຟັງຄໍາສະເໜີຂອງຜູ້ປະກອບການ ຫົວໜ່ວຍທຸລະກິດຮ້ານບັນເທີງ ຮ້ານອາຫານ ຄາຣາໂອເກະ ທີ່ໄດ້ຮັບຜົນກະທົບຈາກການແຜ່ລະບາດພະຍາດໂຄວິດ-19 ເພື່ອພ້ອມກັນຊອກຫາວິທີທາງອອກ ແລະ ແກ້ໄຂກ່ຽວກັບການເຄື່ອນໄຫວດຳເນີນກິດຈະການດັ່ງກ່າວໃຫ້ມີຄວາມຖືກຕ້ອງ ແລະ ສອດຄ່ອງຍິ່ງຂຶ້ນ. 

    ພະແນກຖະແຫຼງຂ່າວ ວັດທະນະທຳ ແລະ ທ່ອງທ່ຽວ ນະຄອນຫຼວງວຽງຈັນ (ຖວທ ນວ) ໄດ້ຈັດກອງປະຊຸມປືກສາຫາລືກ່ຽວກັບການແກ້ໄຂປະກົດການຫຍໍ້ທໍ້ທາງດ້ານວັດທະນະທໍາ ແລະ ທ່ອງທຽວຂອງບັນດາທຸລະກິດບັນເທີງ-ຄາຣາໂອເກະ ຂຶ້ນວັນທີ 4 ກັນຍາ 2020 ຢູ່ພະແນກດັ່ງກ່າວ ໂດຍເປັນປະທານຂອງທ່ານນາງ ວິໄລວອນ ຈັນທະລາຕີ ຫົວໜ້າພະແນກ ຖວທ ນວ ມີຫົວໜ້າຂະແໜງ ຜູ້ປະກອບການທຸລະກິດບັນເທີງ ຮ້ານອາຫານ ແລະ ພາກສ່ວນກ່ຽວຂ້ອງເຂົ້າຮ່ວມ. 

    ກອງປະຊຸມຄັ້ງນີ້ ໄດ້ຄົ້ນຄວ້າ ແລະ ປຶກສາຫາລືກັນກ່ຽວກັບການປະຕິບັດມະຕິຄຳສັ່ງຂອງຂັ້ນເທິງ ທີ່ກຳນົດໃຫ້ກິດຈະການບັນເທີງ ແລະ ຄາຣາໂອເກະ ຢຸດຕິການດຳເນີນທຸລະກິດຊົ່ວຄາວ ໃນສະພາບທີ່ຍັງມີການລະບາດຂອງພະຍາດໂຄວິດ-19 ໃນທົ່ວໂລກ ກໍຄືປະເທດອ້ອມຂ້າງ ເພື່ອເປັນການປ້ອງກັນພະຍາດບໍ່ໃຫ້ເກີດມີການລະບາດຢູ່ໃນລາວ ກໍຄື ນວ ໃນນີ້ ຜູ້ປະກອບການໄດ້ຮຽກຮ້ອງ ແລະ ສະເໜີໃຫ້ພາກລັດຊ່ວຍພິຈາລະນາແກ້ໄຂຫຼາຍບັນຫາ ເປັນຕົ້ນ ຢາກໃຫ້ຮ້ານບັນເທີງ ຄາຣາໂອເກະ ກັບມາເປີດຄືນປົກກະຕິ ເນື່ອງຈາກຢູ່ລາວສາມາດຄວບຄຸມພະຍາດໄດ້ແລ້ວ ແຕ່ໃຫ້ເອົາໃຈໃສ່ເຂັ້ມງວດ ກວດກາ ກັກບໍລິເວນ ແລະ ກວດຫາເຊື້ອລະອຽດ ຄົນທີ່ເຂົ້າອອກປະເທດ ພິຈາລະນາປັບປຸງນິຕິກຳການຄຸ້ມຄອງທຸລະກິດດັ່ງກ່າວ ແລະ ໃຫ້ພາກລັດຊ່ວຍພິຈາລະນາກ່ຽວກັບເລື່ອງເວລາເປີດ-ປິດ ໂດຍສະເໜີໃຫ້ພິຈາລະນາຂໍເປີດຮ້ານອາຫານຮອດເວລາ 23:30 ໂມງ ສ່ວນບັນເທີງ ຄາຣາໂອເກະ ຮອດ 2 ໂມງ ແຕ່ໃນເງື່ອນໄຂຕ້ອງຮັບປະກັນການປະຕິບັດມາດຕະການປ້ອງກັນພະຍາດໂຄວິດ-19 ຄວາມສະຫງົບ ປອດໄພ ແລະ ອື່ນໆ ເພື່ອເປັນການແກ້ໄຂສະພາບຄວາມຄ່ອງຕົວດ້ານລາຍຮັບ-ລາຍຈ່າຍຂອງພາກທຸລະກິດ ແລະ ຊ່ວຍແບ່ງເບົາຄ່າໃຊ້ຈ່າຍຂອງຜູ້ປະກອບການ ເປັນຕົ້ນ ຄ່າອາກອນ ຄ່ານໍ້າ ຄ່າໄຟ ແລະ ຄ່າຈ້າງພະນັກງານ ແລະ ອື່ນໆ. 

    ໂອກາດນີ້ ທ່ານຫົວໜ້າພະແນກ ຖວທ ນວ ກໍໄດ້ອະທິບາຍ ຍົກໃຫ້ເຫັນເຫດຜົນ ແລະ ຄວາມຈໍາເປັນຂອງພາກລັດ ທີ່ສືບຕໍ່ໃຊ້ມາດຕະມາດການຕໍ່ກິດຈະການດັ່ງກ່າວ ເພື່ອໃຫ້ພາກທຸລະກິດໄດ້ຮັບຮູ້ ແລະ ເຂົ້າໃຈຫຼາຍຂຶ້ນ ກ່ຽວກັບເຫດຜົນ ຄວາມຈໍາເປັນຕ່າງໆຢ່າງກົງໄປກົງມາ ພ້ອມທັງຈະນໍາເອົາຄໍາສະເໜີ ຄໍາຮຽກຮ້ອງຂອງພາກທຸລະກິດ ໄປສະເໜີຕໍ່ໃຫ້ຂັ້ນເທິງພິຈາລະນາ ແລະ ໄດ້ຮຽກຮ້ອງໃຫ້ພາກທຸລະກິດສືບຕໍ່ເປັນເຈົ້າການຈັດຕັ້ງປະຕິບັດມາດຕະການຕ່າງໆ ເປັນຕົ້ນ ໃຫ້ສືບຕໍ່ປິດກິດຈະການບັນເທີງ ຄາຣາໂອເກາະ ຈົນກວ່າຈະມີຄໍາສັ່ງແຈ້ງການໃຫ້ເປີດຂອງຂັ້ນເທິງ.

 # ຂ່າວ & ພາບ: ລັດເວລາ

error: Content is protected !!